[embed]https://www.youtube.com/watch?v=KZHCCGq6ibI[/embed]
ບັນດາເມືອງໄດ້ກວດກາຄືນບັນດາດັດຊະນີອົງປະກອບທີ່ນຳໄປສູ່ການຫຼຸດຄະແນນ ແລະ ການຈັດອັນດັບຂອງການປະຕິຮູບດ້ານບໍລິຫານ, ຈາກນັ້ນໄດ້ມີການແກ້ໄຂເພື່ອປັບປຸງດັດຊະນີ ແລະ ການຈັດອັນດັບຂອງການປະຕິຮູບດ້ານບໍລິຫານ.

ສືບຕໍ່ຮັດແໜ້ນລະບຽບວິໄນບໍລິຫານ, ປູກຈິດສຳນຶກໃຫ້ພະນັກງານ, ລັດຖະກອນ ແລະ ພະນັກງານລັດຖະກອນ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ແກ່ວິສາຫະກິດທີ່ເປີດກ້ວາງ ແລະ ດຶງດູດໃຈ. ພ້ອມກັນນັ້ນ, ສຸມໃສ່ກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ເສດຖະກິດ - ສັງຄົມ , ສ້າງເງື່ອນໄຂສະດວກເພື່ອດຶງດູດການລົງທຶນ, ພັດທະນາການຜະລິດ, ດຳເນີນທຸລະກິດ.

ອີງໃສ່ການຕີລາຄາໝາກຜົນທີ່ບັນລຸໄດ້ ແລະ ຊີ້ອອກບັນດາຂໍ້ຈຳກັດທີ່ຕ້ອງແກ້ໄຂ, ທ້ອງຖິ່ນຕ້ອງສືບຕໍ່ຊີ້ນຳບັນດາອົງການ, ຫົວໜ່ວຍຊອກຫາວິທີແກ້ໄຂປັບປຸງດັດຊະນີກຳລັງຄວາມສາມາດແກ່ງແຍ້ງ, ສຸມໃສ່ເຂົ້າໃນບັນດາດັດຊະນີອົງປະກອບຄື: ການເຂົ້າເຖິງທີ່ດິນ, ບົດບາດນຳພາ, ຄ່າເວລາ, ໜູນຊ່ວຍດຳເນີນທຸລະກິດ, ຜ່ານນັ້ນມານະພະຍາຍາມປັບປຸງດັດຊະນີການປະຕິຮູບດ້ານບໍລິຫານໃນປີ 2024 ແລະ 2024.
ທີ່ມາ: 6pm TTV news
ທີ່ມາ








(0)