
ພາຍຫຼັງ 65 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ມະຫາວິທະຍາໄລການຄ້າຕ່າງປະເທດໄດ້ຢັ້ງຢືນທີ່ຕັ້ງແມ່ນໜຶ່ງໃນບັນດາສະຖາບັນ ການສຶກສາ ຊັ້ນສູງແຖວໜ້າຂອງຫວຽດນາມ ດ້ວຍກຽດສັກສີໃນການເຂົ້າຮຽນ, ຄຸນນະພາບການຝຶກອົບຮົມ, ຜົນສຳເລັດການຄົ້ນຄວ້າວິທະຍາສາດ - ຖ່າຍທອດຄວາມຮູ້ ແລະ ປະກອບສ່ວນປະຕິບັດຕົວຈິງໃຫ້ແກ່ປະຊາຄົມ.
ກ່າວຄຳເຫັນທີ່ພິທີ, ທ່ານຮອງສາດສະດາຈານ, ດຣ ຟ້າມວັນຮົ່ງ, ເລຂາຄະນະພັກ, ຫົວໜ້າໂຮງຮຽນ ໄດ້ແບ່ງປັນວ່າ: ເພື່ອໃຫ້ເຄື່ອງໝາຍການຄ້າຕ່າງປະເທດໄດ້ຮັບການຮັບຮູ້ຈາກສັງຄົມຄືປະຈຸບັນ, ໂຮງຮຽນ ໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ ແມ່ນໝາກຜົນແຫ່ງຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຄູອາຈານ ແລະ ນັກສຶກສາຫຼາຍລຸ້ນຄົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງເພື່ອສ້າງ “ຄວາມສາມາດບົ່ມຊ້ອນດ້ານການຄ້າກັບຕ່າງປະເທດ.
ທ່ານຮອງສາດສະດາຈານ, ດຣ ຟ້າມທູຮັ່ງ ໃຫ້ຮູ້ວ່າ: ພາຍຫຼັງ 65 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ການພົວພັນຮ່ວມມືຢ່າງມີປະສິດທິຜົນໃນການຝຶກອົບຮົມ, ຄົ້ນຄ້ວາ ວິທະຍາສາດ , ການແລກປ່ຽນອາຈານ - ນັກສຶກສາ, ໂຄງການສາກົນ ແລະ ການເຊື່ອມໂຍງທຸລະກິດໄດ້ປະກອບສ່ວນໂຄສະນາເຜີຍແຜ່ຮູບພາບຂອງມະຫາວິທະຍາໄລການຄ້າຕ່າງປະເທດໃຫ້ກວ້າງຂວາງ, ກາຍເປັນຂົວຕໍ່ແຫ່ງຄວາມຮູ້, ນະວັດຕະກຳ ແລະ ສ້າງສັນລະຫວ່າງ ຫວຽດນາມ ແລະ ໂລກ.
ໃນໂອກາດນີ້, ມະຫາວິທະຍາໄລການຄ້າຕ່າງປະເທດໄດ້ຮັບກຽດໄດ້ຮັບໃບຍ້ອງຍໍຈາກ 15 ສະຖານທູດ ແລະ 3 ອົງການຈັດຕັ້ງ ແລະ ສະຖາບັນການສຶກສາຊັ້ນສູງນາໆຊາດ ທີ່ໄດ້ປະກອບສ່ວນເຂົ້າໃນການຮ່ວມມືດ້ານການສຶກສາ, ແລກປ່ຽນວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດສາກົນ.
ຜົນສຳເລັດຂອງໂຮງຮຽນແມ່ນໝາກຜົນຂອງບັນດາພະນັກງານ, ອາຈານ ແລະ ນັກຮຽນລຸ້ນຫຼັງໄດ້ສົມທົບກັນວາງຮາກຖານ ແລະ ກໍ່ສ້າງພາຍໃຕ້ການນຳພາຂອງຄະນະພັກ, ຄະນະນຳໂຮງຮຽນ ແລະ ຄະນະອຳນວຍການ. ມະຫາວິທະຍາໄລການຄ້າຕ່າງປະເທດຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ບັນດາອະດີດການນຳຂອງໂຮງຮຽນທີ່ໄດ້ມານະພະຍາຍາມສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ໂຮງຮຽນ. ການອຸທິດຕົນນີ້ແມ່ນກຳລັງແຮງບັນດານໃຈໃຫ້ຄົນຮຸ່ນປະຈຸບັນສືບຕໍ່ປະຕິບັດພາລະກິດການສຶກສາ, ໄດ້ຮັບຮູ້ຢ່າງຈະແຈ້ງເຖິງຄວາມມຸ່ງຫວັງຂອງຄົນລຸ້ນກ່ອນໃນການພັດທະນາໃນຕໍ່ໜ້າ.
ທີ່ມາ: https://baotintuc.vn/giao-duc/cau-noi-tri-thuc-doi-moi-sang-tao-giua-viet-nam-va-the-gioi-20251115181227546.htm






(0)