ເມື່ອບໍ່ດົນມານີ້, ສະມາຄົມນັກທຸລະກິດນະຄອນ ໂຮ່ຈີມິນ (HUBA) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນນັກທຸລະກິດ ຫວຽດນາມ ແລະ ມອບໃຫ້ “ວິສາຫະກິດ ແລະ ນັກທຸລະກິດດີເດັ່ນຂອງນະຄອນ ໂຮ່ຈີມິນ ປີ 2024”.
ຕາງໜ້າໃຫ້ກຸ່ມບໍລິສັດ ທ່ອງທ່ຽວ Vietravel , ທ່ານ ເຈີ່ນດ້າຍກວາງ, ຮອງປະທານສະພາບໍລິຫານກຸ່ມບໍລິສັດ Vietravel ແລະ ຜູ້ອຳນວຍການໃຫຍ່ບໍລິສັດທ່ອງທ່ຽວ Vietravel ໄດ້ເຂົ້າຮ່ວມງານລ້ຽງ ແລະ ເປັນກຽດໄດ້ຮັບ: - ໃບຢັ້ງຢືນ “ວິສາຫະກິດນະຄອນໂຮ່ຈີມິນດີເດັ່ນປີ 2024” ຈາກສະມາຄົມນັກທຸລະກິດນະຄອນ ໂຮ່ຈີມິນ. - ໃບຢັ້ງຢືນ “ນັກທຸລະກິດນະຄອນໂຮ່ຈີມິນດີເດັ່ນປີ 2024”. ໃນໂອກາດນີ້, ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ - ທ່ານ ຟານວັນໄມ ໄດ້ມີການໂອ້ລົມສົນທະນາກັບວິສາຫະກິດ ເພື່ອຕອບຄຳຊັກຖາມ ແລະ ແບ່ງປັນທິດພັດທະນານະຄອນໃນໄລຍະຈະມາເຖິງ. ຕາງໜ້າໃຫ້ຂະແໜງ ທ່ອງທ່ຽວ , ທ່ານ ເຈີ່ນດ້າຍກວາງ, ຜູ້ອຳນວຍການໃຫຍ່ Vietravel ໄດ້ແນະນຳວ່າ: ນະຄອນຄວນສຸມໃສ່ພັດທະນາການທ່ອງທ່ຽວ MICE (ການພົບປະ, ຈູງໃຈ, ກອງປະຊຸມ ແລະ ງານວາງສະແດງ) ເປັນກຳລັງແຮງຂອງການທ່ອງທ່ຽວນະຄອນ ໂຮ່ຈີມິນ. ພ້ອມກັນນັ້ນ, ນະຄອນກໍ່ຕ້ອງມີນະໂຍບາຍການເງິນເພື່ອໜູນຊ່ວຍບັນດາເຫດການ MICE ສາກົນ, ມີນະໂຍບາຍບຸລິມະສິດໃຫ້ແຂກເປັນກຸ່ມໃຫຍ່, ໄດ້ຮັບການຍົກເວັ້ນພາສີ ແລະ ຫຼຸດຜ່ອນຄ່າທຳນຽມບາງປະເພດໃຫ້ບັນດາບໍລິສັດເລືອກເຟັ້ນນະຄອນໂຮ່ຈິມິນເປັນຈຸດໝາຍປາຍທາງ... 
ແຕ່ລະປີ, ພິທີມອບລາງວັນ “ວິສາຫະກິດ ແລະ ນັກທຸລະກິດດີເດັ່ນຂອງນະຄອນ ໂຮ່ຈີມິນ” ໄດ້ຈັດຂື້ນເພື່ອເປັນກຽດແກ່ບັນດາວິສາຫະກິດ, ຜູ້ປະກອບການທີ່ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຢັ້ງຢືນທີ່ຕັ້ງໃນການພັດທະນາລວມຂອງນະຄອນ; ຊຸກຍູ້ໃຫ້ວິສາຫະກິດ ແລະ ຜູ້ປະກອບການສືບຕໍ່ເຕີບໂຕ; ຊຸກຍູ້ຈິດໃຈແຫ່ງການເປັນເຈົ້າຕົນເອງ, ປັບປຸງຕົນເອງ, ມີຫົວຄິດປະດິດສ້າງຕັ້ງຫນ້າ; ຍາດແຍ່ງກາລະໂອກາດ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງ ແລະ ພັດທະນາຕົວເມືອງ. ທີ່ມາ: https://www.vietravel.com/vn/nhat-ky-vietravel/vietravel-vinh-du-nhan-bang-khen-chung-nhan-tai-le-ton-vinh-khen-thuong-doanh-nghiep-doanh-nhan-tphcm-tieu-bieu-nam-2024-v15px
(0)