ງານວາງສະແດງ “ຈາກຫໍພິພິທະພັນ Khai Dinh ເຖິງຫໍພິພິທະພັນບູຮານຄະດີ ເຫ້ວ” ໄດ້ຈັດຕັ້ງໂດຍສູນອະນຸລັກຮັກສາອະນຸສອນສະຖານ ເຫ້ວ ສົມທົບກັບຫໍພິພິທະພັນປະຫວັດສາດແຫ່ງຊາດ ຢູ່ວັງ ລອງອານ ເພື່ອສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງຫໍພິພິທະພັນ.
ເດືອນສິງຫາປີ 1923, ເຈົ້າຊີວິດ ໄຄດິ່ງ ໄດ້ອອກຖະແຫຼງການສ້າງຕັ້ງຫໍພິພິທະພັນທີ່ມີຊື່ວ່າ Musée Khai Dinh ດ້ວຍພາລະກິດ “ເກັບກຳ ແລະ ອະນຸລັກຮັກສາບັນດາຜົນງານສິລະປະທີ່ສະທ້ອນເຖິງຊີວິດ ເສດຖະກິດ , ສັງຄົມ, ສິລະປະ ແລະ ພິທີການຂອງ ດ່ານາມ”. ກະສັດໄດ້ອະນຸຍາດໃຫ້ພະລາຊະວັງລອງອານໃຊ້ເປັນບ່ອນວາງສະແດງຫຼັກຂອງຫໍພິພິທະພັນ.
ເມື່ອທຽບໃສ່ໄລຍະປະຫວັດສາດ, ຫໍພິພິທະພັນໄດ້ປ່ຽນຊື່ຫຼາຍເທື່ອຄື: ຫໍພິພິດທະພັນບູຮານ, ຫໍພິພິທະພັນ ເຫ້ວ , ຫໍພິພິທະພັນບູຮານຄະດີເຫ້ວ; ຫໍພິພິທະພັນວິຈິດສິນເຫວ້... ແຕ່ປີ 2007 ຮອດປະຈຸບັນ, ຫໍພິພິທະພັນດັ່ງກ່າວໄດ້ຊື່ວ່າ ຫໍພິພິທະພັນບູຮານຄະດີ ເຫ້ວ, ຂຶ້ນກັບສູນອະນຸລັກອະນຸສອນສະຖານ ເຫ້ວ.
ແຫຼ່ງທີ່ມາ
(0)