ຕາມນັ້ນແລ້ວ, ນັບແຕ່ວັນທີ 30 ຕຸລາ – 23 ພະຈິກ 2025, ສິນຄ້າເພື່ອໜູນຊ່ວຍຜູ້ປະສົບໄພນ້ຳຖ້ວມຈາກບັນດາແຂວງ, ນະຄອນໃນທົ່ວປະເທດເຖິງສະໜາມບິນ ຝູບ໋າ (ເຫວ້), ດ່ານັ້ງ ແລະ ຈູລາຍ ຈະໄດ້ຮັບບຸລິມະສິດໃນການບັນທຸກ ແລະ ຂົນສົ່ງຟຣີໃນຖ້ຽວບິນຂອງກຸ່ມ ບໍລິສັດການບິນຫວຽດນາມ (ລວມທັງສາຍການບິນຫວຽດນາມ, ສາຍການບິນປາຊີຟິກ ແລະ VASCO).
ໂຄງການນີ້ໄດ້ນຳໃຊ້ກັບຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ; ຄະນະກຳມະການປະຊາຊົນບັນດາທ້ອງຖິ່ນ; ໜ່ວຍງານພາຍໃຕ້ ສະມາຄົມກາແດງຫວຽດນາມ ; ບັນດາອົງການການເມືອງ-ສັງຄົມ, ອົງການລັດ, ອົງການຈັດຕັ້ງສັງຄົມ, ກອງທຶນການກຸສົນ, ແລະວິສາຫະກິດທີ່ໄດ້ຮັບອະນຸຍາດ.
ຕິດຕໍ່: ຫງວຽນທິລຽນຮວ່າ, ພະແນກແຜນການ ແລະ ການຕະຫຼາດສິນຄ້າ, ບໍລິສັດການບິນຫວຽດນາມ; ເບີໂທ: 0989080299; ອີເມວ: [email protected].
ທີ່ມາ: https://baodanang.vn/van-chuyen-mien-phi-hang-cuu-tro-den-san-bay-da-nang-va-chu-lai-3309409.html






(0)