scene ກອງປະຊຸມເຮັດວຽກ. ພາບ: voc.org.vn
“ຂໍ້ລິເລີ່ມການຮ່ວມມື ດ້ານກິລາ ແລະ ສາທາລະນະສຸກ” ແນໃສ່ສ້າງກຸ່ມຜູ້ມີສ່ວນກ່ຽວຂ້ອງດ້ານສຸຂະພາບ ແລະ ກິລາແຫ່ງຊາດ ຢ່າງໜ້ອຍ 5 ປະເທດ ເພື່ອຮ່ວມກັນຈັດຕັ້ງປະຕິບັດໂຄງການຊຸມຊົນທີ່ກ່ຽວຂ້ອງກັບກິລາ. ເປົ້າໝາຍແມ່ນເພື່ອໃຫ້ປະຊາຊົນ 1 ລ້ານຄົນມີໂອກາດອອກກຳລັງກາຍ ແລະ ປັບປຸງສຸຂະພາບດ້ວຍການກິລາ. ຫວຽດນາມ ແມ່ນໜຶ່ງໃນ 5 ປະເທດທີ່ກ່າວເຖິງ ແລະ ແມ່ນຈຸດໝາຍທຳອິດຂອງຂໍ້ລິເລີ່ມນີ້.
ທີ່ການພົບປະ, ທ່ານນາງ ຫງວຽນທ້ຽນເຍີນ, ຮອງຫົວໜ້າກົມກິລາເພື່ອທຸກຄົນ, ກົມຝຶກແລະກິລາ ໃຫ້ຮູ້ວ່າ: ກິລາເພື່ອທຸກຄົນແມ່ນຂົງເຂດທີ່ໄດ້ຮັບຄວາມເອົາໃຈໃສ່ ແລະ ການລົງທຶນຈາກພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍດີ. ມີຫຼາຍກິດຈະກຳກິລາເພື່ອທຸກຄົນໄດ້ຮັບການຈັດຕັ້ງເປັນປະຈຳ, ດຶງດູດແຂກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ດ້ວຍເຫດນີ້, ປະກອບສ່ວນຍົກສູງຈິດສຳນຶກຂອງປະຊາຊົນໃນການປະຕິບັດກິລາ.
ບັນດາການເຄື່ອນໄຫວທີ່ພົ້ນເດັ່ນລວມມີ: ໂຄງການສຸຂະພາບຫວຽດນາມ; ຂົນຂວາຍປະຊາຊົນທັງໝົດຝຶກຊ້ອມກິລາຕາມແບບຢ່າງຂອງລຸງໂຮ່ (ປະຕິບັດທຸກໆເດືອນມີນາ); ໂຄງການລອຍນ້ຳຢ່າງປອດໄພ, ປ້ອງກັນການຈົມນ້ຳໃນເດັກ (ຈັດຕັ້ງປະຕິບັດທຸກໆເດືອນພຶດສະພາ ແລະ ເດືອນມິຖຸນາ); ແຜນງານຊີ້ນຳຜູ້ສູງອາຍຸ, ໄວລຸ້ນ, ຍິງ, ກຳລັງປະກອບອາວຸດ, ນັກສຶກສາແລະອື່ນໆໃນການປະຕິບັດກິລາຢ່າງຖືກຕ້ອງ...
ສະແດງຄວາມດີໃຈທີ່ລັດຖະບານຫວຽດນາມເອົາໃຈໃສ່ໃນຂົງເຂດກິລາເພື່ອທຸກຄົນ, ທ່ານນາງ Susanne Gaerte ຖືວ່າ, ນີ້ຈະແມ່ນຈຸດເລີ່ມຕົ້ນທີ່ສະດວກເພື່ອປະຕິບັດຂໍ້ລິເລີ່ມຢູ່ ຫວຽດນາມ.
ຫວຽດນາມ ແມ່ນໜຶ່ງໃນ 5 ປະເທດທີ່ກ່າວເຖິງ ແລະ ແມ່ນຈຸດໝາຍທຳອິດຂອງຂໍ້ລິເລີ່ມນີ້. ເພື່ອໃຫ້ຂໍ້ລິເລີ່ມດັ່ງກ່າວໄດ້ຮັບການຜັນຂະຫຍາຍ, ທ່ານນາງ Susanne Gaerte ໄດ້ສະເໜີໃຫ້ດຳເນີນການປຶກສາຫາລື, ເກັບກຳຄຳເຫັນຂອງບັນດາພາກສ່ວນກ່ຽວຂ້ອງໃນຂົງເຂດກິລາ ແລະ ສາທາລະນະສຸກ... ຈາກນັ້ນສ້າງຮ່າງແຜນການເຄື່ອນໄຫວ.
ທີ່ການພົບປະ, 2 ຝ່າຍໄດ້ປຶກສາຫາລືຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຊັ່ນ: ພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ນະໂຍບາຍ, ການສົມທົບລະຫວ່າງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ..., ຊ່ວຍສ້າງແຜນການປະຕິບັດຂໍ້ລິເລີ່ມຮັບປະກັນຄວາມປອດໄພ, ຮອບດ້ານ ແລະ ຍືນຍົງ./.
ບິກຮົ່ງ






(0)