SKĐS - ບັນດາຜູ້ທີ່ຮັກແພງນະຄອນຮ່າໂນ້ຍ ຮູ້ສຶກຄືກັບຄືນເມືອຮອດຮ່າໂນ້ຍໃນຊຸມປີ 1980 ດ້ວຍບັນດາຮູບພາບທີ່ເປັນເອກະລັກສະເພາະຂອງຄົນ ແລະ ຊີວິດຂອງນະຄອນຫຼວງ ຜ່ານກ້ອງຖ່າຍຮູບຂອງ ນັກການທູດ ອັງກິດ John Ramsden .
ໃນຊຸມປີ 80 ຂອງສະຕະວັດທີ 20, ຮ່າໂນ້ຍ ຍັງຄົງດ້ອຍໂອກາດ ແລະ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນປະເທດເຮົາຜ່ານຜ່າສົງຄາມຫຼາຍປີ.
ທ່ານ John Ramsden ເນັ້ນໜັກວ່າ, “ນັ້ນແມ່ນຊ່ວງເວລາທີ່ຫຍຸ້ງຍາກແທ້ໆ, ສະນັ້ນ ຂ້າພະເຈົ້າຊົມເຊີຍຊາວຫວຽດນາມ ຢ່າງແທ້ຈິງ.
ລົດລາງແລ່ນຜ່ານຕະຫຼາດດົງຊວນທີ່ແອອັດ, ຮູບພາບນີ້ບໍ່ມີອີກແລ້ວ.
ຂົວ Huc ທີ່ສ່ອງແສງຢູ່ໜ້ານ້ຳທະເລຮ່ວານກ໋ຽນແມ່ນຮູບພາບທີ່ເປັນສັນຍາລັກຂອງຮ່າໂນ້ຍ.
ລົດຖີບແມ່ນເຄື່ອງຂົນສົ່ງ ແລະ ສິນຄ້າທີ່ສຳຄັນທີ່ສຸດຂອງຊາວຮ່າໂນ້ຍ ໃນຊຸມປີ 1980.
ແຈຖະໜົນ Ta Hien ໃນໄລຍະການອຸດໜູນ.
ຖະໜົນ To Tich ແມ່ນມີຊື່ສຽງຍ້ອນຫັດຖະກຳຫັນໄມ້. ຫັດຖະກຳນີ້ຍັງຄົງຮັກສາຢູ່ຖະໜົນສາຍນີ້ຈົນຮອດປະຈຸບັນ.
ນັກສຶກສາຍິງຄົນໜຶ່ງຮຽນຢູ່ສະຖານທີ່ງຽບສະຫງົບແຫ່ງໜຶ່ງຢູ່ຮ່າໂນ້ຍ.
ມະຫາວິທະຍາໄລທີ່ສວຍສົດງົດງາມ (ມຸມໄກ) ໄດ້ຮັບການກໍ່ສ້າງໃນໄລຍະການຕົກເປັນອານານິຄົມຂອງຝະລັ່ງ, ຕັ້ງຢູ່ທ້າຍຖະໜົນ ລີເທືອງກຽດ.
ບັນດາຜູ້ຂາຍຕາມຖະໜົນໄດ້ເຕົ້າໂຮມກັນຢູ່ທົ່ວທຸກມຸມຂອງຮ່າໂນ້ຍ ດ້ວຍສຽງຮ້ອງທີ່ເປັນເອກະລັກສະເພາະຂອງສິນຄ້າແຕ່ລະປະເພດ. ນີ້ກໍ່ແມ່ນຈຸດພິເສດທາງດ້ານວັດທະນະທຳຂອງດິນແດນແຫ່ງອາລະຍະທຳພັນປີ.
ປະຕູເກົ່າ Quan Chuong ຕັ້ງຢູ່ເບື້ອງຕົ້ນຖະໜົນ ຫາງຈຽວ.
NP (ພາບ: John Ramsden) - ໜັງສືພິມສຸຂະພາບ ແລະຊີວິດ






(0)