ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 8 ຂອງອາເມລິກາ ແລະ ແມ່ນປະເທດສະມາຊິກ ອາຊຽນ ທີ່ສົ່ງອອກສິນຄ້າໄປຍັງ ອາເມລິກາ ຫຼາຍທີ່ສຸດ. (ພາບປະກອບ: ຮົ່ງດາດ/VNA)
ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ (ເດືອນ ກໍລະກົດ 2013 - ກໍລະກົດ 2023), ນັກຂ່າວ VNA ຢູ່ ວໍຊິງຕັນ ໄດ້ໃຫ້ສຳພາດກັບ ທ່ານ Ted Ausius , ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ແລະ ປະຈຸບັນ, ປະທານ ສະພາວິສາຫະກິດ ອາເມລິກາ - ອາຊຽນ (USABC), ກ່ຽວກັບບັນດາໝາກຜົນການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາ. ແງ່ຫວັງການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.
ທີ່ການສົນທະນາ, ທ່ານ Ted Ausius ໄດ້ຍົກໃຫ້ເຫັນບາງຈຸດສຳຄັນຂອງການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ, ໃນນັ້ນການຄ້າ ແລະ ການລົງທຶນມີບົດບາດສຳຄັນໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ, ໃນນັ້ນມີບັນດາຄະນະຜູ້ແທນວິສາຫະກິດອາເມລິກາໃຫຍ່ກວ່າໝູ່ມາຢ້ຽມຢາມ ຫວຽດນາມ.
ປະຈຸບັນ ອາເມລິກາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງຂອງຫວຽດນາມ ແລະ ຕະຫຼາດສົ່ງອອກໃຫຍ່ກວ່າໝູ່. ປີ 2022, ວົງເງິນການຄ້າສອງສົ້ນລະຫວ່າງສອງປະເທດບັນລຸ 123,86 ຕື້ USD.
ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 8 ຂອງອາເມລິກາ ແລະ ແມ່ນປະເທດສະມາຊິກ ອາຊຽນ ທີ່ສົ່ງອອກສິນຄ້າໄປຍັງ ອາເມລິກາ ຫຼາຍທີ່ສຸດ. ໃນຂະນະນັ້ນ, ອາເມລິກາ ແມ່ນຕະຫລາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ. 10 ປີຜ່ານມາ, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ອາເມລິກາ ໄດ້ເພີ່ມຂຶ້ນສະເລ່ຍເກືອບ 20%/ປີ.
ຕີລາຄາໝາກຜົນການຢ້ຽມຢາມ ຫວຽດນາມ ຂອງຄະນະຜູ້ແທນວິສາຫະກິດ ອາເມລິກາ ໃນເດືອນ 3 ຜ່ານມາ, ທ່ານປະທານປະເທດ, CEO ຂອງ USABC ເນັ້ນໜັກວ່າ, ນີ້ແມ່ນຄະນະຜູ້ແທນວິສາຫະກິດອາເມລິກາໃຫຍ່ທີ່ສຸດມາຢ້ຽມຢາມ ຫວຽດນາມ ໃນຫຼາຍທົດສະວັດ, ດ້ວຍຈຳນວນ 52 ບໍລິສັດພວມຊອກຫາກາລະໂອກາດດ້ານການຂາຍ, ການສະໜອງ ແລະ ການລົງທຶນ. ເປັນການສະແດງໃຫ້ເຫັນວ່າ, ການຢ້ຽມຢາມແມ່ນກົງກັບວັນຄົບຮອບ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ.
ຄະນະຜູ້ແທນຫວຽດນາມ ໄດ້ຮັບການຕ້ອນຮັບຈາກການນຳຂັ້ນສູງຂອງຫວຽດນາມ, ໃນນັ້ນມີທ່ານນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ຫົວໜ້າຄະນະ ເສດຖະກິດ ສູນກາງ, ແລະ ການນຳສຳຄັນຂອງຫຼາຍກະຊວງ, ຂະແໜງການ, ອົງການ.
ການນຳ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຄົາລົບນັບຖື, ອົດທົນຮັບຟັງບັນດາຄວາມເປັນຫ່ວງຂອງວິສາຫະກິດ ອາເມລິກາ, ພ້ອມທັງໃຫ້ຄຳຕອບຢ່າງລະອຽດ, ພໍໃຈ, ພິເສດແມ່ນກຳນົດຢ່າງຈະແຈ້ງເຖິງການພົວພັນຮ່ວມມືຂອງ ຫວຽດນາມ ຮັບຜິດຊອບປະຕິບັດບັນດາບາດກ້າວຕໍ່ໄປ.
