APEC 2023: ທ່ານປະທານາທິບໍດີ ອາເມລິກາ Joe Biden ກ່າວຄຳເຫັນທີ່ການເຈລະຈາຂອງບັນດາຜູ້ນຳ ເສດຖະກິດ APEC ກັບບັນດາແຂກຖືກເຊີນ. |
ນີ້ແມ່ນການເຄື່ອນໄຫວທຳອິດຂອງບັນດາການນຳທີ່ກອງປະຊຸມສຸດຍອດ APEC 2023.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຢືນຢັນວ່າ ດ້ວຍຫົວຂໍ້ “ຄວາມຍືນຍົງ, ການຫັນປ່ຽນຂອງດິນຟ້າອາກາດ ແລະ ພະລັງງານພຽງແຕ່”, ການເຈລະຈາແມ່ນໂອກາດເພື່ອໃຫ້ບັນດາການນຳ APEC ແລກປ່ຽນກ່ຽວກັບບັນດາສິ່ງທ້າທາຍຮ່ວມຂອງພາກພື້ນ ແລະ ໂລກ , ປຶກສາຫາລືບັນດາຂໍ້ລິເລີ່ມ ແລະ ວິທີແກ້ໄຂເພື່ອຊຸກຍູ້ການຮ່ວມມື, ສົມທົບກັນເພື່ອແນໃສ່ພັດທະນາແບບຍືນຍົງ.
ທູດພິເສດດ້ານການປ່ຽນແປງດິນຟ້າອາກາດຂອງປະທານາທິບໍດີສະຫະລັດ ທ່ານ John Kerry ໄດ້ລາຍງານຕໍ່ບັນດາຜູ້ນຳ ກ່ຽວກັບສະພາບລວມຂອງຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ພ້ອມທັງຄວາມສຳຄັນຂອງການຮ່ວມມືສາກົນ ໃນການຕອບສະໜອງຕໍ່ການປ່ຽນແປງດິນຟ້າອາກາດ, ການຫຼຸດຜ່ອນການປ່ອຍອາຍພິດ ແລະ ການປົກປ້ອງສິ່ງແວດລ້ອມ.
ບັນດາການນຳ APEC ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນເພື່ອຫລຸດຜ່ອນການປ່ອຍອາຍພິດ, ຊຸກຍູ້ການຫັນປ່ຽນພະລັງງານແບບຍືນຍົງ, ມຸ່ງໄປເຖິງການເຕີບໂຕສີຂຽວ.
ບັນດາການນຳໄດ້ແບ່ງປັນບັນດາຄວາມມານະພະຍາຍາມ ແລະ ວິທີແກ້ໄຂທີ່ແຕ່ລະພື້ນຖານເສດຖະກິດໄດ້ຮັບການປະຕິບັດ ເພື່ອແກ້ໄຂສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະ ດິນຟ້າອາກາດ; ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຂໍ້ລິເລີ່ມກ່ຽວກັບການລະດົມແຫຼ່ງຊັບພະຍາກອນ, ຊຸກຍູ້ການຮ່ວມມືພາກລັດ - ເອກະຊົນເພື່ອຮັບໃຊ້ການຫັນປ່ຽນພະລັງງານ, ພັດທະນາກະສິກຳແບບຍືນຍົງ, ອຸດສາຫະກຳສີຂຽວ, ອະນຸລັກຊີວະນາໆພັນ.
ໃນຖານະທີ່ເປັນຜູ້ນຳ APEC ຄົນທຳອິດທີ່ກ່າວຄຳປາໄສທີ່ກອງປະຊຸມ, ທ່ານປະທານປະເທດ Vo Van Thuong ເນັ້ນໜັກວ່າ: ການປ່ຽນແປງຂອງດິນຟ້າອາກາດແມ່ນບັນຫາອັນຮີບດ່ວນຂອງໂລກ, ຮຽກຮ້ອງຄວາມຕັດສິນໃຈ, ຄວາມຮັບຜິດຊອບດ້ານການເມືອງ ແລະ ຄວາມສາມັກຄີຂອງບັນດາພື້ນຖານເສດຖະກິດ.
ພາບລວມຂອງກອງປະຊຸມປຶກສາຫາລື. |
ທ່ານປະທານປະເທດ ແບ່ງປັນທັດສະນະຂອງຫວຽດນາມ ວ່າ ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ ແມ່ນບຸລິມະສິດໃນນະໂຍບາຍພັດທະນາແຫ່ງຊາດ ແລະ ໃຫ້ຄຳໝັ້ນສັນຍາຢ່າງແຮງເພື່ອບັນລຸລະດັບການປ່ອຍອາຍພິດສຸດທິຮອດປີ 2050, ຫຼຸດຜ່ອນການປ່ອຍອາຍພິດມີເທນ, ປົກປັກຮັກສາປ່າໄມ້ ແລະ ຫັນເປັນພະລັງງານ.
ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດພວມພັດທະນາທຳອິດທີ່ເຂົ້າຮ່ວມການພົວພັນຄູ່ຮ່ວມມືຍຸດທະສາດປ່ຽນແປງໃໝ່ດ້ານພະລັງງານ (JETP) ກັບກຸ່ມບັນດາຄູ່ຮ່ວມມືສາກົນ ແລະ ພວມສົມທົບກັນປະຕິບັດຫຼາຍວິທີແກ້ໄຂນັບແຕ່ການປັບປຸງສະຖາບັນເຖິງການປະຕິບັດຕົວຈິງ.
ທ່ານປະທານປະເທດສະເໜີ APEC ແລະ ບັນດາຄູ່ຮ່ວມມືຊຸກຍູ້ບັນດາໂຄງການຮ່ວມມືດ້ານພະລັງງານທົດແທນ ແລະ ອຸດສາຫະກຳຂຽວ; ພັດທະນາກະສິກຳ ນິເວດວິທະຍາ ແລະ ການຟື້ນຟູຊັບພະຍາກອນ; ປະກັນສັງຄົມ ແລະການຫັນປ່ຽນຢ່າງສະເໝີພາບ.
ທ່ານປະທານປະເທດ ໄດ້ຮຽກຮ້ອງໃຫ້ບັນດາປະເທດພັດທະນາ ແລະ ບັນດາຄູ່ຮ່ວມມືສາກົນ ເພີ່ມທະວີການແບ່ງປັນບັນດາຜົນສຳເລັດດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ປະກອບສ່ວນດ້ານການເງິນ, ນຳບັນດາກອງທຶນສູນເສຍ ແລະ ຄວາມເສຍຫາຍເຂົ້າໃນການເຄື່ອນໄຫວໜູນຊ່ວຍບັນດາປະເທດພວມພັດທະນາ ແລະ ດ້ອຍພັດທະນາ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ລະບົບການເງິນທົ່ວໂລກຕ້ອງປັບປຸງຄວາມສາມາດໃນການສະໜອງການເງິນສີຂຽວ ແລະ ລະດົມແຫຼ່ງທຶນຈາກພາກເອກະຊົນຢ່າງມີປະສິດທິຜົນ.
ທ່ານປະທານປະເທດ ເນັ້ນໜັກວ່າ, ນີ້ແມ່ນຈຸດເວລາເພື່ອໃຫ້ບັນດາພື້ນຖານເສດຖະກິດຮັບຮູ້ບັນດາຄຳໝັ້ນສັນຍາປະຫວັດສາດທີ່ຕົນໄດ້ປະຕິບັດເພື່ອປົກປັກຮັກສາຜືນແຜ່ນດິນ ແລະ ອະນາຄົດຂອງຄົນລຸ້ນຫຼັງ.
ບັນດາການນຳໄດ້ຕີລາຄາສູງຄຳປາໄສຂອງທ່ານປະທານປະເທດ, ຊົມເຊີຍບັນດາຂໍ້ສະເໜີຕົວຈິງ ແລະ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງຫວຽດນາມ ເພື່ອແນໃສ່ບັນລຸເປົ້າໝາຍບໍ່ປ່ອຍອາຍພິດສຸດທິ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ການຫັນປ່ຽນພະລັງງານ.
* ກ່ອນການເຈລະຈາ, ທ່ານປະທານປະເທດໄດ້ມີການເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານປະທານາທິບໍດີ ອາເມລິກາ Joe Biden, ປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ເພື່ອສືບຕໍ່ຊຸກຍູ້ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຢ່າງເລິກເຊິ່ງ ແລະ ໄດ້ປຶກສາຫາລືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
* ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ Vo Van Thuong ໄດ້ເຂົ້າຮ່ວມກອງປະຊຸມເປີດການເຈລະຈາລະຫວ່າງການນຳ APEC ແລະ ບັນດາສະມາຊິກສະພາທີ່ປຶກສາວິສາຫະກິດ APEC (ABAC). ນີ້ແມ່ນການເຄື່ອນໄຫວປະຈຳປີໃນຂອບເຂດອາທິດຂັ້ນສູງ APEC ເພື່ອໃຫ້ບັນດາການນຳ APEC ມີການແລກປ່ຽນຢ່າງກົງໄປກົງມາ ແລະ ແທດຈິງ ແລະ ຮັບຟັງຄຳແນະນຳຂອງປະຊາຄົມວິສາຫະກິດໃນພາກພື້ນ.
ທ່ານປະທານປະເທດ Vo Van Thuong ໄດ້ເຂົ້າຮ່ວມກອງປະຊຸມເປີດການເຈລະຈາລະຫວ່າງການນຳ APEC ແລະ ສະມາຊິກສະພາທີ່ປຶກສາວິສາຫະກິດ APEC (ABAC). |
ທີ່ມາ
(0)