
ເຖິງຢ່າງໃດກໍຕາມ, ເພື່ອບັນລຸເປົ້າໝາຍພັດທະນາທີ່ທະເຍີທະຍານ ແລະ ຜ່ານຜ່າບັນດາສິ່ງທ້າທາຍນັບມື້ນັບໃຫຍ່ຫຼວງຈາກສະພາບແວດລ້ອມສາກົນ ແລະ ບັນດາບັນຫາພາຍໃນປະເທດ, ທ່ານ Shantanu Chakraborty, ຜູ້ອຳນວຍການ ADB ປະຈຳຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ຕ້ອງມີການຫັນປ່ຽນຍຸດທະສາດ, ສຸມໃສ່ເພີ່ມທະວີກຳລັງແຮງພາຍໃນ, ຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ປະຕິບັດບັນດາການປະຕິຮູບໂຄງປະກອບຢ່າງຕັ້ງໜ້າ.
ທີ່ການໃຫ້ສໍາພາດກັບ VNA, ທ່ານ Shantanu Chakraborty ເນັ້ນໜັກວ່າ, ກ່ອນອື່ນໝົດ, ການຮັກສາສະຖຽນລະພາບ ດ້ານເສດຖະກິດມະຫາພາກ ແມ່ນບຸລິມະສິດດ້ານນະໂຍບາຍໃນໄຕມາດທີ 4 ຂອງປີນີ້. ສັນຍານຄວາມສ່ຽງເພີ່ມຂຶ້ນຍ້ອນອັດຕາເງິນເຟີ້ຫຼັກມີທ່າອ່ຽງເພີ່ມຂຶ້ນ, ຄັງສໍາຮອງເງິນຕາຕ່າງປະເທດຫຼຸດລົງ ແລະ ເງິນຕາພາຍໃນກໍ່ຖືກກົດດັນໃຫ້ຫຼຸດຄ່າລົງໃນສະພາບການທີ່ອັດຕາດອກເບ້ຍທົ່ວໂລກສູງສືບຕໍ່ສ້າງຄວາມກົດດັນຕໍ່ກະແສເງິນທຶນ, ເປີດກວ້າງການຂາດດຸນບັນຊີທຶນຮອນ. ໃນຂະນະນັ້ນ, ຍອດມູນຄ່າການຄ້າຍັງຖືກຮັດແຄບຍ້ອນຜົນສະທ້ອນຈາກມາດຕະການພາສີເຊິ່ງກັນແລະກັນ. ສະນັ້ນ, ການຟື້ນຟູ ແລະ ປົກປ້ອງ “ເຂດປ້ອງກັນ” ມະຫາພາກທີ່ປອດໄພແມ່ນເງື່ອນໄຂເບື້ອງຕົ້ນເພື່ອສ້າງພື້ນຖານອັນແຂງແກ່ນໃຫ້ແກ່ມາດຕະການຊຸກຍູ້ການເຕີບໂຕ.
ໃນໄລຍະສັ້ນ, ເມື່ອການຊຸກຍູ້ການເຕີບໂຕແບບດັ້ງເດີມຈາກການສົ່ງອອກແລະການລົງທຶນຈາກຕ່າງປະເທດປະສົບກັບຄວາມບໍ່ແນ່ນອນຫຼາຍຢ່າງ, ການເຄື່ອນໄຫວຍຸດທະສາດຕ້ອງຫັນໄປສູ່ການຊຸກຍູ້ຄວາມຕ້ອງການພາຍໃນປະເທດ. ຈຸດສຸມຂອງການແກ້ໄຂນີ້ແມ່ນເພື່ອເລັ່ງລັດ ແລະ ປັບປຸງປະສິດທິຜົນການເບີກຈ່າຍເງິນລົງທຶນພາກລັດ. ນີ້ບໍ່ພຽງແຕ່ເປັນການແກ້ໄຂຊົ່ວຄາວເພື່ອຊຸກຍູ້ການເຕີບໂຕເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອລົບລ້າງບັນດາ “ຂໍ້ບົກພ່ອງ” ໃນພື້ນຖານໂຄງລ່າງ, ສ້າງຜົນສະທ້ອນບໍ່ດີໃຫ້ແກ່ເສດຖະກິດ. ພ້ອມກັນນັ້ນ, ນະໂຍບາຍງົບປະມານ ແລະ ເງິນຕາຕ້ອງສົມທົບກັນໜູນຊ່ວຍການບໍລິໂພກພາຍໃນ, ຊ່ວຍໃຫ້ບັນດາຄອບຄົວ ແລະ ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ.
