ອົງການນີ້ຢືນຢັນວ່າ: ປະຈຸບັນ, ຍັງບໍ່ທັນມີຂໍ້ກຳນົດກ່ຽວກັບການດັດແກ້ການເພີ່ມອັດຕາການປະກອບສ່ວນປະກັນສຸຂະພາບຈາກເວລາທີ່ກ່າວມາຂ້າງເທິງ.
ປະກັນສັງຄົມຫວຽດນາມ ໄດ້ຍົກອອກຂໍ້ກຳນົດຂອງກົດໝາຍສະບັບເລກທີ 13/2024/QH15 ສະບັບປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍປະກັນໄພສຸຂະພາບ, ໄດ້ກຳນົດອັດຕາການປະກອບສ່ວນປະກັນສຸຂະພາບຂອງບັນດາກຸ່ມເຂົ້າຮ່ວມສາມາດຂຶ້ນເຖິງ 6% ຂອງເງິນເດືອນປະຈຳເດືອນທີ່ໃຊ້ເປັນພື້ນຖານໃນການປະກອບສ່ວນປະກັນສັງຄົມພາກບັງຄັບ,...
ຜູ້ຕາງໜ້າອົງການປະກັນສັງຄົມຫວຽດນາມ ໃຫ້ຮູ້ວ່າ: “ເຖິງຢ່າງໃດກໍຕາມ, ນີ້ບໍ່ແມ່ນລະດັບທີ່ນຳໃຊ້ໄດ້ໃນທັນທີ, ແຕ່ເປັນພຽງເພດານການປະກອບສ່ວນສູງສຸດທີ່ອະນຸຍາດໃຫ້ຢູ່ໃນຂອບກົດໝາຍ”. ໂດຍອີງຕາມເງື່ອນໄຂສະເພາະ, ເມື່ອມີຄວາມຈຳເປັນ, ລັດຖະບານ ຈະພິຈາລະນາດັດແກ້ລະດັບການປະກອບສ່ວນທີ່ເໝາະສົມເພື່ອຮັບປະກັນສິດຂອງຜູ້ເຂົ້າຮ່ວມ ແລະ ດຸ່ນດ່ຽງທຶນປະກັນສຸຂະພາບໃນໄລຍະຍາວ.

ປະຈຸບັນ, ອັດຕາສ່ວນປະກັນສຸຂະພາບຍັງຄົງຢູ່ໃນລະດັບ 4,5% ຂອງເງິນເດືອນພື້ນຖານ (ເງິນເດືອນພື້ນຖານປະຈຸບັນແມ່ນ 2.340.000 ດົ່ງ/ເດືອນ). ຖ້າຫາກມີການປັບປຸງອັດຕາການປະກອບສ່ວນ, ລັດຖະບານຈະອອກດໍາລັດເພື່ອປະຕິບັດ.
"ເພາະສະນັ້ນ, ຂໍ້ມູນທີ່ອັດຕາການປະກອບສ່ວນຈະເພີ່ມຂຶ້ນເປັນ 6% ຈາກວັນທີ 1 ກໍລະກົດແມ່ນບໍ່ຖືກຕ້ອງ, ເຮັດໃຫ້ເກີດຄວາມສັບສົນໃນປະຊາຊົນ," ອົງການດັ່ງກ່າວຢືນຢັນ.

ພ້ອມກັນນັ້ນ, ປະກັນສັງຄົມຫວຽດນາມ ໃຫ້ຂໍ້ສັງເກດວ່າ: ຖ້າປະຊາຊົນເຂົ້າຮ່ວມປະ ກັນສຸຂະພາບຄອບຄົວ ຕ້ອງຈ່າຍເງິນໃຫ້ເກີນ 4,5% ຂອງເງິນເດືອນພື້ນຖານ, ຕ້ອງຮຽກຮ້ອງໃຫ້ອົງການ ຫຼື ບຸກຄົນເກັບປະກັນສຸຂະພາບສ້າງພື້ນຖານນິຕິກຳທີ່ຈະແຈ້ງ, ໂດຍສະເພາະແມ່ນດຳລັດກ່ຽວກັບການປັບລະດັບການປະກອບສ່ວນ.
ປະຈຸບັນ, ກະຊວງສາທາລະນະສຸກ ພວມຮັບຜິດຊອບຮ່າງດຳລັດຊີ້ນຳການປະຕິບັດກົດໝາຍສະບັບເລກທີ 51/2024/QH15. ໃນຂະນະທີ່ລໍຖ້າເອກະສານແນະນຳຢ່າງເປັນທາງການ, ອົງການປະກັນສັງຄົມແນະນຳໃຫ້ປະຊາຊົນ, ພະນັກງານພຽງແຕ່ເຂົ້າເຖິງຂໍ້ມູນຂ່າວສານຈາກແຫຼ່ງຂ່າວທາງການຄື: ເວັບໄຊຂໍ້ມູນຂ່າວສານເອເລັກໂຕຣນິກຂອງລັດຖະບານ, ກະຊວງສາທາລະນະສຸກ, ປະກັນສັງຄົມຫວຽດນາມ ແລະ ອົງການຂ່າວ, ໜັງສືພິມສູນກາງ ແລະ ທ້ອງຖິ່ນ.
"ການກະທຳໃດໆທີ່ເຈດຕະນາໂພສ ຫຼື ແບ່ງປັນຂໍ້ມູນທີ່ບໍ່ຖືກຕ້ອງເພື່ອບິດເບືອນນະໂຍບາຍ ຫຼື ສວຍໃຊ້ປະໂຫຍດສ່ວນຕົວ ຫຼື ຊັບສິນຂອງປະຊາຊົນ ຈະຖືກດຳເນີນໄປຕາມກົດໝາຍຢ່າງເຂັ້ມງວດ", ອົງການດັ່ງກ່າວຢືນຢັນ.
ທີ່ມາ: https://baolaocai.vn/bhxh-viet-nam-phat-canh-bao-ve-tin-don-tang-muc-dong-bhyt-tu-ngay-17-post403715.html






(0)