
ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ Le Van Su ກ່າວຄຳເຫັນທີ່ກອງປະຊຸມເຮັດວຽກທາງອອນລາຍກັບການນຳຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ .
ເຫດການ “ສະບາຍດີ ກ່າເມົາ” ແລະ ສື່ສານ, ໂຄສະນາ ບຸນກາເມົາ ຢູ່ນະຄອນ ໂຮ່ຈີມິນ ດຳເນີນແຕ່ວັນທີ 13 – 15 ພະຈິກ 2025 ດ້ວຍບັນດາການເຄື່ອນໄຫວຄື: ກອງປະຊຸມໃຫຍ່ກ່ຽວກັບການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ; ເປີດສາກການເຄື່ອນໄຫວ “ສະບາຍດີກ່າເມົາ” ແລະສະຖານທີ່ວາງສະແດງ; ງານວາງສະແດງ, ໂຄສະນາແຂວງກ່າເມົາ ແລະ ງານບຸນກຸດຈີນຄັ້ງທີ 2; ວາງສະແດງ, ສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ; ເຊື່ອມຕໍ່ການຄ້າລະຫວ່າງຜູ້ຊື້ພາຍໃນແລະຕ່າງປະເທດກັບວິສາຫະກິດແຂວງກ່າເມົາ.
ທີ່ການພົບປະ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ Le Van Su ໄດ້ຂອບໃຈບັນດາການນຳຂອງຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ບັນດາກົມ, ສາຂາທີ່ໄດ້ໜູນຊ່ວຍການຈັດຕັ້ງເຫດການນີ້. ແຂວງ ກ່າ ເມົາໄດ້ເຫັນດີເປັນເອກະສັນກັນກ່ຽວກັບທີ່ຕັ້ງຂອງງານວາງສະແດງ ແລະ ການຈັດຕັ້ງບັນດາເຫດການ. ເຖິງຢ່າງໃດກໍຕາມ, ທ່ານຫວັງວ່າຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ບັນດາຂະແໜງການຈະໜູນຊ່ວຍຕື່ມອີກກ່ຽວກັບລາຍການແຂກສາກົນ ແລະ ບັນດາວິສາຫະກິດນະຄອນ ໂຮ່ຈີມິນ; ລະບຽບກົດໝາຍໃນການຈັດງານ; ຮັບປະກັນຄວາມປອດໄພດ້ານການຈະລາຈອນ, ຕ້ານອັກຄີໄພ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ແລະ ອື່ນໆ.
ທີ່ການພົບປະ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຫງວຽນວັນຢຸງ ໂດຍພື້ນຖານໄດ້ເຫັນດີກັບບັນດາຄຳເຫັນສະເໜີຂອງການນຳແຂວງ ກາເມົາ. ຂໍ້ສະເໜີຂອງແຂວງ ກ່າເມົາ ໄດ້ມອບໃຫ້ບັນດາພະແນກ ແລະ ສາຂານະຄອນໂຮ່ຈິມິນ ສົມທົບກັນຈັດຕັ້ງປະຕິບັດ.
ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ເລວັນຊູ ເນັ້ນໜັກວ່າ: ນີ້ແມ່ນເຫດການສຳຄັນເພື່ອແນໃສ່ຊຸກຍູ້ຄວາມສາມາດບົ່ມຊ້ອນ, ທ່າແຮງ, ກາລະໂອກາດລົງທຶນຂອງແຂວງ ກ່າເມົາ ແລະ ເປີດກວ້າງການຮ່ວມມືກັບບັນດາວິສາຫະກິດ ແລະ ນັກລົງທຶນພາຍໃນ ແລະ ຕ່າງປະເທດ; ແນະນຳພາບພົດຂອງແຂວງກ່າເມົາໃໝ່, ຂະຫຍັນຂັນເຄື່ອນ, ເປີດກວ້າງ, ທັນສະໄໝ, ມີຄວາມສາມາດບົ່ມຊ້ອນ, ເປັນມິດກັບບັນດາວິສາຫະກິດ ແລະ ນັກລົງທຶນພາຍໃນ ແລະ ຕ່າງປະເທດ. ສະນັ້ນ, ພາຍຫຼັງການເຮັດວຽກຄັ້ງນີ້, ແຂວງ ກ່າເມົາ ຈະມອບໝາຍຈຸດສຸມເພື່ອສົມທົບກັບບັນດາພະແນກ, ສາຂານະຄອນ ໂຮ່ຈີມິນ ເພື່ອກະກຽມໃຫ້ແກ່ການຈັດຕັ້ງງານມະໂຫລານ.
ທີ່ມາ: https://www.camau.gov.vn/van-hoa-xa-hoi/ca-mau-va-thanh-pho-ho-chi-minh-phoi-hop-to-chuc-su-kien-xin-chao-ca-mau-va-ngay-hoi-cua-ca-mau--289493
(0)