ຢ່າງໃດກໍ່ຕາມ, ການແກ້ໄຂໄລຍະສັ້ນແມ່ນພຽງແຕ່ຊົ່ວຄາວເທົ່ານັ້ນ. ຕາມ ADB ແລ້ວ, ສິ່ງທ້າທາຍໃນໄລຍະຍາວສຳລັບຫວຽດນາມ ແມ່ນບັນດາປະສິດທິຜົນຂອງການນຳໃຊ້ຊັບພະຍາກອນ. ຕົວຊີ້ວັດຫນຶ່ງຂອງນີ້ແມ່ນດັດຊະນີ ICOR - ສະທ້ອນໃຫ້ເຫັນອັດຕາສ່ວນຂອງການລົງທຶນເພີ່ມເຕີມຕໍ່ກັບຜົນຜະລິດເພີ່ມເຕີມ - ເຊິ່ງສະແດງໃຫ້ເຫັນວ່າຈໍານວນທຶນທີ່ຈໍາເປັນເພື່ອສ້າງຫນ່ວຍງານເພີ່ມເຕີມຂອງຜົນຜະລິດ (GDP) ໃນໄລຍະເວລາໃດຫນຶ່ງ. ດັດຊະນີ ICOR ຕ່ໍາຊີ້ໃຫ້ເຫັນເຖິງປະສິດທິພາບສູງຂອງການນໍາໃຊ້ທຶນ, ຊຶ່ງຫມາຍຄວາມວ່າການລົງທຶນມີປະສິດທິພາບແລະສ້າງການເຕີບໂຕທີ່ດີກວ່າ, ແລະໃນທາງກັບກັນ.
ADB ຊີ້ແຈ້ງວ່າ ດັດຊະນີ ICOR ຂອງຫວຽດນາມ ເພີ່ມຂຶ້ນຈາກ 7.6 ໃນໄລຍະ 2016-2020 ເປັນ 8.5 ໃນໄລຍະ 2021-2024, ສະແດງໃຫ້ເຫັນເຖິງການຫຼຸດລົງຂອງປະສິດທິພາບການລົງທຶນ. ນີ້ແມ່ນຜົນມາຈາກອຸປະສັກຂອງສະຖາບັນ, ລະບຽບການບໍລິຫານທີ່ສັບສົນ, ຄວາມອາດສາມາດການຈັດຕັ້ງປະຕິບັດໂຄງການທີ່ອ່ອນແອ ແລະ ຕະຫຼາດທຶນທີ່ຍັງດ້ອຍພັດທະນາ. ບັນຫາການເບີກຈ່າຍເງິນລົງທຶນພາກລັດທີ່ຊັກຊ້າໃນຊຸມປີມໍ່ໆມານີ້ບັນລຸໄດ້ພຽງ 80-85% ຂອງເປົ້າໝາຍ, ກໍ່ແມ່ນສະແດງໃຫ້ເຫັນສະພາບການດັ່ງກ່າວຢ່າງຈະແຈ້ງ. “ອາການ” ທີ່ກ່າວມາຂ້າງເທິງນັ້ນ ສະແດງໃຫ້ເຫັນວ່າ ບັນຫາຂອງຫວຽດນາມ ບໍ່ແມ່ນພຽງແຕ່ວິທີ “ໃຊ້ເງິນ” ໃຫ້ໄວຂຶ້ນ, ແຕ່ວິທີການປ່ຽນຮູບແບບການພັດທະນາໂດຍພື້ນຖານ, ແມ່ນຕົ້ນເຫດຂອງການຂາດປະສິດທິພາບນີ້.
ADB ເຊື່ອໝັ້ນວ່າ ຫວຽດນາມ ບໍ່ສາມາດອີງໃສ່ແຫຼ່ງກຳລັງລາຄາຖືກພຽງຢ່າງດຽວເພື່ອກາຍເປັນປະເທດທີ່ມີລາຍຮັບສູງໃນປີ 2045. ແທນທີ່ຈະຫັນໄປສູ່ຮູບແບບການເຕີບໂຕໂດຍອີງໃສ່ການເພີ່ມມູນຄ່າເພີ່ມສູງ, ຜະລິດຕະພັນແຮງງານ ແລະ ນະວັດຕະກຳ.
