ງານມະໂຫລານຄັ້ງນີ້ແມ່ນສ່ວນໜຶ່ງຂອງ “ປີແຫ່ງການປະດິດສ້າງລະຫວ່າງ ຝະລັ່ງ - ຫວຽດນາມ” ໂດຍສະຖານທູດຝະລັ່ງ ປະຈຳ ຫວຽດນາມ ໂດຍສົມທົບກັບບັນດາອົງການ, ສະຖາບັນຄົ້ນຄ້ວາ ແລະ ເຄືອຂ່າຍປະດິດສ້າງ ຫວຽດນາມ ຢູ່ ເອີລົບ (VINEU). ນີ້ແມ່ນການເຄື່ອນໄຫວດ້ານວິຊາການຂັ້ນສູງ, ໄດ້ເຕົ້າໂຮມບັນດານັກຄົ້ນຄ້ວາ, ຜູ້ຕາງໜ້າບັນດາອົງການ, ວິສາຫະກິດ ແລະ ປະຊາຄົມຊາວຫວຽດນາມ ຢູ່ ຝະລັ່ງ ເພື່ອປຶກສາຫາລືທິດທາງພັດທະນາລະບົບນະວັດຕະກຳທີ່ເໝາະສົມກັບ ຫວຽດນາມ ໃນໄລຍະຈະມາເຖິງ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານສາດສະດາຈານ Michel Blanchard, ຜູ້ປະສານງານໂຄງການ ເນັ້ນໜັກວ່າ: ຫວຽດນາມ ພວມປະເຊີນໜ້າກັບການທ້າທາຍເພື່ອຫຼຸດພົ້ນອອກຈາກ “ດັກລາຍຮັບປານກາງ” ເພື່ອບັນລຸເປົ້າໝາຍກາຍເປັນປະເທດລາຍຮັບສູງຮອດປີ 2045.
ທ່ານ Jean-Philippe Eglinger, ຜູ້ລິເລີ່ມ “ປີແຫ່ງການປະດິດສ້າງ ຝະລັ່ງ-ຫວຽດນາມ”, ໃຫ້ຮູ້ວ່າ, ກອງປະຊຸມໄດ້ຈັດຕັ້ງເພື່ອສະຫຼຸບພາບລວມຂອງລະບົບນິເວດນະວັດຕະກໍາຢູ່ ຫວຽດນາມ, ພິເສດແມ່ນນັບແຕ່ ລັດຖະບານ ໄດ້ຈັດຕັ້ງໂຄງການ 844 ເພື່ອໜູນຊ່ວຍບັນດາວິສາຫະກິດປະດິດສ້າງແຫ່ງຊາດໃນປີ 2016. ຕາມທ່ານແລ້ວ, ນີ້ແມ່ນໂອກາດເພື່ອໃຫ້ບັນດານັກວິຊາການ, ວິສາຫະກິດ 2 ປະເທດແບ່ງປັນບົດຮຽນ, ປະສົບການທີ່ເໝາະສົມ. ສະພາບການຂອງຫວຽດນາມ, ປະກອບສ່ວນປະຕິບັດເປົ້າໝາຍກາຍເປັນປະເທດມີລາຍຮັບປານກາງຮອດປີ 2030 ແລະ ເປັນປະເທດພັດທະນາຮອດປີ 2045.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ Dinh Toan Thang ໄດ້ຕີລາຄາສູງຂໍ້ລິເລີ່ມເພື່ອຈັດຕັ້ງເຫດການນີ້, ຖືວ່າແມ່ນການເຄື່ອນໄຫວຍຸດທະສາດໃນສະພາບການຫວຽດນາມ ຊຸກຍູ້ການຫັນປ່ຽນຮູບແບບການເຕີບໂຕ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: “ ວິທະຍາສາດ , ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນປ່ຽນດີຈີຕອນແມ່ນບັນດາບາດກ້າວບຸກທະລຸສຳຄັນ, ແມ່ນກຳລັງໜູນຕົ້ນຕໍເພື່ອໃຫ້ຫວຽດນາມ ຫັນປ່ຽນຮູບແບບການພັດທະນາ, ມຸ່ງໄປເຖິງຈຸດໝາຍພັດທະນາແບບຍືນຍົງ”.
ທ່ານເອກອັກຄະລັດຖະທູດ Dinh Toan Thang ຢືນຢັນວ່າ ຍາມໃດຝລັ່ງ ຍາມໃດກໍ່ຖືຫວຽດນາມ ແມ່ນກຳລັງເຕັກໂນໂລຢີ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ມີບັນດາວິທະຍາສາດ, ຄົ້ນຄວ້າ ແລະ ວິທະຍາສາດກ້າວໜ້າ. ສອງປະເທດມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືໃນບັນດາຂົງເຂດຄື: ປັນຍາປະດິດ, ຄວາມປອດໄພທາງອິນເຕີແນັດ, ພະລັງງານນິວເຄຼຍພົນລະເຮືອນ, ທາງລົດໄຟຄວາມໄວສູງເໜືອ-ໃຕ້, ພະລັງງານສະອາດ, ອຸດສາຫະກຳການບິນ, ກະສິກຳ ເຕັກໂນໂລຊີສູງ ແລະ ການແພດທັນສະໄໝ. ພ້ອມທັງເນັ້ນໜັກເຖິງບົດບາດຂອງຝະລັ່ງ ໃນການຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ ໂດຍຜ່ານບັນດາໂຄງການທຶນການສຶກສາ, ລະດັບປະລິນຍາຕີ 2 ຊັ້ນ ແລະ ບັນດາໂຄງການຄົ້ນຄ້ວາຮ່ວມກັນ.
