ພວກຂ້າພະເຈົ້າຍິນດີນຳສະເໜີເນື້ອໃນເຕັມຂອງຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ໄອແລນ.

1. ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ໄອແລນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ To Lam ຕາມຄຳເຊີນຂອງທ່ານປະທານາທິບໍດີ ໄອແລນ Michael Higgins, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ແລະ ທ່ານນາຍົກລັດຖະມົນຕີ ໄອແລນ Simon Harris ໄດ້ມີການແລກປ່ຽນ, ປັບປຸງເຊິ່ງກັນ ແລະ ກັນ ກ່ຽວກັບສະພາບການຢູ່ແຕ່ລະປະເທດ, ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍ ແລະ ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ.
2. ນາຍົກລັດຖະມົນຕີ Simon Harris, ຕາງໜ້າປະຊາຊົນໄອແລນ, ສະແດງຄວາມເສົ້າສະຫຼົດໃຈຕໍ່ຄວາມເສຍຫາຍ ແລະ ການສູນເສຍຊີວິດທີ່ເກີດຈາກພາຍຸໄຕ້ຝຸ່ນຊຸບເປີເມື່ອບໍ່ດົນມານີ້. ໄຕ້ຝຸ່ນ Yagi ເຮັດໃຫ້ເກີດ, ແລະສະແດງຄວາມເຕັມໃຈຂອງໄອແລນທີ່ຈະສະຫນັບສະຫນູນການຕອບໂຕ້ສຸກເສີນໃນຊ່ວງເວລາທີ່ຫຍຸ້ງຍາກນີ້.
3. ການນຳສອງທ່ານຢືນຢັນວ່າ ການຢ້ຽມຢາມທາງລັດຖະກິດຄັ້ງນີ້ແມ່ນເຫດການສຳຄັນພາຍຫຼັງເກືອບ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. 2 ຝ່າຍຢືນຢັນຄວາມສຳຄັນຂອງການເພີ່ມທະວີການພົວພັນຫວຽດນາມ - ໄອແລນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ; ຕົກລົງຈະຮ່ວມມືເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຮອບດ້ານຂອງສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນທົ່ວໂລກ, ຕາມຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.
ກ່ຽວກັບການເພີ່ມທະວີການຮ່ວມມືດ້ານການເມືອງ, ການທູດ ແລະ ຄວາມໝັ້ນຄົງ
4. ການນຳສອງທ່ານໄດ້ຮັບຮູ້ຄວາມສຳຄັນຂອງການຢ້ຽມຢາມຂັ້ນສູງ ແລະ ການພົບປະແລກປ່ຽນເປັນປະຈຳ; ໄດ້ເຫັນດີຮັກສາການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໂດຍຜ່ານກົນໄກປຶກສາຫາລືທີ່ສອງຝ່າຍໄດ້ລົງນາມໃນເດືອນກຸມພາປີ 2024.
5. ທ່ານນາຍົກລັດຖະມົນຕີ Simon Harris ໄດ້ຕ້ອນຮັບຢ່າງອົບອຸ່ນຕໍ່ການປະກາດຂອງທ່ານເລຂາທິການໃຫຍ່ ແລະປະທານປະເທດ To Lam ວ່າ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ມີແຜນຈະເປີດສະຖານທູດປະຈຳ ໄອແລນ. ການນຳສອງທ່ານໄດ້ເຫັນດີເປັນເອກະສັນກັນວ່າ, ສະຖານທູດແຫ່ງໃໝ່ຈະມີບົດບາດສຳຄັນໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ໄອແລນ.
6. ສອງຝ່າຍຊົມເຊີຍການສ້າງຕັ້ງກຸ່ມມິດຕະພາບລັດຖະສະພາໄອແລນ - ຫວຽດນາມ, ເພື່ອແນໃສ່ຊຸກຍູ້ຄວາມເຂົ້າໃຈເລິກເຊິ່ງລະຫວ່າງສະພາແຫ່ງຊາດສອງປະເທດ. ການນຳສອງທ່ານໄດ້ຕີລາຄາສູງບົດບາດເປັນຂົວຕໍ່ ແລະ ການປະກອບສ່ວນອັນດີງາມຂອງປະຊາຄົມຊາວຫວຽດນາມ ຢູ່ໄອແລນ ແລະ ປະຊາຄົມຊາວໄອແລນຢູ່ ຫວຽດນາມ.
