ຕອນເຊົ້າວັນທີ 16 ກັນຍາ (ຕາມເວລາ ອັງກິດ), ທ່ານລັດຖະມົນຕີ ກະຊວງການເງິນ ຫງວຽນວັນແທ່ງ ໄດ້ເປັນປະທານກອງປະຊຸມສົ່ງເສີມການລົງທຶນ ຢູ່ ລອນດອນ, ມີຜູ້ແທນເກືອບ 300 ຄົນ ທີ່ຕາງໜ້າໃຫ້ບັນດາວິສາຫະກິດໃຫຍ່, ບໍລິສັດ, ທະນາຄານ, ກອງທຶນລົງທຶນຂອງຫວຽດນາມ ແລະບັນດາປະເທດເຂົ້າຮ່ວມ.
ພາບລວມຂອງກອງປະຊຸມສົ່ງເສີມການລົງທຶນ, ຈັດຂຶ້ນຢູ່ອັງກິດ.
ທີ່ກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນວັນແທ່ງ ໃຫ້ຮູ້ວ່າ: 8 ເດືອນຕົ້ນປີ 2025, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢູ່ ຫວຽດນາມ ຄາດວ່າບັນລຸ 15,40 ຕື້ USD - ເພີ່ມຂຶ້ນ 8,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ພິເສດ, ອັງກິດ ແມ່ນຄູ່ຮ່ວມມືຍຸດທະສາດ, ເປັນນັກລົງທຶນສຳຄັນ ແລະ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງ ຫວຽດນາມ ໃນຕະຫຼາດເອີລົບ.
ຄຽງຄູ່ກັບການດຶງດູດເງິນລົງທຶນ FDI, ທ່ານລັດຖະມົນຕີກະຊວງການເງິນ ຕີລາຄາວ່າ: ວົງເງິນລົງທຶນໂດຍທາງອ້ອມ (FII) ຂອງ ຫວຽດນາມ ຍັງມີບາດກ້າວພັດທະນາຢ່າງແຂງແຮງ, ມີທ່າແຮງຫຼາຍຢ່າງເມື່ອຕະຫຼາດຫຼັກຊັບພວມພັດທະນາຢ່າງໜ້າປະທັບໃຈ. ຫວຽດນາມ ມີ 1.600 ບໍລິສັດຈົດທະບຽນ ແລະ ຈົດທະບຽນຊື້-ຂາຍໃນຕະຫຼາດຫຼັກຊັບ, ໃນນັ້ນ 7 ບໍລິສັດຈົດທະບຽນມີຍອດທຶນເກີນ 10 ຕື້ USD, 61 ບໍລິສັດຈົດທະບຽນມີຍອດທຶນເກີນ 1 ຕື້ USD.
ຮອດເດືອນສິງຫາປີ 2025, ດັດຊະນີ VN ໄດ້ເພີ່ມຂຶ້ນ 33% ເມື່ອທຽບໃສ່ທ້າຍປີກາຍ, ກາຍເປັນໜຶ່ງໃນບັນດາຕະຫຼາດທີ່ມີການເຕີບໂຕຢ່າງແຂງແຮງທີ່ສຸດ ໃນໂລກ . ຫຸ້ນສ່ວນຂອງຫວຽດນາມນຳໜ້າພາກພື້ນອາຊຽນໃນສະພາບຄ່ອງຕົວ, ດ້ວຍມູນຄ່າການຄ້າສະເລ່ຍແມ່ນກວ່າ 1,1 ຕື້ USD/ວັນ. ຕົວເລກບັນຊີຫຼັກຊັບບັນລຸໄດ້ຫຼາຍກວ່າ 10 ລ້ານບັນຊີ ເທົ່າກັບ 10% ຂອງພົນລະເມືອງ, ລື່ນກາຍຄາດໝາຍທີ່ວາງໄວ້.
ທ່ານນາງ ວູທິຈັນຟອງ, ປະທານຄະນະກຳມະການຫຼັກຊັບແຫ່ງລັດ, ກ່າວຄຳເຫັນທີ່ກອງປະຊຸມ.
ທ່ານ ຫງວຽນວັນແທ່ງ ເນັ້ນໜັກວ່າ, ຫວຽດນາມ ພວມຜັນຂະຫຍາຍບັນດາຂອບເຂດນິຕິກຳຢ່າງຄົບຖ້ວນ, ກ້າວເຂົ້າສູ່ມາດຖານ ແລະ ການປະຕິບັດສາກົນ, ຮັບປະກັນການພັດທະນາຕະຫຼາດຫຼັກຊັບຢ່າງປອດໄພ, ໂປ່ງໃສ ແລະ ໝັ້ນຄົງ. ໃນຊຸມປີມໍ່ໆມານີ້, ການປະຕິຮູບຫຼາຍຢ່າງໄດ້ຮັບການປະຕິບັດເພື່ອສ້າງເງື່ອນໄຂສະດວກກວ່າໃຫ້ບັນດານັກລົງທຶນຕ່າງປະເທດ.
ຫວຽດນາມ ກໍ່ຕັ້ງໃຈປະຕິບັດຍຸດທະສາດປະຕິຮູບຢ່າງຮອບດ້ານ ແລະ ເຂັ້ມແຂງ ເພື່ອນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່. “ຢູ່ຫວຽດນາມ, ບັນດານະໂຍບາຍສະເໝີຕົ້ນສະເໝີປາຍເພື່ອຄວາມໂປ່ງໃສ, ຍຸຕິທຳ, ສະພາບແວດລ້ອມແຫ່ງການລົງທຶນນັບມື້ນັບໄດ້ຮັບການປັບປຸງດ້ວຍເປົ້າໝາຍ “ຜົນປະໂຫຍດເຊິ່ງກັນ ແລະກັນ”, ຊຸກຍູ້ການປະດິດສ້າງ, ປົກປ້ອງສິດຍຸຕິທຳຂອງນັກລົງທຶນ, ເພື່ອໃຫ້ຫວຽດນາມ ເປັນຈຸດໝາຍປາຍທາງການລົງທຶນຍາວນານ ແລະຍືນຍົງ”.
ທີ່ມາ: https://nld.com.vn/viet-nam-bao-dam-thi-truong-chung-khoan-phat-trien-minh-bach-ben-vung-196250916211027631.htm
(0)