ສ່ວນ, USABC ຢືນຢັນຄືນຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ໃນການຮັກສາສະຖຽນລະພາບ ແລະ ຄວາມຢືດຢຸ່ນຂອງເສດຖະກິດມະຫາພາກ, ພ້ອມທັງສະໜັບສະໜູນຍຸດທະສາດຫັນເປັນດີຈີຕອນ ແລະ ຍຸດທະສາດຫັນປ່ຽນພະລັງງານສີຂຽວ.
ນອກນັ້ນ, ບັນດາສະມາຊິກຄະນະຜູ້ແທນຍັງໄດ້ຍົກໃຫ້ເຫັນບັນດາຂໍ້ລິເລີ່ມທີ່ຍັງຄົງຄ້າງໃນຂະແໜງການຕ່າງໆຢູ່ຫວຽດນາມ, ໃນນັ້ນມີ ກະສິກຳ , ການບິນອະວະກາດ, ພະລັງງານ, ສາທາລະນະສຸກ, ການຂົນສົ່ງ, ການທ່ອງທ່ຽວ, ເສດຖະກິດດີຈີຕອນ, ການບໍລິການດ້ານການເງິນ, ປ້ອງກັນປະເທດ, ນະວັດຕະກຳ ແລະ ເສດຖະກິດສ້າງສັນ, ໄດ້ສະເໜີບັນດາຂົງເຂດຮ່ວມມືໃໝ່.
ກ່ຽວກັບການຮ່ວມມືໃນຂົງເຂດ ສາທາລະນະສຸກ , ທ່ານ Ted Ausius ໃຫ້ຮູ້ວ່າ: ອາເມລິກາໄດ້ໜູນຊ່ວຍ ຫວຽດນາມ ໃນການປິ່ນປົວພະຍາດວັນນະໂລກນັບແຕ່ປີ 2004. ໃນໄລຍະທີ່ໂລກລະບາດໂຄວິດ-19, ອາເມລິກາໄດ້ສະໜອງວັກແຊງ 40 ລ້ານໂດລາໃຫ້ຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ໄດ້ໜູນຊ່ວຍ ອາເມລິກາ ດ້ວຍໜ້າກາກ ແລະ ອຸປະກອນປ້ອງກັນຕົວ. ນີ້ແມ່ນຂົງເຂດຮ່ວມມືທີ່ສຳຄັນຂອງທັງສອງປະເທດ ແລະ ຕ້ອງໄດ້ຮັບການຊຸກຍູ້ໃນໄລຍະຈະມາເຖິງ.
ກ່ຽວກັບວິທະຍາສາດເຕັກໂນໂລຊີ, ຫວ່າງມໍ່ໆມານີ້, ສອງປະເທດໄດ້ຈັດກອງປະຊຸມຄະນະກຳມະການຮ່ວມເພື່ອປຶກສາຫາລືບັນດາບັນຫາຕົ້ນຕໍຄື: ການຮ່ວມມືດ້ານອະວະກາດ, ການຮ່ວມມືໃນຂົງເຂດເຕັກໂນໂລຢີສູງຄື: ປັນຍາປະດິດ (AI), ເຕັກໂນໂລຊີຊີວະພາບ...
ກ່ຽວກັບດ້ານການສຶກສາ, ຫວຽດນາມ ໄດ້ກາຍເປັນປະເທດທີ່ມີນັກສຶກສາສາກົນໃຫຍ່ອັນດັບ 5 ຢູ່ອາເມລິກາ. ນີ້ແມ່ນສັນຍານທີ່ພົ້ນເດັ່ນຂອງຄຳໝັ້ນສັນຍາຂອງນັກຮຽນ ແລະ ພໍ່ແມ່ປະຊາຊົນຫວຽດນາມ ທີ່ຢາກໃຫ້ລູກຫຼານໄດ້ຮັບການສຶກສາຢູ່ ອາເມລິກາ ແລະ ເວົ້າເຖິງນ້ຳໃຈປະຊາຊົນ ແລະ ການແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ. ນີ້ແມ່ນຄວາມສຳຄັນຢ່າງແທ້ຈິງ, ຄຽງຄູ່ກັບການເດີນທາງລະຫວ່າງສອງປະເທດ, ນັກສຶກສາ ແລະ ຄອບຄົວກໍ່ຄືບັນດານັກລົງທຶນ.
ໃນຂະນະນັ້ນ, ຂົງເຂດການບິນ, ປ້ອງກັນຄວາມສະຫງົບ ໄດ້ຮັບຄວາມເອົາໃຈໃສ່ຈາກສອງຝ່າຍຄືນໃໝ່, ການເຈລະຈາ ແລະ ການແລກປ່ຽນລະຫວ່າງບັນດາຄູ່ຮ່ວມມື ອາເມລິກາ ແລະ ຫວຽດນາມ ໄດ້ດຳເນີນໄປເລື້ອຍໆ.
