ເຂົ້າຮ່ວມພິທີມີຜູ້ຕາງໜ້າການນຳບັນດາຄະນະ, ອົງການ, ອົງການຕ່າງໆຂອງນະຄອນ ດ່ານັ້ງ ພ້ອມດ້ວຍພະນັກງານ, ອາຈານ, ນັກຮຽນ ແລະ ນັກສຶກສາສາກົນທີ່ພວມຮ່ຳຮຽນຢູ່ໂຮງຮຽນເປັນຈຳນວນຫຼວງຫຼາຍ.
ທ່ານ ດຣ ຟ້າມຫງວ໋ຽນຫງອກ, ຮອງອະທິການບໍດີມະຫາວິທະຍາໄລ ກວາງນາມ ໃຫ້ຮູ້ວ່າ: ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ ຍາມໃດກໍ່ໄດ້ຮັບການຮັກສາ, ບໍາລຸງສ້າງໂດຍໂຮງຮຽນຜ່ານການຝຶກອົບຮົມຂອງນັກສຶກສາລາວ. ປະຈຸບັນ, ມີນັກສຶກສາລາວ 148 ຄົນ ທີ່ພວມຮໍ່າຮຽນຢູ່ໂຮງຮຽນ, ໂຮງຮຽນກໍ່ສ້າງເງື່ອນໄຂສະດວກໃຫ້ນັກຮຽນລາວໄດ້ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ ແລະ ສົມທົບກັນເປັນຢ່າງດີ.
ໃນພິທີ, ບັນດາການນຳໂຮງຮຽນໄດ້ມອບຂອງຂວັນ ແລະ ຍ້ອງຍໍນັກຮຽນລາວ ໃນບັນດາຜົນງານດີເດັ່ນໃນການຮໍ່າຮຽນ, ຄົ້ນຄວ້າ ວິທະຍາສາດ , ສິລະປະ ແລະ ກິລາ.
ກ່ອນໜ້ານັ້ນ, ວັນທີ 1/12, ທ່ານຮອງສາສະດາຈານ ດຣ ຮ່ວາງຈຸງເຢືອງ, ອະທິການບໍລິຫານງານມະຫາວິທະຍາໄລ ກວາງນາມ ໄດ້ໄປຢ້ຽມຢາມ ແລະ ຊົມເຊີຍສະຖານກົງສຸນໃຫຍ່ລາວ ຢູ່ ດ່າໜັງ.
ທີ່ມາ: https://baodanang.vn/truong-dai-hoc-quang-nam-to-chuc-ky-niem-50-nam-quoc-khanh-lao-3312347.html






(0)