ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ (10/10/1954/10/10/2025), ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຮ່າ​ໂນ້ຍ ​ໄລຍະ 2025 – 2030.  

ສະຫາຍ ຫງວຽນແທ່ງລອຍ, ບັນນາທິການໃຫຍ່ໜັງສືພິມ ເສດຖະກິດ ແລະ ຕົວເມືອງ, ຫົວໜ້າຄະນະຈັດຕັ້ງງານວາງສະແດງ, ກ່າວຄຳເຫັນ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ຫງວຽນ​ແທ່ງ​ລອຍ, ບັນນາທິການ​ໃຫຍ່​ໜັງສືພິມ Kinh te & Do thi, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ໃຫ້​ຮູ້​ວ່າ: ປີ 2000, ງານ​ວາງສະ​ແດງ​ຮູບ​ພາບ “ຮ່າ​ໂນ້ຍ ຢູ່​ໃນ​ຕົວ​ຂ້ອຍ” ​ແມ່ນ​ຂະໜາດ​ນ້ອຍ, ຄື​ກັບ “ເກມ” ຂອງ​ບັນດາ​ນັກ​ຖ່າຍຮູບ​ອາວຸ​ໂສ. ມາ​ຮອດ​ປະຈຸ​ບັນ, ງານ​ວາງສະ​ແດງ​ໄດ້​ກາຍ​ເປັນ​ງານ​ວັດທະນະທຳ​ປະຈຳ​ປີ​ເນື່ອງ​ໃນ​ໂອກາດ​ວັນ​ປົດ​ປ່ອຍ​ນະຄອນຫຼວງ​ໃນ​ວັນ​ທີ 10 ຕຸລາ​ນີ້, ນັກ​ຖ່າຍຮູບ, ນັກ​ຂ່າວ ​ແລະ ມວນ​ຊົນ​ທີ່​ມາ​ຮ່ວມ​ງານ​ວາງສະ​ແດງ​ນັບ​ມື້​ນັບ​ມີ​ຫຼາຍ​ຂຶ້ນ. ນັ້ນ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄຸນ​ນະພາ​ບຂອງ​ວຽກ​ງານ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ, ສ້າງ​ເຄື່ອງ​ໝາຍ​ຊື່​ສຽງ​ໃຫ້ “ຮ່າ​ໂນ້ຍ​ໃນ​ຕົວ​ຂ້ອຍ”.

ງານ​ວາງສະ​ແດງ​ຮູບ​ພາບ “ຮ່າ​ໂນ້ຍ​ໃນ​ຕົວ​ຂ້ອຍ” ຄັ້ງ​ທີ 20 – 2025 ​ໄດ້​ແບ່ງ​ອອກ​ເປັນ 2 ພາກ. ພາກ​ທີ 1: “ຮ່າ​ໂນ້ຍ ດຳ​ເນີນ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ທ້ອງ​ຖິ່ນ 2 ຂັ້ນ”; ພາກ​ທີ 2: “​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ຮ່າ​ໂນ້ຍ, ໄລ​ຍະ 2025 – 2030: ບັນ​ດາ​ບາດ​ກ້າວ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່”.

ງານ​ວາງສະ​ແດງ​ໄດ້​ແນະນຳ​ໃຫ້​ປະຊາຊົນ 80 ຮູບ​ພາບ​ສົດ​ໃສ, ​ໄດ້​ບັນທຶກ​ບັນດາ​ເຫດການ​ລະນຶກ​ເຖິງ ​ແລະ ບັນດາ​ຜົນງານ​ອັນ​ສະຫງ່າ​ລາສີ, ຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ຂອງ​ຮ່າ​ໂນ້ຍ ​ໃນ​ໄລຍະ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 17 ຂອງ​ພັກ​ນະຄອນ ​ໄລຍະ 2020 - 2025.

ສະຫາຍ ຫງວຽນ​ດຶກ​ລອຍ, ຮອງ​ປະ​ທານ ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

ທີ່ພິທີ, ສະຫາຍ ຫງວຽນດຶກລອຍ, ຮອງປະທານຖາວອນ ສະມາຄົມນັກຂ່າວ ຫວຽດນາມ ເນັ້ນໜັກວ່າ: “ງານວາງສະແດງຮູບພາບ ຮ່າໂນ້ຍ ຢູ່ໃນຕົວຂ້ອຍ” ຄັ້ງທີ 20 ປີ 2025 ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຫຼາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ, ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກ ຮ່າໂນ້ຍ, ປີ 2025. ຮູ້ສຶກ​ເຖິງ​ຄວາມ​ໝາຍ​ປະຫວັດສາດ ​ແລະ ຄຸນຄ່າ​ອັນ​ໃຫຍ່​ຫຼວງ​ຂອງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ;

ມາ​ຢ້ຽມ​ຢາມ​ງານ​ວາງ​ສະ​ແດງ, ທ່ານ​ນາງ Ann Nicholl, ນັກ​ທ່ອງ​ທ່ຽວ​ອັງ​ກິດ ສະ​ແດງ​ໃຫ້​ເຫັນ​ວ່າ: “ຂ້າ​ພະ​ເຈົ້າ​ມັກ​ຮູບ​ພາບ​ຢູ່​ງານ​ວາງ​ສະ​ແດງ, ເພາະ​ຜ່ານ​ເຂົາ​ເຈົ້າ​ໄດ້​ມີ​ໂອ​ກາດ​ໄດ້​ຮຽນ​ຮູ້​ຫລາຍ​ຢ່າງ​ກ່ຽວ​ກັບ​ຮ່າ​ໂນ້ຍ: ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ, ການ​ພັດ​ທະ​ນາ​ທີ່​ພົ້ນ​ເດັ່ນ​ໃນ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ... ຫຼາຍ​ຮູບ​ພາບ​ມີ​ອົງ​ປະ​ກອບ ແລະ ເຕັກ​ນິກ​ທີ່​ປະ​ທັບ​ໃຈ”.

ປະຊາຊົນໄປຢ້ຽມຢາມງານວາງສະແດງ.

ງານ​ວາງສະ​ແດງ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 8 – 12/10 ຢູ່​ຫໍ​ວັນນະຄະດີ - ກວ໋າ​ກວ໋າ, ​ເຂດ​ປູຊະນີຍະສະຖານ​ພິ​ເສດ​ແຫ່ງ​ຊາດ; ແລະ​ແຕ່​ວັນ​ທີ 12 – 21/10 ຢູ່​ຫໍ​ບູ​ຊາ​ພະ​ລາ​ຊະ​ວັງ ແທງ​ລອງ (ຮ່າ​ໂນ້ຍ).

ຂ່າວ ແລະ ພາບ: ຮວ່າງລຳ

    ທີ່ມາ: https://www.qdnd.vn/van-hoa/van-hoc-nghe-thuat/an-tuong-trien-lam-anh-ha-noi-trong-toi-849668