ຜູ້ນຳລາວ, ຈີນ, ກຳປູເຈຍ, ກູບາ, ຣັດເຊຍ, ເກົາຫຼີເໜືອ, ອິນເດຍ ແລະ ບັນດາປະເທດອາຊຽນ ໄດ້ສົ່ງໂທລະເລກອວຍພອນວັນຊາດ ຫວຽດນາມ ຄົບຮອບ 78 ປີ.
ໃນຈົດໝາຍອວຍພອນ, ການນຳຂັ້ນສູງຂອງລາວ ໄດ້ຊົມເຊີຍ ຫວຽດນາມ ໃນບັນດາຜົນງານທີ່ບັນລຸໄດ້ໃນການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດໃນຕະຫຼອດ 78 ປີຜ່ານມາ, ຖືວ່ານີ້ແມ່ນແຫຼ່ງກຳລັງໜູນ ແລະ ກຳລັງແຮງເພື່ອພັດທະນາປະເທດລາວ.
ການນຳລາວ ຂອບໃຈຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີປະສິດທິຜົນ, ຢືນຢັນຈະສືບຕໍ່ສົມທົບກັບຫວຽດນາມ ເພື່ອປົກປັກຮັກສາ ແລະ ບຳລຸງສ້າງສາຍພົວພັນທີ່ຫາຍາກໃຫ້ຄົງຕົວຕະຫຼອດໄປ, ຕາມຖະແຫຼງການຂອງກະຊວງ ການຕ່າງປະເທດ ຫວຽດນາມ ໃນວັນທີ 2 ກັນຍານີ້.
ທ່ານປະທານປະເທດ Xi Jinping ແລະ ການນຳຂອງປະເທດຈີນ ຢືນຢັນວ່າ: ຖືເປັນສຳຄັນການພັດທະນາການພົວພັນລະຫວ່າງສອງພັກ ແລະ ປະເທດ, ປາດຖະໜາຢາກເພີ່ມທະວີການແລກປ່ຽນດ້ານຍຸດທະສາດກັບ ຫວຽດນາມ, ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນ ສັນຕິພາບ , ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ ແລະ ໃນໂລກ.

ພິທີເຊີດຊູວັນຊາດ 2 ກັນຍາ ຢູ່ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ ໃນວັນທີ 31 ສິງຫາ. ພາບ: TTXVN.
ທ່ານປະທານປະເທດ ແລະ ປະທານສະພາສູງກຳປູເຈຍ Say Chhum, ທ່ານນາຍົກລັດຖະມົນຕີ Hun Manet ແລະ ທ່ານປະທານສະພາແຫ່ງຊາດ Khuon Sudary ຕີລາຄາສູງການພັດທະນາໃນການພົວພັນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ. ການນຳ ກຳປູເຈຍ ປາດຖະໜາຢາກສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ ເພື່ອຮັດແໜ້ນ ແລະ ພັດທະນາການພົວພັນລະຫວ່າງສອງປະເທດໃຫ້ໝັ້ນຄົງກ່ວາອີກ, ເພື່ອຜົນປະໂຫຍດລວມຂອງ 2 ປະເທດ.
ການນຳກູບາໄດ້ສະແດງຄວາມພາກພູມໃຈຕໍ່ນ້ຳໃຈສາມັກຄີທາງປະຫວັດສາດທີ່ໄດ້ຮັບການບຳລຸງສ້າງ ແລະ ເພີ່ມທະວີການຕໍ່ສູ້ເພື່ອເອກະລາດ, ເສລີພາບ ແລະ ການພັດທະນາ, ຢືນຢັນຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ທ່ານປະທານາທິບໍດີ Vladimir Putin ແລະ ບັນດາການນຳ ລັດເຊຍ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືພື້ນເມືອງ ແລະ ຄວາມເຊື່ອໝັ້ນຂອງ ລັດເຊຍ ຢູ່ພາກພື້ນ ອາຊີ - ປາຊີຟິກ, ຫວັງວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ຈະສືບຕໍ່ໄດ້ຮັບການເພີ່ມທະວີໃນຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ, ໃນຫຼາຍຂົງເຂດ - ການເມືອງ, ເສດຖະກິດ - ການຄ້າ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ.
