.jpg)
ສະເໜີຮ່າງບົດລາຍງານສະຫຼຸບສົກຮຽນ 2024-2025, ສະຫາຍ ໄທ ວັນແທ່ງ, ກຳມະການຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນ ກສຶກສາ ແລະ ບຳລຸງສ້າງ ໃຫ້ຮູ້ວ່າ: ສົກຮຽນຜ່ານມາ, ຄຸນນະພາບການສຶກສາຮອບດ້ານຂອງແຂວງສືບຕໍ່ພັດທະນາ, ຢືນຢັນບົດບາດອັນດັບໜຶ່ງໃນທົ່ວປະເທດ.
ໂດຍສະເພາະດ້ານຄຸນນະພາບ, ນັກສຶກສາ ແຂວງ ເຫງ້ອານ ຍາດໄດ້ 6 ຫຼຽນກາໃນພາກພື້ນ ແລະ ສາກົນ, ໃນນັ້ນມີ 3 ຫຼຽນຄຳ 3 ຫຼຽນເງິນ, ນັກຮຽນ 96 ຄົນບັນລຸໄດ້ບັນດານັກຮຽນເກັ່ງລະດັບຊາດ ດ້ວຍ 9 ລາງວັນທີ 1. ໂດຍສະເພາະ, ໃນໝາກຜົນການເສັງຈົບຊັ້ນມັດທະຍົມຕອນປາຍປີ 2025, ແຂວງ ເງ້ອານ ໄດ້ລື່ນກາຍ 34 ແຂວງ, ນະຄອນ.
ໃນຊຸມປີຜ່ານມາ, ຂະແໜງການຍັງໄດ້ປັບປຸງຄຸນນະພາບ ແລະ ປະສິດທິຜົນຂອງການປຶກສາຫາລືກ່ຽວກັບນະໂຍບາຍ ແລະ ຍຸດທະສາດການພັດທະນາການສຶກສາ ແລະ ບຳລຸງສ້າງແບບຍືນຍົງ ດ້ວຍຫຼາຍນະໂຍບາຍສະເພາະ; ໄດ້ສຳເລັດເປົ້າໝາຍກໍ່ສ້າງໂຮງຮຽນໄດ້ຕາມມາດຕະຖານແຫ່ງຊາດບັນລຸ 76,79%; ເພີ່ມທະວີການຮ່ວມມືສາກົນກ່ຽວກັບການພັດທະນາການສຶກສາ ແລະ ບຳລຸງສ້າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ແລະ ການຫັນເປັນດິຈິຕອນຂອງຂະແໜງການສຶກສາ.
.jpg)
ກ້າວເຂົ້າສູ່ສົກຮຽນໃໝ່, ການປະຕິບັດວຽກງານໄດ້ມີການປ່ຽນແປງເມື່ອປ່ຽນເປັນ 2 ຂັ້ນຂອງທ້ອງຖິ່ນ. ນອກນີ້, ວຽກງານການສຶກສາຍັງປະສົບກັບຫຼາຍໜ້າທີ່ສຳຄັນ, ເຊັ່ນ: ການຈັດຕັ້ງ 2 ຄັ້ງຕໍ່ມື້, ການຈັດຕັ້ງໂຮງຮຽນອະນຸບານທົ່ວໄປໃຫ້ເດັກອາຍຸ 3-4 ປີ, ປະຕິບັດຮູບແບບການສອນໃໝ່, ບູລະນະການຈັດຕັ້ງສູນສຶກສາຕໍ່, ໂຮມໂຮງຮຽນມັດທະຍົມສຶກສາອາຊີວະສຶກສາ... ເພື່ອຍົກສູງຄຸນນະພາບການຮຽນວິຊາຊີບ. Nghe An ພວມສ້າງແຜນການປ່ຽນໂຮງຮຽນມັດທະຍົມ Hermann Gmeiner ໃຫ້ເປັນໂຮງຮຽນສາທາລະນະ...
