ຕາມກົມການລົງທຶນຕ່າງປະເທດ ( ກະຊວງແຜນການ ແລະ ການລົງທຶນ ) ໃຫ້ຮູ້ວ່າ: ມາຮອດວັນທີ 20/5, ຍອດຈຳນວນທຶນລົງທຶນຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ ບັນລຸເກືອບ 10,86 ຕື້ USD, ຫຼຸດລົງ 7,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະ, ທຶນຈົດທະບຽນໃໝ່ບັນລຸກວ່າ 5,26 ຕື້ USD, ເພີ່ມຂຶ້ນ 27,8%; ທຶນດັດສົມບັນລຸ 2,28 ຕື້ USD, ຫຼຸດລົງ 59,4%; ທຶນການລົງທຶນໂດຍຜ່ານການປະກອບທຶນ ແລະ ການຊື້ຫຸ້ນບັນລຸເກືອບ 3,32 ຕື້ USD, ເພີ່ມຂຶ້ນ 67,2%. ໂດຍສະເພາະ, ເງິນທຶນເຂົ້າໄປໃນອະສັງຫາລິມະສັບຫຼຸດລົງຢ່າງຫຼວງຫຼາຍ.
ທຶນຕ່າງປະເທດທີ່ໄຫລເຂົ້າໄປໃນອະສັງຫາລິມະຊັບໄດ້ຫຼຸດລົງຢ່າງຫຼວງຫຼາຍ
ໃນຊຸມປີມໍ່ໆມານີ້, ທຶນ FDI ທີ່ລົງທຶນເຂົ້າໃນຂະແໜງອະສັງຫາລິມະຊັບຫວຽດນາມ ລ້ວນແຕ່ຢືນອັນດັບທີ 2 ໃນບັນດາຂົງເຂດດຶງດູດທຶນຕ່າງປະເທດ. ແນວໃດກໍດີ, ໃນ 5 ເດືອນຕົ້ນປີນີ້, ອຸດສາຫະກຳອະສັງຫາລິມະຊັບໄດ້ຫຼຸດລົງມາຢູ່ອັນດັບ 3 ເມື່ອດຶງດູດນັກລົງທຶນຕ່າງປະເທດໄດ້ 1,16 ຕື້ USD, ຫຼຸດລົງ 61,3% ເມື່ອທຽບໃສ່ກັບວົງເງິນລົງທຶນເກືອບ 3 ຕື້ USD ໃນໄລຍະດຽວກັນຂອງປີກາຍ.
ກົງກັນຂ້າມ, ການເຄື່ອນໄຫວດ້ານການເງິນ ແລະ ການທະນາຄານໄດ້ຂຶ້ນສູ່ອັນດັບ 2 ໃນການດຶງດູດທຶນ FDI ນັບແຕ່ຕົ້ນປີດ້ວຍຍອດຈຳນວນທຶນກວ່າ 1,53 ຕື້ USD, ເພີ່ມຂຶ້ນກວ່າ 12 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຂະນະດຽວກັນ, ອຸດສາຫະກຳປຸງແຕ່ງ ແລະ ຜະລິດຍັງສືບຕໍ່ນຳໜ້າ ດ້ວຍຍອດຈຳນວນທຶນລົງທຶນບັນລຸກວ່າ 6,64 ຕື້ USD, ກວມ 61,2% ຍອດຈຳນວນທຶນຈົດທະບຽນ ແລະ ຫລຸດລົງ 2,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ກ່ຽວກັບບັນດາຄູ່ຮ່ວມມືລົງທຶນ, ໃນ 5 ເດືອນຕົ້ນປີ, 82 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າ ຫວຽດນາມ. ໃນນັ້ນ, ສິງກະໂປນຳໜ້າ ດ້ວຍຍອດຈຳນວນທຶນລົງທຶນກວ່າ 2,53 ຕື້ USD, ກວມກ່ວາ 23,3% ຍອດຈຳນວນທຶນລົງທຶນຂອງຫວຽດນາມ, ຫຼຸດລົງ 14,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022; ຍີ່ປຸ່ນຢືນອັນດັບທີ 2 ດ້ວຍຍອດມູນຄ່າເກືອບ 2,1 ຕື້ USD, ກວມເກືອບ 19,1% ຍອດຈຳນວນທຶນລົງທຶນ, ເພີ່ມຂຶ້ນເກືອບ 2,2 ເທົ່າເມື່ອທຽບໃສ່ໄລຍະດຽວກັນ. ໃນຂະນະນັ້ນ, ຈີນຢືນອັນດັບທີ 3 ດ້ວຍຍອດຈຳນວນທຶນລົງທຶນເກືອບ 1,61 ຕື້ USD, ກວມ 14,8% ຂອງຍອດຈຳນວນທຶນລົງທຶນ, ເພີ່ມຂຶ້ນ 41,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຮ່າໂນ້ຍ ພວມນຳໜ້າ ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 1,87 ຕື້ USD, ກວມເກືອບ 17,2% ຍອດຈຳນວນທຶນຈົດທະບຽນ ແລະ ເພີ່ມຂຶ້ນເກືອບ 2,7 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ອັນດັບທີ 2 ແມ່ນ ແຂວງ ບັກຢາງ , ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 1 ຕື້ USD, ກວມເອົາກວ່າ 9,4% ຂອງຍອດຈຳນວນທຶນລົງທຶນໃນທົ່ວປະເທດເມື່ອທຽບໃສ່ປີກາຍນີ້. ຕິດຕາມດ້ວຍນະຄອນໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ...
ເບິ່ງ:
ການເຄື່ອນໄຫວເສດຖະກິດ ວັນທີ 26 ພຶດສະພາ: ມະຫາເສດຖີອິນເດຍ ຢາກລົງທຶນ 10 ຕື້ USD ຢູ່ ຫວຽດນາມ | ເຢຍລະມັນຕົກຢູ່ໃນພາວະຖົດຖອຍ
ແຫຼ່ງທີ່ມາ






(0)