ການສົ່ງອອກຈະເຕີບໂຕຂຶ້ນເຖິງ 6%
ຕາມສະຖິຕິລະອຽດຂອງກົມພາສີ, ຍອດມູນຄ່າການສົ່ງອອກສິນຄ້າໃນເດືອນ 7/2024 ບັນລຸ 36,24 ຕື້ USD, ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ເດືອນກ່ອນ. ການເພີ່ມຂຶ້ນຢ່າງແຂງແຮງໃນກຸ່ມສິນຄ້າເຊັ່ນ: ໂທລະສັບທຸກປະເພດແລະອົງປະກອບ; ແຜ່ນແພ; ເຄື່ອງຈັກ, ອຸປະກອນ, ເຄື່ອງມື, ອາໄຫຼ່; ວິທີການຂົນສົ່ງ ແລະອາໄຫຼ່; ໄມ້ ແລະ ຜະລິດຕະພັນໄມ້ເພີ່ມຂຶ້ນ; ເຂົ້າເພີ່ມຂຶ້ນ...
ກ່າວຄຳເຫັນກັບນັກຂ່າວໜັງສືພິມລາວດົ່ງ, ທ່ານຮອງສາດສະດາຈານ ດຣ ດິງເຈີ້ງທິ້ງ, ນັກຊ່ຽວຊານ ດ້ານເສດຖະກິດ ໃຫ້ຄຳເຫັນວ່າ: ຕົວເລກສະແດງໃຫ້ເຫັນວ່າ: ຕົວເລກທີ່ດີກ່ຽວກັບຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງບັນດາວິສາຫະກິດພາຍໃນ 7 ເດືອນຕົ້ນປີ 2024 ສະແດງໃຫ້ເຫັນວ່າ, ບັນດາວິສາຫະກິດພາຍໃນປະເທດພວມມານະພະຍາຍາມຢ່າງຕັ້ງໜ້າເພື່ອຊຸກຍູ້ການເຄື່ອນໄຫວສົ່ງອອກ. ດ້ວຍເຫດນີ້ຈຶ່ງເພີ່ມຄວາມສາມາດໃນການບໍລິໂພກສິນຄ້າ ແລະ ຜະລິດຕະພັນ, ເປັນການຮັດແໜ້ນສິນຄ້າຂອງປະເທດເຮົາໃນຕະຫຼາດໂລກ.
“ດ້ວຍຄວາມມານະພະຍາຍາມຂອງວິສາຫະກິດ ແລະ ການໜູນຊ່ວຍຂອງລັດ, ຫວຽດນາມ ມີທ່າອ່ຽງບັນລຸໄດ້ ແລະ ລື່ນກາຍຄາດໝາຍເຕີບໂຕການສົ່ງອອກ 6% ໃນປີ 2024. ແນວໃດກໍ່ຕາມ, ຕ້ອງສືບຕໍ່ປະຕິບັດບັນດາມາດຕະການແກ້ໄຂຢ່າງກົງໄປກົງມາກ່ຽວກັບການຊອກຫາຕະຫຼາດ, ຍົກສູງຄຸນນະພາບຜະລິດຕະພັນ, ໜູນຊ່ວຍວິສາຫະກິດເພື່ອບັນລຸເປົ້າໝາຍດັ່ງກ່າວ” - ຮອງສາດສະດາຈານ, ດຣ ດິງເຈີ້ທິງ ຢືນຢັນ.
ຕາມທ່ານນາງ ດິງເທ໋ເຟືອງ, ຫົວໜ້າກົມສະຖິຕິການຄ້າ ແລະ ການບໍລິການ (ກົມສະຖິຕິທົ່ວໄປ), ໜຶ່ງໃນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດຫວຽດນາມ ໃນ 6 ເດືອນຕົ້ນປີ 2024 ແມ່ນວົງເງິນການນຳເຂົ້າ ແລະ ສົ່ງອອກສິນຄ້າບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ.
ໝາກຜົນດັ່ງກ່າວບັນລຸໄດ້ຍ້ອນຄວາມມານະພະຍາຍາມຂອງລັດຖະບານ, ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງແຮງ, ກຳນົດທິດວິສາຫະກິດຍາດແຍ່ງກາລະໂອກາດຂອງສັນຍາການຄ້າເສລີ, ເພີ່ມທະວີການຊຸກຍູ້ການຄ້າ, ຊຸກຍູ້ບັນດາຜະລິດຕະພັນຂອງຫວຽດນາມ ອອກສູ່ຕະຫຼາດສາກົນ, ພ້ອມກັນນັ້ນກໍ່ຢັ້ງຢືນຄຸນນະພາບຂອງສິນຄ້າຫວຽດນາມ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກທົ່ວໂລກ .
