ວິສາຫະກິດຮົງກາລີຫຼາຍແຫ່ງສະແດງຄວາມປາດຖະໜາຢາກເປີດກວ້າງການລົງທຶນ, ດຳເນີນທຸລະກິດກັບຫວຽດນາມ, ຂະນະທີ່ວິສາຫະກິດຫວຽດນາມ ຢືນຢັນຄວາມຕັດສິນໃຈເພີ່ມທະວີການສົ່ງອອກໄປຮົງກາຣີ.

ຕາມນັກຂ່າວ VNA ປະຈໍາ ເອີຣົບ ແລ້ວ, ວັນທີ 28 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ສົມທົບກັບ ຫ້ອງການການຄ້າ ແລະ ອຸດສາຫະກຳ ຮັງກາຣີ (ແຂວງ Csongrád – Csanád), ສະພາວິສາຫະກິດ ຮຸງກາຣີ - ຫວຽດນາມ ແລະ ອົງການສົ່ງເສີມການສົ່ງອອກ ຮັງກາຣີ ຈັດຕັ້ງກອງປະຊຸມສົ່ງເສີມການຄ້າ ຫວຽດນາມ - ຮຸງກາຣີ ຢູ່ນະຄອນ Szeged.
ເຂົ້າຮ່ວມພິທີມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ Bui Le Thai, ຜູ້ຕາງໜ້າຫ້ອງການການຄ້າ, ພະນັກງານສະຖານທູດ, ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງ Csongrád-Csanád, ປະທານສະພາວິສາຫະກິດ ຮຸງກາຣີ - ຫວຽດນາມ, ການນຳອົງການສົ່ງເສີມການສົ່ງອອກ ຮັງກາຣີ ແລະ ຜູ້ຕາງໜ້າບັນດາວິສາຫະກິດຂອງ 2 ປະເທດ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດ ບຸ່ຍເລໄທ ເນັ້ນໜັກເຖິງຄວາມໝາຍສຳຄັນຂອງກອງປະຊຸມທີ່ຈັດຂຶ້ນຢູ່ Szeged - ແມ່ນສູນ ເສດຖະກິດ ທີ່ຂະຫຍັນຂັນເຄື່ອນ ແລະ ມີທ່າແຮງຂອງຮົງກາລີ ໃນການເຊື່ອມຕໍ່ປະຊາຄົມວິສາຫະກິດ, ຊຸກຍູ້ການຮ່ວມມືຢ່າງແທດຈິງ, ປະກອບສ່ວນເພີ່ມທະວີການພົວພັນດ້ານເສດຖະກິດການຄ້າ 2 ຝ່າຍ.
ທ່ານເອກອັກຄະລັດຖະທູດຢືນຢັນວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດໝາຍລົງທຶນທີ່ປອດໄພ ແລະ ເປັນໜ້າດຶງດູດທີ່ສຸດຢູ່ ອາຊີ, ມີສະພາບແວດລ້ອມແຫ່ງການດຳເນີນທຸລະກິດໝັ້ນຄົງ, ນະໂຍບາຍບຸລິມະສິດ, ໄວໜຸ່ມ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມສາມາດສູງ, ແລະ ມີຕະຫຼາດກ່ວາ 100 ລ້ານຄົນ.
ກົດໝາຍວ່າດ້ວຍການລົງທຶນຫວຽດນາມ ສະບັບປັບປຸງ ສືບຕໍ່ສ້າງຄວາມສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ ໂດຍຜ່ານການເຮັດວຽກງ່າຍ, ຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມຄວາມໂປ່ງໃສ, ໃນຂະນະນັ້ນ ບັນດາວິສາຫະກິດ ຫວຽດນາມ ພວມເພີ່ມທະວີຄວາມສາມາດບັນລຸມາດຖານຄຸນນະພາບ ແລະ ຄວາມນິຍົມຂອງຕະຫຼາດສະຫະພາບ ເອີລົບ (EU) ໃນນັ້ນມີ ຮົງກາຣີ.