7. ການນຳ 2 ທ່ານ ຢືນຢັນຄືນຄວາມສຳຄັນຂອງການຮ່ວມມືຕໍ່ໜ້າໄພນາບຂູ່ດ້ານຄວາມໝັ້ນຄົງ ແລະ ເຫັນດີເປັນເອກະພາບວ່າ 2 ປະເທດຈະເພີ່ມທະວີການພົບປະແລກປ່ຽນ, ຊຸກຍູ້ການຮ່ວມມືໃນຂົງເຂດຄວາມປອດໄພທາງອິນເຕີເນັດ ແລະ ສະກັດກັ້ນອາດຊະຍາກຳຂ້າມຊາດ.
8. ສອງຝ່າຍໄດ້ຮັບຮູ້ຄວາມສຳຄັນຂອງການຊຸກຍູ້ສິດທິມະນຸດ, ປະຕິບັດຕາມລັກສະນະສະເພາະ, ກົດໝາຍ ແລະ ຄຳໝັ້ນສັນຍາສາກົນຂອງແຕ່ລະປະເທດ.
ຂະແໜງການຄູ່ຮ່ວມມືຍຸດທະສາດກ່ຽວກັບການຮ່ວມມືການສຶກສາຊັ້ນສູງ
9. ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍອັນດີເລີດໃນໄລຍະ 30 ປີຜ່ານມາ, ການນຳ 2 ທ່ານ ໄດ້ຊົມເຊີຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດການສຶກສາຊັ້ນສູງ ແລະ ຢັ້ງຢືນເຖິງຄວາມສຳຄັນຂອງການສ້າງຂອບການຮ່ວມມືຮອບດ້ານຕາມເວລາທີ່ເໝາະສົມ. ບົນຈິດໃຈນັ້ນ, ການນຳສອງທ່ານໄດ້ຊົມເຊີຍການລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງມະຫາວິທະຍາໄລແຫ່ງຊາດຫວຽດນາມ, ຮ່າໂນ້ຍ ແລະ ວິທະຍາໄລ Dublin ແລະ ວິທະຍາໄລ Cork ໃນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ແລະ ປະທານປະເທດ To Lam. ຫວຽດນາມ ຂອບອົກຂອບໃຈ ໄອແລນ ທີ່ໄດ້ສະໜອງທຶນການສຶກສາລະດັບປະລິນຍາຕີ 325 ທຶນໃຫ້ນັກສຶກສາ ຫວຽດນາມ ນັບແຕ່ປີ 2007 ເປັນຕົ້ນມາ.
ກ່ຽວກັບການຄ້າ, ການລົງທຶນ, ການຮ່ວມມືພັດທະນາ ແລະ ຂົງເຂດທີ່ມີທ່າແຮງອື່ນໆ
10. ການນຳສອງປະເທດໄດ້ຊົມເຊີຍການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ ແລະ ໄອແລນ ທີ່ສຳຄັນ ແລະ ນັບມື້ນັບເພີ່ມຂຶ້ນ. ຢືນຢັນຄືນໃໝ່ຄວາມສຳຄັນຂອງການປະຕິບັດສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ຢ່າງຄົບຖ້ວນ ແລະ ປຶກສາຫາລືກ່ຽວກັບຄຸນຄ່າຂອງສັນຍາປົກປ້ອງການລົງທຶນ EU - ຫວຽດນາມ (EVIPA), ເຊື່ອໝັ້ນວ່າ 2 ສັນຍານີ້ ຈະປະກອບສ່ວນອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ.
2 ຝ່າຍໄດ້ຕີລາຄາສູງການລົງທຶນອັນສຳຄັນຂອງວິສາຫະກິດ ໄອແລນ ຢູ່ ຫວຽດນາມ ແລະ ໄດ້ຕີລາຄາສູງບັນດາຂໍ້ຕົກລົງດຳເນີນທຸລະກິດລະຫວ່າງບັນດາວິສາຫະກິດ 2 ປະເທດໄດ້ລົງນາມໃນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ແລະ ປະທານປະເທດ To Lam. ການນຳສອງທ່ານໄດ້ຊົມເຊີຍການລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະ ກະຊວງວິສາຫະກິດ, ການຄ້າ ແລະ ການຈ້າງງານ ໄອແລນ.
11. ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ຂອບອົກຂອບໃຈໂຄງການຮ່ວມມືພັດທະນາຂອງລັດຖະບານ ໄອແລນ ທີ່ໄດ້ໜູນຊ່ວຍ ຫວຽດນາມ ບັນລຸເປົ້າໝາຍການພັດທະນາຫຼາຍຢ່າງກ່ອນກຳນົດເວລາ. ທ່ານນາຍົກລັດຖະມົນຕີ ໄອແລນ ຢືນຢັນວ່າ ໄອແລນ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດຄື: ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຊີວິດການເປັນຢູ່, ການຊ່ວຍເຫຼືອມະນຸດສະທຳເພື່ອຜ່ານຜ່າຜົນສະທ້ອນຈາກລະເບີດຝັງດິນ, ໂພຊະນາການ, ການສຶກສາຊັ້ນສູງ ແລະ ການປົກຄອງ.
12. ຫວຽດນາມ ຕີລາຄາສູງການໜູນຊ່ວຍຂອງໄອແລນ ໃນການຄົ້ນຄວ້າ ແລະ ໜູນຊ່ວຍດ້ານວິຊາການໃນຂົງເຂດກະສິກຳ. ການນຳສອງທ່ານໄດ້ຊົມເຊີຍການລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືຫັນເປັນລະບົບສະບຽງອາຫານແບບຍືນຍົງລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລະ ກະຊວງກະສິກຳ, ສະບຽງອາຫານ ແລະ ທະເລ ໄອແລນ ໃນການຢ້ຽມຢາມທາງລັດຄັ້ງນີ້.
13. ກ່ຽວກັບການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ສອງຝ່າຍໄດ້ຊົມເຊີຍທ່າແຮງບົ່ມຊ້ອນໃນການຮ່ວມມືສົ່ງເສີມນະວັດຕະກຳ, ການຫັນເປັນດີຈີຕອນ, ຕອບສະໜອງຕໍ່ການປ່ຽນແປງຂອງດິນຟ້າອາກາດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ບັນດາຂົງເຂດອື່ນໆທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
14. ສອງຝ່າຍໄດ້ເຫັນດີເປັນເອກະສັນກັນກ່ຽວກັບຄຸນຄ່າຂອງການແລກປ່ຽນວັດທະນະທຳ, ສິລະປະ, ໂຄສະນາການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ, ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ກ່ຽວກັບບັນຫາສາກົນ ແລະພາກພື້ນ
15. ສອງຝ່າຍໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການປະສານງານ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນອົງການສະຫະປະຊາຊາດ ແລະ ຂອບເຂດອາຊຽນ - EU. ສອງຝ່າຍສະໜັບສະໜູນປະຊາຄົມອາຊຽນທີ່ເປັນເອກະພາບ, ເຂັ້ມແຂງ ແລະ ວັດທະນາຖາວອນທີ່ມີບົດບາດໃຈກາງໃນສະຖາປັດຕະຍະກຳພາກພື້ນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອີຢູ.
16. ສອງຝ່າຍຢືນຢັນຄືນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ຄວາມສຳຄັນຂອງການແກ້ໄຂການພິພາດໂດຍສັນຕິວິທີ ຕາມກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982. 2 ຝ່າຍຢືນຢັນຄວາມຈຳເປັນຕ້ອງສ້າງສັນຕິພາບຮອບດ້ານ, ຍຸດຕິທຳ ແລະ ໝັ້ນຄົງຢູ່ ຢູແກຼນ ຕາມກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. 2 ຝ່າຍເນັ້ນໜັກເຖິງຫຼັກການເຄົາລົບຜືນແຜ່ນດິນອັນຄົບຖ້ວນ ແລະ ອະທິປະໄຕຂອງບັນດາລັດ. ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບສະຖານະການຢູ່ເຂດ Gaza, ຮຽກຮ້ອງໃຫ້ຢຸດຍິງໂດຍໄວ ແລະ ປ່ອຍຕົວຕົວປະກັນ, ແລະ ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳ.
17. ການນຳ 2 ທ່ານ ໄດ້ຮັບຮູ້ບັນດາການປະກອບສ່ວນອັນສຳຄັນຂອງ ໄອແລນ ແລະ ຫວຽດນາມ ເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ເຫັນດີເປັນເອກະພາບຊອກຫາກາລະໂອກາດຮ່ວມມື ແລະ ແລກປ່ຽນປະສົບການໃນອະນາຄົດ.
ທີ່ມາ
(0)