ໃນບົດກ່າວປາໄສ, ທ່ານສາດສະດາຈານ Michel Blanchard ໄດ້ສະເໜີບົດວິເຄາະກ່ຽວກັບສະພາບເສດຖະກິດມະຫາພາກຂອງຫວຽດນາມ, ໂດຍຊີ້ອອກວ່າ, ຫວຽດນາມ ຍັງຄົງອີງໃສ່ຮູບແບບການຜະລິດ - ປະກອບໃນຂະແໜງເອເລັກໂຕຣນິກເປັນຕົ້ນຕໍ, ດ້ວຍອັດຕາເພີ່ມມູນຄ່າພາຍໃນຍັງຕ່ຳ. ທ່ານກ່າວວ່າ, ຮູບແບບນີ້ຊ່ວຍຊຸກຍູ້ການສົ່ງອອກແລະການເຕີບໂຕຢ່າງວ່ອງໄວໃນໄລຍະຕົ້ນ, ແຕ່ໃນໄລຍະຍາວ, ຫວຽດນາມຕ້ອງຫັນໄປສູ່ຂະແໜງອຸດສາຫະກຳທີ່ມີເຕັກໂນໂລຊີສູງກວ່າແລະມີເນື້ອໃນຄວາມຮູ້ສູງ, ແລະລົງທຶນຢ່າງຫຼວງຫຼາຍເຂົ້າໃນການຜະລິດແລະປະດິດສ້າງເພື່ອຫຼຸດພົ້ນອອກຈາກ “ດັກລາຍຮັບປານກາງ”.
ຕີລາຄານະໂຍບາຍປະດິດສ້າງຂອງຫວຽດນາມ, ສາດສະດາຈານ Blanchard ຢືນຢັນວ່າ: ການກຳນົດທິດທາງດ້ານການເມືອງຂອງການນຳຫວຽດນາມ ແມ່ນແຂງແຮງທີ່ສຸດ, ຖືການປະດິດສ້າງບໍ່ພຽງແຕ່ແມ່ນໜ້າທີ່ຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີເທົ່ານັ້ນ ຫາກຍັງແມ່ນສາຍເຫດຂອງທົ່ວສັງຄົມ. ທ່ານກ່າວວ່າ, ຫວຽດນາມ ສາມາດຖອດຖອນບົດຮຽນຈາກຝະລັ່ງ ໃນການເຊື່ອມຈອດພາກລັດ ແລະ ເອກະຊົນ, ມະຫາວິທະຍາໄລ, ໂຄງການຄົ້ນຄວ້າ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ, ສ້າງລະບົບນິເວດນະວັດຕະກຳຮອບດ້ານ.
ກ່າວຄຳເຫັນຕໍ່ວົງການນັກຂ່າວ VNA, ທ່ານນາງ ເຈີ່ນ ຮ່າມິງ, ຜູ້ອຳນວຍການໃຫຍ່ VINEU ປະຈຳ ຝະລັ່ງ ແລະ ປະທານສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຢູ່ ເອີລົບ ໃຫ້ຮູ້ວ່າ, ໄດ້ສົມທົບກັບບັນດາສາດສະດາຈານ ຫວຽດນາມ ແລະ ຝະລັ່ງ ຂອງ INALCO ຈັດຕັ້ງເຫດການນີ້, ແນໃສ່ແບ່ງປັນບົດຮຽນຄົ້ນຄວ້າກ່ຽວກັບລະບົບນະວັດຕະກຳທີ່ເໝາະສົມກັບ ຫວຽດນາມ, ພ້ອມກັນນັ້ນກໍ່ຊອກຫາວິທີແກ້ໄຂເພື່ອຊຸກຍູ້ບັນດາວິວັດທະນາການຊຸກຍູ້ການພົວພັນລະຫວ່າງພາກລັດ - ເອກະຊົນ, ວິສາຫະກິດ ຝລັ່ງ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ໂດຍມີການແລກປ່ຽນຫຼາຍຢ່າງລະຫວ່າງນັກຄົ້ນຄ້ວາ ແລະ ປະຊາຄົມວິສາຫະກິດ ຝະລັ່ງ - ຫວຽດນາມ ກ່ຽວກັບທິດທາງພັດທະນາເຕັກໂນໂລຊີ, ການຫັນເປັນດິຈິຕອນ ແລະ ການຮ່ວມມືສອງຝ່າຍໃນຂົງເຂດປະດິດສ້າງ. ບັນດາຜູ້ແທນໄດ້ເຫັນດີເປັນເອກະສັນກັນວ່າ ການປະດິດສ້າງບໍ່ພຽງແຕ່ແມ່ນທ່າອ່ຽງທີ່ຫຼີກລ່ຽງບໍ່ໄດ້ເທົ່ານັ້ນ ຫາກຍັງແມ່ນຄຳສັ່ງຂອງຍຸກສະໄໝ, ພື້ນຖານໃຫ້ແກ່ການເຕີບໂຕສີຂຽວ, ພັດທະນາແບບຍືນຍົງ ແລະ ຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນຕ່ອງໂສ້ມູນຄ່າໂລກ.
ທີ່ມາ: https://baotintuc.vn/thoi-su/viet-nam-phapthuc-day-hop-tac-trong-linh-vuc-doi-moi-sang-tao-20251017065655844.htm
(0)