ທ່ານຫົວໜ້າພະແນກສຶກສາທິການ ແລະ ກີລາ ໃຫ້ຮູ້ວ່າ: ດ້ວຍຫຼາຍໜ້າວຽກທີ່ສຳຄັນ, ເພື່ອແກ້ໄຂບັນດາບັນຫາດັ່ງກ່າວ, ບັນຫາທີ 1 ແມ່ນການເສີມສ້າງພະນັກງານໃຫ້ແກ່ໂຮງຮຽນ. ຂະແໜງການກໍ່ປາດຖະໜາຢາກລົງທຶນແຫຼ່ງສິ່ງອໍານວຍຄວາມສະດວກ, ອຸປະກອນການສອນເພື່ອລົງທຶນເຂົ້າໂຮງຮຽນ, ພິເສດແມ່ນເຂດພູດອຍ ແລະ ຄວາມຫຍຸ້ງຍາກລຳບາກ, ສ້າງກົນໄກໃຫ້ຂະແໜງການສືບຕໍ່ປະຕິບັດບັນດາຮູບແບບການສອນໃໝ່ຫຼາຍຮູບຫຼາຍແບບ, ເປັນຕົ້ນແມ່ນຕົວແບບຂອງໂຮງຮຽນເຊື່ອມຕໍ່, ໂຮງຮຽນສອງພາສາ ແລະ ຫ້ອງຮຽນພາສາຫວຽດນາມ-ອັງກິດ, ສອນພາສາລາວໃຫ້ນັກຮຽນຢູ່ເຂດຊາຍແດນ.
.jpg)
ທີ່ການພົບປະ, ຜູ້ຕາງໜ້າກົມການເງິນ ແລະ ກົມກອງໄດ້ປະກອບສ່ວນບາງເນື້ອໃນສຳຄັນ. ພິເສດແມ່ນຂະແໜງການສຶກສາຕ້ອງແກ້ໄຂຈຳນວນຄູສອນທີ່ຂາດເຂີນ ແລະ ຊີ້ແຈງບັນດາລາຍການໂດຍໄວ ເພື່ອໃຫ້ແຂວງມີພື້ນຖານຈັດຕັ້ງງົບປະມານ...
ສະຫລຸບເນື້ອໃນດັ່ງກ່າວ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ Bui Dinh Long ໄດ້ຮັບຮູ້ບັນດາໝາກຜົນທີ່ຂະແໜງການສຶກສາບັນລຸໄດ້ໃນປີຜ່ານມາ ແລະ ໄດ້ເຫັນດີເຫັນພ້ອມກັບບັນດາເນື້ອໃນຂອງບົດລາຍງານ.
ແນວໃດກໍ່ຕາມ, ທ່ານຮອງປະທານສະພາປະຊາຊົນແຂວງ ໃຫ້ຮູ້ວ່າ: ໃນບົດລາຍງານແມ່ນຕ້ອງໄດ້ເອົາໃຈໃສ່ເຖິງວຽກງານ ແລະ ພາກສ່ວນແກ້ໄຂ, ຊີ້ແຈ້ງພາກສ່ວນບຸກທະລຸ ແລະ ພັດທະນາ. ໃນຂໍ້ສະເໜີແນະແມ່ນຕ້ອງໄດ້ຊີ້ແຈ້ງຢ່າງຈະແຈ້ງ, ໂດຍສະເພາະແມ່ນຕິດຕາມບັນດາບັນຫາ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງທີ່ມີຢູ່ໃນພາກປະຕິບັດ ແລະ ສະເໜີບັນດາມາດຕະການແກ້ໄຂ.
ທີ່ມາ: https://baonghean.vn/ubnd-tinh-hop-voi-nganh-giao-duc-nghe-an-ghi-nhan-thanh-tich-chi-ro-nhiem-vu-trong-tam-nam-hoc-moi-10302885.html
(0)