
ຕາມນັ້ນແລ້ວ, ສະໜາມບິນທີ່ຄາດຄະເນວ່າຈະຢູ່ເຂດປະສົບໄພໂດຍກົງຈາກພະຍຸເລກ 12 ລວມມີ: ສະໜາມບິນສາກົນ Phu Bai, ສະໜາມບິນ ດ່າໜັງ , ສະໜາມບິນ Chu Lai. ສະໜາມບິນ Pleiku ແລະ Phu Cat ພວມປັບປຸງຂໍ້ມູນຂ່າວສານຢ່າງຕັ້ງໜ້າ, ມີຄວາມລະມັດລະວັງຖ້າຫາກພະຍຸພັດທະນາຜິດປົກກະຕິ.
ກົມການບິນພົນລະເຮືອນ ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ສົມທົບກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງກວດກາລະບົບພື້ນຖານໂຄງລ່າງສະໜາມບິນ, ລະບົບສື່ສານ… ເພື່ອກວດສອບ ແລະ ແກ້ໄຂຄວາມເສຍຫາຍ (ຖ້າມີ) ເພື່ອຮັບປະກັນຄວາມປອດໄພຂອງວຽກງານ, ສະຖານີ, ຮັບປະກັນຄວາມປອດໄພໃນການປະຕິບັດງານຢູ່ສະໜາມບິນ.
ເຈົ້າໜ້າທີ່ການບິນພົນລະເຮືອນຍັງໄດ້ຕັກເຕືອນບັນດາສະໜາມບິນຈົ່ງປະຕິບັດແຜນການປ້ອງກັນຝົນຕົກ ແລະ ພະຍຸ, ມາດຕະການປ້ອງກັນໄພນ້ຳຖ້ວມ, ລະບາຍນ້ຳໃນສະໜາມບິນ, ປ້ອງກັນວຽກງານ, ພາຫະນະ ແລະ ອຸປະກອນຢູ່ສະໜາມບິນ, ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກຝົນຕົກ ແລະ ພາຍຸ ແລະ ເຮັດວຽກງານການບິນໃຫ້ໝັ້ນຄົງໂດຍໄວ./.
ທີ່ມາ: https://quangngaitv.vn/co-3-san-bay-nam-trong-vung-chiu-anh-huong-truc-tiep-cua-con-bao-so-12-6509022.html
(0)