ຕາມ​ຂໍ້​ຕົກລົງ, 3 ຝ່າຍ​ຈະ​ສົມທົບ​ກັນ​ພັດທະນາ ​ແລະ ຊຸກຍູ້​ບັນດາ​ຜະລິດ​ຕະພັນ ​ທ່ອງ​ທ່ຽວ ​ສອງ​ປະ​ເທດ, ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​ຮູບ​ພາບ​ຫວຽດນາມ - ລາວ ​ເປັນ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ທີ່​ອຸດົມສົມບູນ​ດ້ວຍ​ເອກະລັກ​ວັດທະນະທຳ.

ຫວຽດ​ນາມ , ກຸ່ມ​ບໍ​ລິ​ສັດ​ທ່ອງ​ທ່ຽວ Saigontourist ແລະ ສະ​ມາ​ຄົມ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ລາວ ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື, ເປີດ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ການ​ທ່ອງ​ທ່ຽວ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ.

​ໄດ້​ຮັບ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາມ​ຝ່າຍ​ໂດຍ​ຜ່ານ​ການ​ພັດທະນາ ​ແລະ ຊຸກຍູ້​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ຮ່ວມ, ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຕະຫຼາດ ​ແລະ ​ເປີດ​ກວ້າງ​ການ​ເຊື່ອມ​ຕໍ່​ທາງ​ອາກາດ​ລະຫວ່າງ ຫວຽດນາມ - ລາວ. ພ້ອມ​ກັນ​ນັ້ນ, ບັນດາ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ໂຄງການ​ຕະຫຼາດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ຂອງ​ຍີ່​ຫໍ້, ປັບປຸງ​ຄຸນ​ນະພາ​ບການ​ບໍລິການ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ.

ທ່ານ ໂງ​ງອກ​ຢາງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ສາຍ​ການ​ບິນ ຫວຽດນາມ ໄດ້​ແບ່ງປັນ​ວ່າ: “ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ສາມ​ຝ່າຍ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ຍຸດ​ທະ​ສາດ​ຂອງ​ສາຍ​ການບິນ ຫວຽດນາມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ ​ແລະ ​ເປີດ​ກວ້າງ​ຕະຫຼາດ​ຢູ່ ລາວ, ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈະ​ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ເພື່ອ​ຊຸກຍູ້​ການ​ທ່ອງ​ທ່ຽວ​ສອງ​ປະ​ເທດ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ.

ປະເທດລາວເປັນຕະຫຼາດການທ່ອງທ່ຽວທີ່ມີທ່າແຮງໃນພາກພື້ນ ທີ່ມີຄວາມໄດ້ປຽບທາງດ້ານພູມສັນຖານ ແລະເອກະລັກພື້ນເມືອງ. ພ້ອມ​ກັນ​ນັ້ນ, ຫວຽດນາມ ສືບ​ຕໍ່​ຢືນຢັນ​ຄວາມ​ດຶງ​ດູດ​ຂອງ​ຕົນ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ​ສາກົນ ຍ້ອນ​ຄວາມ​ງາມ​ທາງ​ທຳ​ມະ​ຊາດ​ທີ່​ຫຼາກ​ຫຼາຍ, ວັດທະນະທຳ​ທີ່​ອຸດົມສົມບູນ. ຄວາມ​ຄ້າຍຄື​ກັນ​ໃນ​ການ​ກຳນົດ​ທິດ​ພັດທະນາ​ການທ່ອງທ່ຽວ ​ແລະ ຄວາມ​ຕ້ອງການ​ເຊື່ອມ​ຕໍ່​ສາກົນ ​ໄດ້​ສ້າງ​ພື້ນຖານ​ທີ່​ສະດວກ​ໃຫ້​ແກ່​ບໍລິສັດ​ການບິນ ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ກໍ່ສ້າງ​ການ​ເຊື່ອມ​ຕໍ່​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ, ປະກອບສ່ວນ​ຊຸກຍູ້​ການ​ຂົນ​ສົ່ງ​ຜູ້​ໂດຍສານ 2 ຝ່າຍ ​ແລະ ​ເປີດ​ກວ້າງ​ຕະຫຼາດ.

ປະຈຸ​ບັນ, ບໍລິສັດ​ການບິນ ຫວຽດນາມ ​ໄດ້​ດຳ​ເນີນ​ຖ້ຽວ​ບິນ​ປົກກະຕິ​ເຊື່ອມ​ຕໍ່​ຫວຽດນາມ ​ແລະ ລາວ ດ້ວຍ​ຄວາມ​ຖີ່ 12 ຖ້ຽວ​ຕໍ່​ອາທິດ, ​ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການ​ເຊື່ອມ​ຕໍ່​ການ​ຄ້າ, ການທ່ອງທ່ຽວ ​ແລະ ຄວາມ​ຕ້ອງການ​ການທ່ອງທ່ຽວ​ຂອງ​ວົງ​ການ​ນັກທຸລະກິດ​ກໍ່​ຄື​ນັກ​ທ່ອງ​ທ່ຽວ​ຂອງ 2 ປະ​ເທດ.

ການ​ຮ່ວມ​ມື​ລະຫວ່າງ Vietnam Airlines, Saigontourist ​ແລະ ສະມາຄົມ​ນັກ​ທ່ອງ​ທ່ຽວ​ລາວ ຄາດ​ວ່າ​ຈະ​ສ້າງ​ກຳລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ການບິນ ​ແລະ ການທ່ອງທ່ຽວ, ​ເປີດ​ກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ​ໃນ​ອະນາຄົດ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

ທີ່ມາ: https://heritagevietnamairlines.com/vietnam-airlines-hop-tac-cung-saigontourist-thuc-day-du-lich-tang-cuong-ket-noi-viet-nam-lao/