ປຸງແຕ່ງປາແດກເພື່ອສົ່ງອອກ. (ພາບ: ວູຊິງ/VNA)
ທ່ານ Ted Ausius ກ່າວຢ່າງກົງໄປກົງມາວ່າ ຍັງມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດເພື່ອໃຫ້ທັງສອງຝ່າຍເຂົ້າໃຈຂະບວນການຂອງກັນ. ຕົວຢ່າງ, ອາເມລິກາ ໄດ້ເຮັດວຽກກັບກອງກຳລັງປ້ອງກັນຝັ່ງທະເລຫວຽດນາມ ເພື່ອສະໜອງກຳລັງນີ້ ມີຄວາມສາມາດປົກປ້ອງຜົນປະໂຫຍດທາງທະເລ, ລວມທັງດິນແດນ ແລະເຂດຫາປາ, ສະກັດກັ້ນການລັກລອບ ແລະ ການຫາປາທີ່ຜິດກົດໝາຍ, ບໍ່ມີລາຍງານ ແລະ ບໍ່ມີລະບຽບ.
ກ່ຽວກັບແງ່ຫວັງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງພື້ນຖານເສດຖະກິດໂລກ, ທ່ານປະທານປະເທດ ແລະ CEO ຂອງ USABC ໃຫ້ຄຳເຫັນວ່າ: ການນຳບັນດາວິສາຫະກິດເຂົ້າຮ່ວມຄະນະຜູ້ແທນວິສາຫະກິດ ອາເມລິກາ ມາຢ້ຽມຢາມ ຫວຽດນາມ ສະແດງໃຫ້ເຫັນວ່າ ບັນດາວິສາຫະກິດ ອາເມລິກາ ມີຄວາມເຊື່ອໝັ້ນຕໍ່ທ່າເຕີບໂຕ ແລະ ການນຳພາຂອງລັດຖະບານ ຫວຽດນາມ, ເຖິງວ່າເສດຖະກິດຫວຽດນາມ ແລະ ພື້ນຖານເສດຖະກິດໂລກຂອງຝ່າຍຕາເວັນຕົກຂັດແຍ້ງກັນໃນປີນີ້.
ນອກຈາກນັ້ນ, ໃນໄລຍະຈະມາເຖິງຈະສືບຕໍ່ເປັນສັກຂີພິຍານທ່າອ່ຽງຂະຫຍາຍສູນການຜະລິດ ແລະ ຕ່ອງໂສ້ການສະໜອງຢູ່ຫວຽດນາມ ໃນບັນດາຂົງເຂດ semiconductors, FMCG (ເຄື່ອງອຸປະໂພກ-ບໍລິໂພກໄວ), ເຄື່ອງຫຼິ້ນ, ເຄື່ອງເຟີນີເຈີ, ອາຫານ ແລະ ຜະລິດຕະພັນກະເສດ, ເສດຖະກິດດີຈີຕອນ, ການທະນາຄານ ແລະ ການບໍລິການທາງດ້ານການເງິນ ແລະ ການດູແລສຸຂະພາບ.
ປະຈຸບັນ, ພວກຂ້າພະເຈົ້າເລີ່ມເຫັນຄື້ນວິສາຫະກິດຫວຽດນາມລົງທຶນຢູ່ອາເມລິກາຄື Vinfast, An Phat, Sovico... ບັນດາບໍລິສັດເຫຼົ່ານີ້ກໍ່ແມ່ນລູກຄ້າໃຫຍ່ຂອງບັນດາວິສາຫະກິດອາເມລິກາ.
ຕາມທ່ານ Ted Osius ແລ້ວ, ບັນດາທ່າອ່ຽງດັ່ງກ່າວຮັບປະກັນການເຕີບໂຕຢ່າງແຂງແຮງຂອງການຄ້າ 2 ສົ້ນ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນ 10 ປີຕໍ່ໜ້າ ແລະ ຮັບປະກັນການພົວພັນຄູ່ຮ່ວມມືພັດທະນາຂຶ້ນສູ່ລະດັບຍຸດທະສາດ.
ດ້ວຍແງ່ຫວັງຍົກລະດັບການພົວພັນສອງຝ່າຍ, ພ້ອມກັບບັນດາຂົງເຂດຮ່ວມມື, ສອງຝ່າຍຈະສືບຕໍ່ເປີດກວ້າງການເຄື່ອນໄຫວຈັດຊື້ຂອງລັດຖະບານໃຫ້ແກ່ບັນດາວິສາຫະກິດຂອງສອງປະເທດ, ຊຸກຍູ້ການພັດທະນາບັນດາຂົງເຂດຕົ້ນຕໍຄື: ພະລັງງານ, ເສດຖະກິດດີຈີຕອນ, ສາທາລະນະສຸກ, ການປ້ອງກັນຊາດ ແລະ ອື່ນໆ.
ທີ່ມາ
(0)