ຕອນເຊົ້າວັນທີ 25 ກັນຍາ, ທ່ານປະທານ ສະພາແຫ່ງຊາດ ກູບາ Esteban Lazo Hernandez ໄດ້ມີການພົບປະກັບ ທ່ານປະທານປະເທດ Vo Van Thuong , ໃນການຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນການຢ້ຽມຢາມ ກູບາ Fidel Castro ເຖິງເຂດປົດປ່ອຍພາກໃຕ້ ຫວຽດນາມ.
ກປ.ອອນໄລ - ຕອນເຊົ້າວັນທີ 24 ກັນຍາ, ໂດຍຕອບສະໜອງຕາມຄໍາເຊີນຂອງບັນດາການນໍາພັກ, ລັດ ຫວຽດນາມ, ກໍາມະ ການກົມການເມືອງ , ປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez ໄດ້ເດີນທາງໄປ ຮອດຮ່າໂນ້ຍ , ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 24 – 28 ກັນຍາ. ທ່ານປະທານສະພາແຫ່ງຊາດ ກູບາ ຈະຕາງໜ້າໃຫ້ບັນດາການນຳພັກ ແລະ ລັດ ກູບາ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນການຢ້ຽມຢາມ ກູບາ Fidel Castro ເຖິງເຂດປົດປ່ອຍ ຫວຽດນາມໃຕ້ (ເດືອນ 9/1973 – ກັນຍາ 2023). 
ທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez ໄດ້ພົບປະກັບທ່ານປະທານປະເທດ Vo Van Thuong. ພາບ: ຫາຍ ຫງວຽນ ໃນໄລຍະຢ້ຽມຢາມຫວຽດນາມ, ທ່ານປະທານສະພາແຫ່ງຊາດ ກູບາ ຈະເຂົ້າຮ່ວມບັນດາເຫດການຢູ່ແຂວງ ກວາງບິ່ງ ແລະ ກວາງຈີ. ຕາມນັ້ນແລ້ວ, ທ່ານ Esteban Lazo Hernandez ຈະວາງພວງມາລາຢູ່ອະນຸສາວະລີ Fidel Castro, ຢ້ຽມຢາມໂຮງໝໍມິດຕະພາບ ຫວຽດນາມ - ກູບາ ແລະ ພົບປະກັບການນຳແຂວງ ກວາງບິ່ງ. 
ທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez ໄດ້ພົບປະກັບທ່ານປະທານປະເທດ Vo Van Thuong. ພາບ: ຫາຍ ຫງວຽນ ຢູ່ແຂວງ ກວ໋າງຈີ, ທ່ານ Esteban Lazo Hernandez ຈະໄປຢ້ຽມຢາມຂົວຮ່ຽນລ່ອງ, ພິພິທະພັນສະຖານທີ່ວັດຖຸບູຮານພິເສດແຫ່ງຊາດ ເຮີເລືອງ - ເບັນໄຮ; ຢ້ຽມຢາມເຂດປູຊະນີຍະສະຖານຂອງລັດຖະບານປະຕິວັດຊົ່ວຄາວຫວຽດນາມ ຢູ່ເຂດ Cam Lo; ສະເໜີດອກໄມ້ ແລະປູກຕົ້ນໄມ້ທີ່ລະນຶກຢູ່ສວນສາທາລະນະ Fidel. ທ່ານປະທານສະພາແຫ່ງຊາດ ກູບາ ຈະເຂົ້າຮ່ວມບັນດາສະມາຊິກກົມການເມືອງ, ເລຂາທິການໃຫຍ່ຄະນະເລຂາ, ຫົວໜ້າຄະນະຈັດຕັ້ງສູນກາງ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນການຢ້ຽມຢາມຂອງທ່ານ Fidel Castro ເຖິງເຂດປົດປ່ອຍພາກໃຕ້ ຫວຽດນາມ. ພິທີໄຂຈະດຳເນີນໄປໃນວັນທີ 26 ກັນຍາ, ໂດຍຄະນະກຳມະການປະຊາຊົນແຂວງ ກວາງຈີ້ ສົມທົບກັບກະຊວງ ການຕ່າງປະເທດ , ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ສະຖານທູດ ກູບາ ປະຈຳ ຫວຽດນາມ ເປັນປະທານ. 
ນອກຈາກການພົບປະກັບທ່ານປະທານປະເທດ Vo Van Thuong (ຮູບພາບ), ໃນການຢ້ຽມຢາມ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez ຈະໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ພົບປະກັບທ່ານປະທານສະພາແຫ່ງຊາດ Vuong Dinh Hue. ພາບ: ຫາຍ ຫງວຽນ 
ສາກການພົບປະກັບທ່ານປະທານປະເທດ Vo Van Thuong. ພາບ: ຫາຍ ຫງວຽນ 
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 25/9, ທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez ໄດ້ມາວາງພວງມາລາ ແລະ ຢ້ຽມຢາມສຸສານປະທານ ໂຮ່ຈີມິນ. ພາບ: ຫາຍ ຫງວຽນ 
ທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez ແລະ ຄະນະໄດ້ໄປຢ້ຽມຢາມສຸສານ ໂຮ່ຈີມິນ. ພາບ: ຫາຍ ຫງວຽນ
Laodong.vn
(0)