ກອງປະຊຸມ SOM DOC ຄັ້ງນີ້ໄດ້ຈັດຂຶ້ນພາຍຫຼັງເກືອບ 2 ປີແຫ່ງການຢຸດສະງັກຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍມຽນມາ, ຜູ້ປະສານງານການພົວພັນອາຊຽນ - ຈີນ ແລະ ຈີນ. ທີ່ກອງປະຊຸມ, ບັນດາປະເທດໄດ້ຢືນຢັນຄືນໃໝ່ຄຸນຄ່າ ແລະ ຄວາມສຳຄັນຂອງ DOC ສຳລັບພາກພື້ນ; ຕາມນັ້ນແລ້ວ, ເຂົາເຈົ້າໄດ້ຕີລາຄາສູງບັນດາໝາກຜົນທີ່ຕັ້ງໜ້າໃນການປະຕິບັດ DOC ໃນໄລຍະມໍ່ໆມານີ້, ເຖິງວ່າພາກພື້ນຈະໄດ້ຮັບຜົນກະທົບຢ່າງເລິກເຊິ່ງຈາກໂລກລະບາດ. ຫຼາຍການເຄື່ອນໄຫວຮ່ວມມືສະເພາະໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ຕາມແຜນການ, ເປັນຕົ້ນແມ່ນການຮ່ວມມືປົກປັກຮັກສາສິ່ງແວດລ້ອມທະເລ, ຄົ້ນຄວ້າ ວິທະຍາສາດ ທາງທະເລ, ມະນຸດສະທຳ ແລະ ຄວາມເປັນທຳໃຫ້ແກ່ຊາວປະມົງ, ຄົ້ນຫາ ແລະ ກູ້ຊີບຢູ່ທະເລ ແລະ ອື່ນໆ, ບັນດາປະເທດກໍ່ຮັບຮູ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນ DOC ທີ່ຈະຈັດຂຶ້ນໃນປີ 2022.
ນອກຈາກນັ້ນ, ບັນດາປະເທດຍັງໄດ້ແບ່ງປັນຄວາມເປັນຫ່ວງເປັນໄຍກ່ຽວກັບບັນດາການຜັນແປທີ່ສັບສົນຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້, ເຊິ່ງໄດ້ທຳລາຍຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມເຄັ່ງຕຶງ, ກະທົບເຖິງສິດ ແລະຜົນປະໂຫຍດອັນຊອບທຳຂອງບັນດາປະເທດທີ່ມີຊາຍແດນຕິດກັບທະເລຕາເວັນອອກ. ຕາມນັ້ນແລ້ວ, ເຂົາເຈົ້າໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງອາຊຽນ ແລະ ຈີນ ໃນການປະຕິບັດ DOC ຢ່າງຈິງໃຈ, ມີປະສິດທິຜົນ ແລະ ຄົບຖ້ວນໃນທຸກຂໍ້ກຳນົດ.
ບັນດາປະເທດກໍ່ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາ ສັນຕິພາບ , ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ເຄົາລົບບັນດາຫຼັກການຄື: ປະຕິບັດຄວາມອົດກັ້ນ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງ, ແກ້ໄຂການພິພາດໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982).
ກອງປະຊຸມ SOM DOC ໄດ້ຮັບຮູ້ບັນດາຄວາມຄືບໜ້າໃນການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ແລະ ປຶກສາຫາລືບັນດາທິດທາງໃຫ້ແກ່ຂະບວນການເຈລະຈາ COC ໂດຍຄະນະປະຕິບັດງານຮ່ວມກ່ຽວກັບ DOC (JWG DOC). ບັນດາປະເທດກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງບັນລຸໄດ້ COC ຢ່າງມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS ປີ 1982, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄຸ້ມຄອງບັນດາເຫດການຢູ່ທະເລຕາເວັນອອກຢ່າງມີປະສິດທິຜົນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ Vu Ho ເນັ້ນໜັກວ່າ: ທະເລຕາເວັນອອກແມ່ນເສັ້ນທາງການຂົນສົ່ງທີ່ສຳຄັນ ຂອງໂລກ , ດັ່ງນັ້ນການຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ເຂດທະເລນີ້ບໍ່ພຽງແຕ່ແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງ ອາຊຽນ ແລະ ຈີນ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງສອງຝ່າຍຕໍ່ປະຊາຄົມໂລກ.
ໂດຍໄດ້ຮັບການຜັນຂະຫຍາຍຢ່າງສັບສົນຢູ່ທະເລຕາເວັນອອກ ແລະ ບັນດາການກະທຳທີ່ເປັນຝ່າຍດຽວທີ່ລະເມີດກົດໝາຍສາກົນ, ທ່ານເອກອັກຄະລັດຖະທູດສະເໜີໃຫ້ບັນດາປະເທດຊຸກຍູ້ “ຄຳເວົ້າໄປຄຽງຄູ່ກັບການກະທຳ”, ຫັນບັນດາຄຳໝັ້ນສັນຍາດ້ານການເມືອງເປັນການກະທຳສະເພາະ ແລະ ເໝາະສົມບົນພື້ນຖານ.
ບົນຈິດໃຈນັ້ນ, ທ່ານເອກອັກຄະລັດຖະທູດ ເນັ້ນໜັກເຖິງຄວາມຈຳເປັນຕ້ອງຖືບັນດາຂໍ້ກຳນົດຂອງກົດໝາຍສາກົນ ແລະ UNCLOS ເປັນ “ເຂັມທິດ” ໃຫ້ແກ່ບັນດາການເຄື່ອນໄຫວຢູ່ທະເລຕາເວັນອອກ. ໃນຂະນະທີ່ຊຸກຍູ້ການຜັນຂະຫຍາຍຄວາມພະຍາຍາມເພື່ອບັນລຸໄດ້ COC ຢ່າງມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຄົມໂລກ, ບັນດາປະເທດຕ້ອງປະຕິບັດບັນດາຂໍ້ກຳນົດຂອງ DOC ຢ່າງຈິງໃຈ ແລະ ຄົບຖ້ວນ. ຄວາມມານະພະຍາຍາມນີ້ຍັງຈະປະກອບສ່ວນສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ຂະບວນການເຈລະຈາ COC.
ກອງປະຊຸມໄດ້ເຫັນດີກັບຂໍ້ສະເໜີຂອງຈີນທີ່ຈະເປັນເຈົ້າພາບຈັດກອງປະຊຸມ SOM DOC ຄັ້ງທີ 21 ເຊິ່ງກຳນົດໄວ້ໃນໄຕມາດທີ 4 ຂອງປີ 2023.
ພູກບິນ
ທີ່ມາ






(0)