ປະຈຸບັນ, ຫວຽດນາມ ແມ່ນປະເທດສົ່ງອອກກະສິກຳອັນດັບ 5 ໃນໂລກ , ດ້ວຍບັນດາຜະລິດຕະພັນຕົ້ນຕໍຄື: ກາເຟ, ໝາກມ່ວງຫິມະພານ, ໝາກພິກໄທ, ຊາ, ເຂົ້າ, ໝາກໄມ້ເຂດຮ້ອນ ແລະ ອາຫານທະເລນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກເອີລົບ, ໃນນັ້ນມີຮົງກາຣີ.
ນອກຈາກນັ້ນ, ຫວຽດນາມ ໄດ້ກາຍເປັນສູນຜະລິດເຄື່ອງປະກອບເອເລັກໂຕຼນິກ ແລະ ສະມາດໂຟນຂອງບັນດາວິສາຫະກິດທົ່ວໂລກຄື Samsung, Intel, LG, ພ້ອມກັບບັນດາເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນຈາກໄມ້, ຫັດຖະກຳ ດ້ວຍທ່າແຮງສົ່ງອອກໄປຍັງເອີລົບ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບກາລະໂອກາດຮ່ວມມືໃນຂົງເຂດການຢາ, ຊີວະຢາ, ການປຸງແຕ່ງອາຫານ, ພະລັງງານສະອາດ, ເຕັກໂນໂລຊີດີຈີຕອນ , ຜະລິດສະຫຼາດ, ເຕັກໂນໂລຊີສິ່ງແວດລ້ອມ ແລະ ບຳບັດນ້ຳເສຍ.
ວິສາຫະກິດ ຮັງກາຣີ ຫຼາຍແຫ່ງສະແດງຄວາມປາດຖະໜາຢາກເປີດກວ້າງການລົງທຶນ ແລະ ດຳເນີນທຸລະກິດກັບ ຫວຽດນາມ, ໃນຂະນະທີ່ບັນດາວິສາຫະກິດ ຫວຽດນາມ ຢືນຢັນຄວາມຕັດສິນໃຈເພີ່ມທະວີການສົ່ງອອກໄປຍັງ ຮຸງກາຣີ, ສ້າງຜົນປະໂຫຍດສູງສຸດຈາກສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA).
ໃນຂອບເຂດງານວາງສະແດງ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ວາງສະແດງບັນດາຜະລິດຕະພັນສົ່ງອອກຫວຽດນາມ ເປັນປົກກະຕິຄື: ກາເຟ, ຊາ, ໝາກມ່ວງຫິມະພານ, ເຂົ້າສານ, ໝາກໄມ້ປຸງແຕ່ງ, ຫັດຖະກຳ, ສ້າງກາລະໂອກາດໃຫ້ບັນດາວິສາຫະກິດ ແລະ ແຂກທ່ອງທ່ຽວໄດ້ຮັບຮູ້ໂດຍກົງເຖິງຄຸນນະພາບ, ການອອກແບບ, ການຫຸ້ມຫໍ່ຜະລິດຕະພັນຂອງຫວຽດນາມ.
ສິ້ນສຸດກອງປະຊຸມ, ບັນດາຜູ້ແທນ ແລະ ແຂກຖືກເຊີນໄດ້ຊົມບັນດາເຍື່ອງອາຫານພື້ນເມືອງຫວຽດນາມ ແລະ ຊົມຄລິບວິດີໂອແນະນຳ 75 ປີແຫ່ງການພົວພັນມິດຕະພາບ ຫວຽດນາມ - ຮຸງກາຣີ, ຜົນສຳເລັດອັນໜ້າປະທັບໃຈຂອງ ຫວຽດນາມ ໃນເກືອບ 80 ປີຜ່ານມາ, ໂຄສະນາບັນດາຮູບພາບຂອງປະເທດ, ປະຊາຊົນ ແລະ ການທ່ອງທ່ຽວ ຫວຽດນາມ.
ກອງປະຊຸມແມ່ນຈຸດພົ້ນເດັ່ນໃນບັນດາລາຍການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຮຸງກາຣີ, ນຳມາເຊິ່ງໝາກຜົນຕົວຈິງຫຼາຍຢ່າງ, ເປີດກາລະໂອກາດຮ່ວມມືໃໝ່, ປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ.
ທີ່ມາ: https://baolangson.vn/viet-nam-hungary-tang-cuong-ket-noi-va-hop-tac-doanh-nghiep-5063338.html






(0)