
ວັນທີ 8 ທັນວານີ້, ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມຕໍ່ຄວາມເຄັ່ງຕຶງທີ່ເກີດຂຶ້ນລະຫວ່າງກຳປູເຈຍແລະໄທຢູ່ເຂດຊາຍແດນລະຫວ່າງສອງປະເທດ, ໂຄສົກ ກະຊວງການຕ່າງປະເທດ ຫວຽດນາມ Pham Thu Hang ໃຫ້ຮູ້ວ່າ: ຫວຽດນາມສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຄວາມເຄັ່ງຕຶງລະຫວ່າງກຳປູເຈຍແລະໄທໃນປະຈຸບັນ.
“ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງ ແລະ ສະມາຊິກອາຊຽນ, ຫວຽດນາມ ຮຽກຮ້ອງໃຫ້ສອງຝ່າຍໃຊ້ຄວາມອົດກັ້ນຢ່າງສຸດຂີດ, ບໍ່ໃຊ້ກຳລັງ, ປະຕິບັດສັນຍາຢຸດຍິງຢ່າງຄົບຖ້ວນ, ສືບຕໍ່ເຈລະຈາ, ແກ້ໄຂຄວາມຂັດແຍ້ງກັນໂດຍ ສັນຕິ ວິທີ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ສົນທິສັນຍາອາຊຽນ, ສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້. ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ,” ໂຄສົກກະຊວງການຕ່າງປະເທດກ່າວວ່າ.
ທ່ານນາງ ຟ້າມທູຮັ່ງ ກໍ່ເນັ້ນໜັກວ່າ, ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການເຈລະຈາ, ປະຕິບັດສັນຍາຢຸດຍິງລະຫວ່າງ 2 ປະເທດ ເພື່ອຟື້ນຟູສັນຕິພາບ ແລະ ການຮ່ວມມືຢູ່ຊາຍແດນໂດຍໄວ ບົນຈິດໃຈມິດຕະພາບ ແລະ ຄວາມສາມັກຄີອາຊຽນ, ເພື່ອຜົນປະໂຫຍດອັນຍາວນານຂອງສອງຝ່າຍ ແລະ ພາກພື້ນ.
ທີ່ມາ: https://nhandan.vn/viet-nam-keu-goi-campuchia-va-thai-lan-tiep-tuc-doi-thoai-giai-quyet-hoa-binh-va-thoa-dang-cac-bat-dong-post928822.html










(0)