ການນຳ ສປປ ເກົາຫຼີ Kim Jong-un ແລະ ທ່ານນາຍົກລັດຖະມົນຕີ Kim Tok-hun ໄດ້ຊົມເຊີຍບັນດາຜົນງານທີ່ບັນລຸໄດ້ຫຼາຍຢ່າງໃນການສ້າງສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ.
ໃນສານອວຍພອນ, ການນຳອິນເດຍໄດ້ຕີລາຄາປະຫວັດສາດການພົວພັນລະຫວ່າງອິນເດຍ ແລະ ຫວຽດນາມ, ໄດ້ຕີລາຄາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເປັນພະຍານຫຼັກຖານໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ມີຄຸນຄ່າຮ່ວມກັນ, ສ້າງຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.
ການນຳ ອິນເດຍ ຢືນຢັນວ່າ: ຫວຽດນາມ ແມ່ນເສົາຄ້ຳສຳຄັນຂອງນະໂຍບາຍທິດຕາເວັນອອກ ແລະ ວິໄສທັດອິນໂດ - ປາຊີຟິກ ຂອງ ອິນເດຍ. ຄວາມມານະພະຍາຍາມຮ່ວມມືຂອງສອງຝ່າຍບໍ່ພຽງແຕ່ປະກອບສ່ວນສ້າງຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຂອງແຕ່ລະປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນອິນໂດປາຊີຟິກທີ່ກວ້າງຂວາງ ແລະ ໃນໂລກ.
ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນຊຸມປີມໍ່ໆມານີ້ ແມ່ນພື້ນຖານອັນໜັກແໜ້ນເພື່ອຮັບມືກັບບັນດາສິ່ງທ້າທາຍໃນປະຈຸບັນ ແລະ ອະນາຄົດ, ພ້ອມທັງຢືນຢັນຄຳໝັ້ນສັນຍາຂອງ ອິນໂດເນເຊຍ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ.
ກະສັດ ມາເລເຊຍ Abdullah Riayatuddin ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຮ່ວມມືສອງຝ່າຍທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ເຊື່ອໝັ້ນວ່າ ດ້ວຍການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023, ການຮ່ວມມືລະຫວ່າງ 2 ປະເທດຈະສືບຕໍ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງປະເທດ.
ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos ເນັ້ນໜັກວ່າ ຟີລິບປິນ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືທຳມະຊາດໃນພາກພື້ນ, ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ໃນຂອບເຂດການຮ່ວມມືລະຫວ່າງ 2 ປະເທດ ແລະ ອາຊຽນ ເພື່ອມຸ່ງໄປເຖິງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ ຄົບຮອບ 50 ປີ ໃນປີ 2026.
ໃນຖະແຫຼງການທີ່ລົງໃນເວັບໄຊກະຊວງການຕ່າງປະເທດອາເມລິກາໃນວັນທີ 1 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ສົ່ງຄຳອວຍພອນເຖິງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ. ອາເມລິກາ ສະໜັບສະໜູນ ຫວຽດນາມ ເຂັ້ມແຂງ, ຮັ່ງມີ, ເປັນເອກະລາດ, ມຸ່ງໄປເຖິງການຮ່ວມມືເພື່ອມຸ່ງໄປເຖິງຈຸດໝາຍຮ່ວມຂອງພາກພື້ນອິນໂດປາຊີຟິກທີ່ຈະເລີນຮຸ່ງເຮືອງ, ເປີດກວ້າງ ແລະ ສັນຕິພາບ.
ທ່ານ Blinken ກ່າວວ່າ “ຂ້າພະເຈົ້າຫວັງວ່າທ່ານປະທານປະເທດ Biden ຈະມາຢ້ຽມຢາມຮ່າໂນ້ຍ ໃນວັນທີ 10 ກັນຍານີ້ ເພື່ອສະເຫຼີມສະຫຼອງທຸກສິ່ງທີ່ບັນລຸໄດ້ ແລະ ແຜນການເພື່ອອະນາຄົດຮ່ວມຂອງພວກເຮົາ.
Vnexpress.net
(0)