ປະຕິບັດແຜນການເບີກຈ່າຍ 2022, ຮອດວັນທີ 31 ກໍລະກົດ 2023, ທົ່ວແຂວງໄດ້ເບີກຈ່າຍ 174,48 ຕື້ດົ່ງ ຍອດເງິນລົງທຶນພັດທະນາງົບປະມານສູນກາງບັນລຸ 88,5% ແລະ ທຶນບໍລິການສາທາລະນະ 67,94 ຕື້ດົ່ງ, ບັນລຸ 58,5%. ກ່ຽວກັບແຜນການປີ 2023, ໃນ 7 ເດືອນຕົ້ນປີ 2023, ຍອດເງິນລົງທຶນພັດທະນາງົບປະມານສູນກາງໄດ້ 102,35 ຕື້ດົ່ງ, ບັນລຸ 49% ແຜນການທີ່ໄດ້ມອບໝາຍ ແລະ ທຶນບໍລິການສາທາລະນະ 85,58 ຕື້ດົ່ງ, ບັນລຸ 22,5%. ໂດຍທົ່ວໄປແລ້ວ, ວຽກງານການເບີກຈ່າຍໃນເດືອນກໍລະກົດ ມີການປ່ຽນແປງໃນດ້ານບວກ ແລະ ສູງກວ່າຄວາມຄືບໜ້າທົ່ວໄປຂອງທົ່ວປະເທດ ແຕ່ບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການຂອງແຜນການ; ຍັງມີບາງໜ່ວຍງານທີ່ຍັງບໍ່ໄດ້ຈັດຕັ້ງປະຕິບັດວຽກງານການເບີກຈ່າຍ.
ສະຫາຍ ຫງວຽນລອງບຽນ, ກຳມະການພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເປັນປະທານກອງປະຊຸມ.
ສະຫຼຸບກອງປະຊຸມ, ທ່ານຮອງປະທານສະພາປະຊາຊົນແຂວງ ຮຽກຮ້ອງໃຫ້ບັນດາພະແນກການ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ປະຕິບັດແນວທາງຂອງຄະນະບໍລິຫານງານພັກແຂວງ ຢ່າງເຂັ້ມງວດ ແລະ ເປັນເອກະພາບ ແກ້ໄຂບັນດາມາດຕະການຊຸກຍູ້ການຜັນຂະຫຍາຍການປະຕິບັດ ແລະ ເບີກຈ່າຍທຶນ; ຍູ້ແຮງຄວາມຮັບຜິດຊອບໃນການຊີ້ນຳ, ດຳເນີນງານ, ຊຸກຍູ້ ແລະ ຜັນຂະຫຍາຍ ເພື່ອເລັ່ງລັດຜັນຂະຫຍາຍບັນດາໂຄງການຈຸດໝາຍແຫ່ງຊາດ. ຍູ້ແຮງບັນດາການເຄື່ອນໄຫວຂອງຄະນະຊີ້ນຳທຸກຂັ້ນ ຕິດຕາມໝາກຜົນຢ່າງທັນການ, ຮັດແໜ້ນ, ແກ້ໄຂຄວາມຫຍຸ້ງຍາກ, ລຳບາກ ເພື່ອເລັ່ງລັດໃຫ້ຄວາມຄືບໜ້າການຈັດຕັ້ງປະຕິບັດໃນຊຸມເດືອນທ້າຍປີ 2023. ກ່ຽວກັບບັນຫາການໜູນຊ່ວຍກໍ່ສ້າງທີ່ຢູ່ອາໄສຢູ່ບັນດາທ້ອງຖິ່ນທີ່ພວມຈັດຕັ້ງປະຕິບັດ ແລະ ມີບັນຫາໃນການລົງທຶນ, ບັນດາພະແນກການ ແລະ ຂະແໜງການກ່ຽວຂ້ອງໄດ້ເປັນເອກະພາບຊີ້ນຳໃຫ້ຄະນະປະຈຳພັກແຂວງ ຄຸ້ມຄອງ. ວຽກງານອາຊີວະສຶກສາທີ່ມີທ່າທີວ່າຈະບໍ່ສາມາດເບີກຈ່າຍທຶນໄດ້ທັງໝົດຕ້ອງໄດ້ຊີ້ນຳໂອນໄປປະຕິບັດໂຄງການອື່ນໆຕາມລະບຽບ. ບັນດາຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ເຖິງການລະດົມທຶນຮອນເພື່ອຝຶກວິຊາຊີບ, ພັດທະນາໂຄງການ, ຊອກຫານັກສິລະປະການເພື່ອຖ່າຍທອດວິຊາສະເພາະ, ສ້າງບັນດາສະຖານທີ່ຝຶກແອບເພື່ອອະນຸລັກຮັກສາ ແລະ ສົ່ງເສີມອາຊີບເຄື່ອງປັ້ນດິນເຜົາຂອງເຜົ່າຈຳ. ສຳລັບບັນດາໂຄງການຍັງຄົງຄ້າງ, ທ້ອງຖິ່ນ ແລະ ບັນດາກົມ, ຂະແໜງການຕ້ອງໄດ້ເຫັນດີເປັນເອກະສັນກັນກ່ຽວກັບທິດທາງການປະຕິບັດ; ກວດກາຄືນບັນດາຄວາມຫຍຸ້ງຍາກທີ່ຍັງເຫຼືອ, ສັງລວມບັນດາຂໍ້ສະເໜີ, ລາຍງານໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອເປັນທິດທາງໃນການແກ້ໄຂ. ເພີ່ມທະວີການຕິດຕາມກວດກາ ເພື່ອຮັບປະກັນໝາກຜົນການເບີກຈ່າຍເງິນທຶນໃຫ້ດີທີ່ສຸດ ເພື່ອປະຕິບັດສອງໂຄງການຈຸດໝາຍແຫ່ງຊາດຕາມແຜນການທີ່ໄດ້ມອບໝາຍໃນປີ 2023.
ໄມພູວົງ
ທີ່ມາ






(0)