
ຕອນເຊົ້າວັນທີ 13/10, ໂຮງຮຽນປະຖົມ Ly Tu Trong ໄດ້ດຳເນີນພິທີຊັກທຸງຊາດໃນຕົ້ນອາທິດ ແລະ ໄດ້ວາງສະແດງຈິດໃຈ “ຮັກສາຄວາມສະໜິດຕິດພັນ” ແລະ “ຮ່ວມມືໜູນຊ່ວຍປະຊາຊົນເຂດປະສົບໄພນ້ຳຖ້ວມ”. ກິດຈະກຳນີ້ແມ່ນເພື່ອຮຽກຮ້ອງມາຍັງພະນັກງານໂຮງຮຽນ, ຄູ-ອາຈານ, ພະນັກງານ ແລະ ນັກຮຽນ ຈົ່ງພ້ອມກັນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸ ແລະ ໄພນໍ້າຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກເໜືອ.

ພາຍຫຼັງພິທີເລີ່ມຕົ້ນ, ຄູອາຈານ, ພະນັກງານ ແລະ ນັກຮຽນຂອງໂຮງຮຽນປະຖົມ ລີຕູ່ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າຮ່ວມການບໍລິຈາກ ແລະ ສະແດງນ້ຳໃຈແບ່ງປັນ. ລວມຍອດເງິນເກັບໄດ້ 119.500.000 ດົ່ງ.
ທ່ານນາງ ເຈີ່ນທິເລຮ່ວາງ, ອຳນວຍການໂຮງຮຽນໃຫ້ຮູ້ວ່າ: ເງິນທັງໝົດນີ້ຈະສົ່ງໃຫ້ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນະຄອນ ດ່ານັງ ເພື່ອມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸ, ໄພນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກເໜືອ. ຜ່ານການເຄື່ອນໄຫວທີ່ມີຄວາມໝາຍນີ້, ທາງໂຮງຮຽນຫວັງຢາກເສີມຂະຫຍາຍຈິດໃຈມະນຸດສະທຳ, ສຶກສາອົບຮົມນັກສຶກສາກ່ຽວກັບຄວາມຮັກແພງ ແລະ ຄວາມຮັບຜິດຊອບຕໍ່ປະຊາຄົມ.
ທີ່ມາ: https://baodanang.vn/truong-tieu-hoc-ly-tu-trong-ung-ho-dong-bao-bi-thiet-hai-do-thien-tai-gan-120-trieu-dong-3306250.html
(0)