ທີ່ການພົບປະກັບປະທານາທິບໍດີສະວິດ Viola Amherd, ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ຂອບໃຈລັດຖະບານ ສະວິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ສະວິດ ທີ່ໄດ້ຈັດຕັ້ງເວທີປາໄສ ເສດຖະກິດ ໂລກ (WEF) Davos 2024 ສຳເລັດຜົນດ້ວຍການເຂົ້າຮ່ວມຂອງຜູ້ນຳລັດຖະບານ ແລະ ວິສາຫະກິດເກືອບ 3.000 ຄົນໃນທົ່ວໂລກ.
2 ຝ່າຍສະແດງຄວາມດີໃຈຕໍ່ການພັດທະນາຢ່າງແຂງແຮງໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການຊ່ວຍເຫຼືອພັດທະນາ, ວັດທະນະທຳ ແລະ ການສຶກສາ; ແລະ ຢືນຢັນວ່າ, ການນຳ 2 ປະເທດຮັກສາການພົວພັນແລກປ່ຽນຄະນະຜູ້ແທນເປັນປະຈຳ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ລະຫວ່າງ 2 ປະເທດ.
ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ປະທານາທິບໍດີ ສະວິດ Viola Amherd
ທ່ານປະທານປະເທດ ສະວິດ ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນຊຸມປີມໍ່ໆມານີ້; ຢືນຢັນວ່າ ຫວຽດນາມ ແມ່ນບຸລິມະສິດອັນດັບໜຶ່ງຂອງສະວິດ ແລະ ຄູ່ຮ່ວມມືເສດຖະກິດສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້.
ທ່ານປະທານປະເທດ ສະວິດ ໃຫ້ຄຳໝັ້ນສັນຍາສືບຕໍ່ສະໜອງການໜູນຊ່ວຍພັດທະນາໃຫ້ແກ່ ຫວຽດນາມ, ດ້ວຍ 40 ກວ່າໂຄງການພວມໄດ້ຮັບການຜັນຂະຫຍາຍໃນບັນດາຂົງເຂດ, ໃນນັ້ນມີການແລກປ່ຽນບົດຮຽນພັດທະນາແບບຍືນຍົງ, ການສຶກສາ, ດຳເນີນທຸລະກິດ ແລະ ນະວັດຕະກຳ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ: ບັນດາໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ປະເທດໃນ 50 ປີຜ່ານມາ ແມ່ນຫຼັກຖານໃຫ້ແກ່ການພົວພັນຮ່ວມມືລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ; ແລະ ແມ່ນພື້ນຖານເພື່ອໃຫ້ 2 ຝ່າຍສືບຕໍ່ຍົກສູງການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ດີໃຫ້ແກ່ການຢ້ຽມຢາມຂັ້ນສູງລະຫວ່າງ 2 ປະເທດ, ກວດກາ ແລະ ຕີລາຄາໝາກຜົນການຮ່ວມມື, ສະເໜີບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືຕື່ມອີກ.
ທ່ານນາຍົກລັດຖະມົນຕີ ຂອບໃຈລັດຖະບານສະວິດ ໄດ້ສະໜອງ ODA, ປະກອບສ່ວນໜູນຊ່ວຍ ຫວຽດນາມ ບັນລຸໄດ້ບັນດາຜົນງານພັດທະນາເສດຖະກິດ - ສັງຄົມ; ປາດຖະໜາຢາກໃຫ້ບັນດາວິສາຫະກິດ Swiss ລົງທຶນເຂົ້າ ຫວຽດນາມ ຕື່ມອີກ; ເພີ່ມທະວີການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ; ແລະເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນປະເທດ.
ການນຳ 2 ທ່ານກໍ່ເຫັນດີເປັນເອກະສັນຈະມີວິທີຜັນຂະຫຍາຍໃນການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EFTA) ແລະ ສັນຍາປົກປ້ອງການລົງທຶນຂອງສອງປະເທດ ເພື່ອແນໃສ່ສ້າງຄວາມສະດວກ ແລະ ຮັບປະກັນຜົນປະໂຫຍດຂອງວິສາຫະກິດ ແລະ ນັກລົງທຶນຂອງ 2 ປະເທດ. ກ່ຽວກັບຫຼາຍຝ່າຍ, ຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນ ແລະ ສາກົນໃນໄລຍະຈະມາເຖິງ.
ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ເຫັນດີເປັນເອກະສັນກ່ຽວກັບຄວາມສຳຄັນຂອງການຮັບປະກັນສິດເສລີໃນການເດີນທະເລ ແລະ ການບິນຕາມກົດໝາຍສາກົນ, ແກ້ໄຂການພິພາດໂດຍສັນຕິວິທີ, ບົນພື້ນຖານການປະຕິບັດຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982); ຫຼຸດຜ່ອນຜົນກະທົບຂອງປັດໃຈພູມສາດທາງດ້ານການເມືອງຕໍ່ລະບົບຕ່ອງໂສ້ການສະຫນອງແລະການໄຫຼວຽນຂອງສິນຄ້າໃນພາກພື້ນແລະທົ່ວໂລກ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຂອບອົກຂອບໃຈ ແລະ ປາດຖະໜາວ່າ ລັດຖະບານ ສະວິດ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ສະວິດ ເຊື່ອມໂຍງເຂົ້າກັນເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງສະວິດ ແລະ ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ.
ຫວຽດນາມແມ່ນຕົວແບບແຫ່ງການພັດທະນາໃນໂລກທີ່ມີການຜັນແປ.
ທີ່ການພົບປະກັບທ່ານເລຂາທິການໃຫຍ່ UNCTAD Rebeca Grynspan, ທ່ານນາງ Rebeca Grynspan ເນັ້ນໜັກວ່າ UNCTAD ຍາມໃດກໍ່ຖື ຫວຽດນາມ ເປັນແບບຢ່າງແຫ່ງການພັດທະນາ, ເຊື່ອໝັ້ນ ແລະ ໃນແງ່ດີໃນສະພາບການໂລກພວມຜັນແປໄປໃນປະຈຸບັນ. ໂດຍສ່ວນຕົວແລ້ວ, ໃນນາມອະດີດຮອງປະທານາທິບໍດີ Costa Rica, ທ່ານນາງ ຍາມໃດກໍ່ຖືຫວຽດນາມ ເປັນແບບຢ່າງແຫ່ງການພັດທະນາ ແລະປາດຖະໜາຢາກມາຢ້ຽມຢາມຫວຽດນາມ.
ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະທ່ານເລຂາທິການໃຫຍ່ UNCTAD Rebeca Grynspan
ທ່ານເລຂາທິການໃຫຍ່ UNCTAD ແບ່ງປັນວ່າ, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນນີ້, UNCTAD ຈະຈັດຕັ້ງກອງປະຊຸມສາກົນ ແລະ ຫວັງວ່າ ຫວຽດນາມ ຈະສົ່ງບັນດາການນຳເຂົ້າຮ່ວມ. ພ້ອມກັນນັ້ນ, ທ່ານຫວັງວ່າ ຫວຽດນາມ ຈະເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງກອງປະຊຸມລັດຖະມົນຕີ UNCTAD ໃນປີ 2025.
ທ່ານນາຍົກລັດຖະມົນຕີ ຂອບອົກຂອບໃຈທ່ານເລຂາທິການໃຫຍ່ ໄດ້ມີຄວາມຮູ້ສຶກດີຕໍ່ຫວຽດນາມ; ຢືນຢັນວ່າ ຫວຽດນາມ ຕີລາຄາສູງບົດບາດຂອງ UNCTAD ໃນການໜູນຊ່ວຍບັນດາປະເທດພວມພັດທະນາ, ໃນນັ້ນມີຫວຽດນາມ ໃນການໃຫ້ຄຳປຶກສາ, ໜູນຊ່ວຍກໍ່ສ້າງບັນດານະໂຍບາຍພັດທະນາ, ປະກອບສ່ວນຮັກສາຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບອຸດົມສົມບູນ.
ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ຍ້ອນການສະໜັບສະໜູນຂອງ UNCTAD, ຫວຽດນາມ ມີຄວາມເຊື່ອໝັ້ນ ແລະ ໝັ້ນຄົງເຂັ້ມແຂງໃນບັນດາເສັ້ນທາງພັດທະນາທີ່ໄດ້ສະເໜີ; ປາດຖະໜາວ່າ UNCTAD ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນທຸກຂົງເຂດພັດທະນາ, ຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນສ້າງເງື່ອນໄຂເພື່ອຮັບເອົາບັນດານັກຊ່ຽວຊານ ຫວຽດນາມ ມາເຮັດວຽກຢູ່ກອງເລຂາ UNCTAD ໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ UNCTAD ຈະເສີມຂະຫຍາຍບົດບາດຊຸກຍູ້ການຮ່ວມມືທົ່ວໂລກ ແລະ ການຮ່ວມມືໃຕ້ - ໃຕ້, ພິເສດແມ່ນຮູບແບບການຮ່ວມມືສາມຝ່າຍລະຫວ່າງ ຫວຽດນາມ ກັບປະເທດພັດທະນາ ແລະ ປະເທດດ້ອຍພັດທະນາ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເຊີນທ່ານເລຂາທິການໃຫຍ່ມາຢ້ຽມຢາມ ຫວຽດນາມ ໂດຍໄວ ເພື່ອສືບຕໍ່ປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງ 2 ຝ່າຍ.
ແຫຼ່ງທີ່ມາ
(0)