ເພື່ອເຮັດໄດ້, ADB ແນະນໍາໃຫ້ເລັ່ງການປະຕິຮູບດ້ານສະຖາບັນແລະໂຄງສ້າງ. ຈຸດໃຈກາງຂອງຂະບວນການນີ້ແມ່ນການພັດທະນາພາກເອກະຊົນຢ່າງຕັ້ງໜ້າ ແລະ ມີການແຂ່ງຂັນຢ່າງແທ້ຈິງ. ຕາມເອດີບີແລ້ວ, ຄຳໝັ້ນສັນຍາຂອງ ລັດຖະບານ ຕ້ອງໄດ້ຮັບການຜັນຂະຫຍາຍເຂົ້າໃນການປະຕິຮູບຕະຫຼາດຢ່າງຮອບດ້ານເພື່ອຫຼຸດຜ່ອນຄ່າປະຕິບັດຕາມລະບຽບການ, ເພີ່ມທະວີລະບຽບການແຂ່ງຂັນ, ສ້າງຄວາມສະດວກໃຫ້ແກ່ການເຂົ້າເຖິງແຫຼ່ງທຶນ ແລະ ເຕັກໂນໂລຊີຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ. ທ່ານ ຫງວຽນບ໋າຮຸ່ງ, ຫົວໜ້ານັກເສດຖະສາດຂອງ ADB ປະຈຳ ຫວຽດນາມ ເນັ້ນໜັກວ່າ, ຖ້າຫາກບັນດາມາດຕະການປະຕິຮູບຂອງລັດຖະບານຖືກປະຕິບັດເປັນຢ່າງດີ, ແມ່ນສາມາດປະກອບສ່ວນໃຫ້ລະດັບເຕີບໂຕດີກ່ວາທີ່ ADB ຄາດຄະເນສຳລັບ ຫວຽດນາມ (6,7% ໃນປີ 2025, 6,0% ສຳລັບປີ 2026).
ນອກຈາກນັ້ນ, ຫວຽດນາມ ຕ້ອງຫັນປ່ຽນບັນດາກຳລັງໜູນການເຕີບໂຕໃໝ່, ໃນນັ້ນມີ: ຍູ້ແຮງການຫັນເປັນດິຈິຕອລຢ່າງເລິກເຊິ່ງ, ຊຸກຍູ້ເສດຖະກິດສີຂຽວ ແລະ ຍົກສູງຄວາມຢືດຢຸ່ນຕໍ່ການປ່ຽນແປງຂອງດິນຟ້າອາກາດ, ພ້ອມນັ້ນລົງທຶນຢ່າງໃຫຍ່ຫຼວງເຂົ້າໃນການປັບປຸງສີມືແຮງງານໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງເສດຖະກິດທັນສະໄໝ.
ADB ເຊື່ອໝັ້ນວ່າ, ໃນສະພາບການໂລກທີ່ຜັນແປໄປ, ຄວາມເຂັ້ມແຂງພາຍໃນແມ່ນກະແຈຂອງການພັດທະນາແບບຍືນຍົງ. ຫວຽດນາມ ຕ້ອງຄຸ້ມຄອງຄວາມດຸ່ນດ່ຽງລະຫວ່າງບັນດາຄາດໝາຍເຕີບໂຕ ແລະ ສະຖຽນລະພາບເສດຖະກິດມະຫາພາກ. ມະຕິກ່ຽວກັບການປະຕິຮູບດ້ານສະຖາບັນເພື່ອຍົກສູງປະສິດທິຜົນດ້ານທຶນຮອນ ແລະ ເປີດກວ້າງຄວາມສາມາດບົ່ມຊ້ອນຂອງຂະແໜງເສດຖະກິດເອກະຊົນຢ່າງທັນການ, ຊ່ວຍໃຫ້ ຫວຽດນາມ ບໍ່ພຽງແຕ່ຜ່ານຜ່າສິ່ງທ້າທາຍໃນປະຈຸບັນເທົ່ານັ້ນ ຫາກຍັງບັນລຸໄດ້ຄວາມມຸ່ງມາດປາດຖະໜາຢາກກາຍເປັນປະເທດມີລາຍຮັບສູງໃນປີ 2045.
ທີ່ມາ: https://baotintuc.vn/kinh-te/adb-on-dinh-vi-mo-la-nen-tang-de-duy-tri-da-tang-truong-20251009090333308.htm
(0)