ຕອນບ່າຍວັນທີ 1/3, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງກະສິກຳ, ອະທິປະໄຕສະບຽງ ອາຫານ ແລະ ປ່າໄມ້ອີຕາລີ Francesco Lollobrigida ທີ່ພວມມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ປະຈຸບັນ ອີຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງ ຫວຽດນາມ ຢູ່ EU (ຖັດຈາກ ເຢຍລະມັນ ແລະ ໂຮນລັງ). ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ອີຕາລີ ຢູ່ ອາຊຽນ, ດ້ວຍວົງເງິນການຄ້າບັນລຸກ່ວາ 6 ຕື້ USD ໃນປີ 2023.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສືບຕໍ່ເພີ່ມທະວີການຮ່ວມມື, ນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່. ພິເສດ, ສຸມໃສ່ການຮ່ວມມືໃນການປຸງແຕ່ງຜະລິດຕະພັນກະເສດຢ່າງເລິກເຊິ່ງ, ຖ່າຍທອດເຕັກໂນໂລຊີສູງ, ເຊື່ອມຕໍ່ວິສາຫະກິດຂອງ 2 ປະເທດ, ພັດທະນາ ເສດຖະກິດ ກະສິກຳ. ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດາຜະລິດຕະພັນກະເສດຂອງອີຕາລີ ເພື່ອຮັບໃຊ້ຜູ້ບໍລິໂພກ ຫວຽດນາມ . ພິເສດ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ຝ່າຍ ອີຕາລີ ປາດຖະໜາໃຫ້ EU ຖອນໃບເຫຼືອງໃຫ້ບັນດາສິນຄ້າທະເລ ຫວຽດນາມ ໂດຍໄວ ແລະ ຊຸກຍູ້ການໃຫ້ສັດຕະຍາບັນສັນຍາປົກປ້ອງການຄ້າ ແລະ ການລົງທຶນ ຫວຽດນາມ - EU (EVIPA).
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງກະສິກຳ, ອະທິປະໄຕສະບຽງອາຫານ ແລະ ປ່າໄມ້ອີຕາລີ Francesco Lollobrigida
ຢືນຢັນວ່າ ອີຕາລີ ປາດຖະໜາຢາກກາຍເປັນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ໃນ EU ໃນຂົງເຂດກະສິກຳ, ທ່ານລັດຖະມົນຕີ Francesco Lollobrigida ໃຫ້ຮູ້ວ່າ: ຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດນີ້, ພິເສດແມ່ນບັນດາເນື້ອໃນທີ່ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ຄຳເຫັນ. ຄະນະກວດກາ EU ອາດຈະສືບຕໍ່ມີການຕີລາຄາຢ່າງຕັ້ງໜ້າກວ່າໃນໄລຍະຈະມາເຖິງກ່ຽວກັບມາດຕະການຕ້ານການຫາປາ IUU ຂອງ ຫວຽດນາມ . ຝ່າຍອີຕາລີ, ອີຕາລີ ຈະຕັ້ງໜ້າຮຽກຮ້ອງບັນດາອົງການທີ່ກ່ຽວຂ້ອງຂອງ EU ຍົກອອກບັດເຫຼືອງກ່ຽວກັບອາຫານທະເລ ຂອງຫວຽດນາມ ໂດຍໄວ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຈະໄປຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ.
ກປ.ອອນໄລ - ວັນທີ 1 ມີນາ, ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ພັນລະຍາ ຈະເຂົ້າຮ່ວມກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອົດສະຕາລີ ແລະ ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການແຕ່ວັນທີ 5-11 ມີນາ.
ກອງປະຊຸມມີຫົວຂໍ້ວ່າ “ຄູ່ຮ່ວມມືເພື່ອອະນາຄົດ” ແມ່ນໂອກາດເພື່ອໃຫ້ອາຊຽນ ແລະ ອົດສະຕາລີ ກວດກາຄືນການພົວພັນໃນ 50 ປີຜ່ານມາ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການພັດທະນາການພົວພັນຢ່າງແທດຈິງ ແລະ ມີປະສິດທິຜົນຕາມຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ວາງອອກໃນປີ 2021.
ແຫຼ່ງທີ່ມາ
(0)