
Vietjet ຈະປ່ຽນເວລາຖ້ຽວບິນໂດຍບໍ່ເສຍຄ່າບໍລິການ ຫຼືຄືນການຈອງປີ້ຍົນໂດຍບໍ່ໄດ້ເສຍຄ່າບໍລິການສຳລັບຜູ້ໂດຍສານທີ່ມີຖ້ຽວບິນອອກຈາກສະໜາມບິນທີ່ໄດ້ຮັບຜົນກະທົບຈາກພະຍຸ.
ເນື່ອງຈາກຜົນກະທົບຈາກໄພນ້ຳຖ້ວມຢູ່ແຂວງ ຢາລາຍ , ດັກລັກ ແລະ ແຂວງແຄ໋ງຮ່ວາ ໃນຊຸມມື້ມໍ່ໆມານີ້, ການເດີນທາງຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ສະໜາມບິນຕ້ອງຢຸດການເຄື່ອນໄຫວຊົ່ວຄາວ. ຖ້ຽວບິນຫຼາຍຖ້ຽວໄປແລະຈາກສະໜາມບິນ Phu Cat, Tuy Hoa ແລະ Cam Ranh ກໍ່ໄດ້ຮັບຜົນກະທົບ, ແລະຕາຕະລາງຖ້ຽວບິນຕ້ອງໄດ້ຮັບການປັບປ່ຽນ.
ເພື່ອຮອງຮັບປະຊາຊົນ ແລະ ນັກທ່ອງທ່ຽວ, Vietjet ຈະປ່ຽນເວລາຖ້ຽວບິນໂດຍບໍ່ເສຍຄ່າ ຫຼື ຈ່າຍຄືນການຈອງໂດຍບໍ່ໄດ້ເສຍຄ່າບໍລິການຕາມເງື່ອນໄຂຂອງປີ້ສໍາລັບຜູ້ໂດຍສານທີ່ມີຖ້ຽວບິນອອກຈາກສະໜາມບິນທີ່ໄດ້ຮັບຜົນກະທົບ ລວມທັງ:
ຖ້ຽວບິນອອກຈາກສະໜາມບິນ Cam Ranh ແຕ່ວັນທີ 20 ພະຈິກ ຫາ 23 ພະຈິກ 2025; ຖ້ຽວບິນອອກຈາກສະໜາມບິນ Tuy Hoa ແຕ່ວັນທີ 20/11 – 25/11/2025; ຖ້ຽວບິນອອກຈາກສະໜາມບິນ Phu Cat ແຕ່ວັນທີ 19/11 – 23/11/2025.
ຜູ້ໂດຍສານຕິດຕໍ່ສາຍດ່ວນ 1900 1886, ຫ້ອງຂາຍປີ້ທີ່ເປັນທາງການຂອງ Vietjet ຫຼືຕົວແທນ Vietjet ຢູ່ສະໜາມບິນ Cam Ranh, Tuy Hoa, Phu Cat ເພື່ອຊ່ວຍເຫຼືອ.
ນອກຈາກນັ້ນ, Vietjet ສືບຕໍ່ໜູນຊ່ວຍການຂົນສົ່ງເຄື່ອງບັນເທົາທຸກໂດຍບໍ່ເສຍຄ່າຈາກສະໜາມບິນ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເຖິງບັນດາທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ພາກກາງ. ອົງການຈັດຕັ້ງ, ໜ່ວຍງານ ແລະ ບຸກຄົນທີ່ຕ້ອງການສົ່ງເຄື່ອງບັນເທົາທຸກ ກະລຸນາຕິດຕໍ່ Vietjet ຜ່ານສາຍດ່ວນ: 0918716828 ຢູ່ຮ່າໂນ້ຍ ແລະ 0912384770 ຢູ່ນະຄອນໂຮ່ຈີມິນ ຫຼື ອີເມລ໌: cuutro@vietjetair.com ເພື່ອສະໜັບສະໜູນການລົງທະບຽນການຂົນສົ່ງ.
ຜູ້ຕາງໜ້າ Vietjet ໃຫ້ຮູ້ວ່າ: “ດ້ວຍສຸດຈິດສຸດໃຈຂອງພວກເຮົາຕໍ່ເຂດພາກກາງທີ່ຮັກແພງ, Vietjet ປາດຖະໜາຢາກຮ່ວມກັບປະຊາຊົນເພື່ອແກ້ໄຂໄພນໍ້າຖ້ວມໂດຍໄວ ແລະ ກັບຄືນສູ່ຊີວິດປົກກະຕິ”.
PT
ທີ່ມາ: https://baochinhphu.vn/vietjet-ho-tro-doi-ve-mien-phi-voi-khach-bi-anh-huong-boi-mua-lu-mien-trung-102251121160821525.htm






(0)