ຄຽງຂ້າງນັ້ນ, ກໍ່ສະແດງໃຫ້ເຫັນວ່າ, ທ່າອ່ຽງຄວາມຕ້ອງການຂອງໂລກຕໍ່ບາງຜະລິດຕະພັນຂອງຫວຽດນາມ ຍັງຄົງມີທ່າອ່ຽງດີ, ບັນດາການເຄື່ອນໄຫວຜະລິດພາຍໃນປະເທດຟື້ນຕົວ, ຕອບສະໜອງຄວາມຕ້ອງການພາຍໃນ ແລະ ສົ່ງອອກໃນໄລຍະຈະມາເຖິງ.
ຍາດແຍ່ງກາລະໂອກາດ, ເປີດຕະຫຼາດ
ຕາມທ່ານນາງ ດິງທິທູເຟືອງ ແລ້ວ, ໃນໄລຍະຈະມາເຖິງ, ຕ້ອງສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຫຼາຍກຸ່ມແກ້ໄຂຄື: ສືບຕໍ່ຫັນບັນດາຮູບແບບໂຄສະນາເຜີຍແຜ່ກ່ຽວກັບບັນດາສິ່ງຈູງໃຈໃນສັນຍາ FTA, ພ້ອມກັນນັ້ນກໍ່ນິຍົມບັນດາວິທີການເປີດປະຕູຕະຫຼາດ, ຊຸກຍູ້ການສົ່ງອອກ, ຍົກສູງປະສິດທິຜົນຂອງຕະຫຼາດສົ່ງອອກຂອງຫວຽດນາມ. ການເຄື່ອນໄຫວສົ່ງເສີມ, ສຸມໃສ່ຊຸກຍູ້ການຫັນເປັນດິຈິຕອນໃນລະດັບສູງສຸດໃນບັນດາກິດຈະກຳສົ່ງເສີມການຄ້າ, ການເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການຢູ່ພາຍໃນ ແລະ ຕ່າງປະເທດ...
ຕາມທ່ານຮອງສາດສະດາຈານ ດຣ ດິງ ເຈີ່ນທິງ ແລ້ວ, ເພື່ອບັນລຸ ແລະ ລື່ນກາຍຄາດໝາຍເຕີບໂຕການສົ່ງອອກໃນໄລຍະຈະມາເຖິງ, ບັນດາວິສາຫະກິດຕ້ອງຕັ້ງໜ້າຊອກຫາຕະຫຼາດ ແລະ ລູກຄ້າໃໝ່, ລົງນາມໃນສັນຍາສົ່ງອອກໄລຍະຍາວ ແລະ ໄລຍະສັ້ນ (ສຳລັບວັນພັກ ແລະ ເທດສະການ). ສືບຕໍ່ປັບປຸງຂະບວນການຜະລິດ, ປະຢັດຕົ້ນທຶນ ເພື່ອຫຼຸດລາຄາ, ເພີ່ມກຳໄລ, ເຮັດໃຫ້ມີແຫຼ່ງກຳລັງລົງທຶນໃນການສົ່ງເສີມ ແລະ ບໍລິການຫຼັງການຂາຍ. ພ້ອມກັນນັ້ນ, ປັບປຸງການອອກແບບ ແລະ ການຫຸ້ມຫໍ່ສິນຄ້າສົ່ງອອກໃຫ້ໄດ້ຕາມມາດຕະຖານ ແລະ ລົດຊາດ.
ຕາມສະຖິຕິລະອຽດຂອງກົມພາສີໄດ້ປະກາດເມື່ອບໍ່ດົນມານີ້, ວົງເງິນການນຳເຂົ້າ ແລະ ສົ່ງອອກຂອງວິສາຫະກິດພາຍໃນແຕ່ຕົ້ນປີ 2024 ເຖິງປະຈຸບັນໄດ້ປັບປຸງ, ບັນລຸ 141,86 ຕື້ USD, ເພີ່ມຂຶ້ນ 20,8%, ເພີ່ມຂຶ້ນ 24,47 ຕື້ USD ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ຍອດວົງເງິນການຄ້າໄດ້ເກີນດຸນ 14,53 ຕື້ USD, 1,97 ຕື້ USD ຕ່ຳກວ່າການເກີນດຸນ 16,5 ຕື້ USD ໃນໄລຍະດຽວກັນຂອງປີກາຍ. ບັນດາຕະຫຼາດຜູ້ບໍລິໂພກຕົ້ນຕໍຂອງຫວຽດນາມລ້ວນແຕ່ເພີ່ມຄຳສັ່ງຊື້, ຍ້ອນການສົ່ງອອກເພີ່ມຂຶ້ນສອງຕົວ.
ທີ່ມາ: https://laodong.vn/kinh-doanh/xuat-nhap-khau-tang-truong-tich-cuc-muc-tieu-6-hoan-toan-kha-thi-1383533.ldo
(0)