ຕາມບົດບັນທຶກຊ່ວຍຈຳແລ້ວ, ສອງຝ່າຍຈະຮ່ວມມືໃນ 3 ຂົງເຂດຕົ້ນຕໍຄື: ການຫັນເປັນດິຈິຕອລໃນ ການສຶກສາ ຊັ້ນສູງ, ສຸມໃສ່ສ້າງຮູບແບບມະຫາວິທະຍາໄລດີຈີຕອນ ແລະ ນຳໃຊ້ AI ເຂົ້າໃນການສອນ-ຄົ້ນຄວ້າ-ບໍລິຫານ; ການພັດທະນາຊັບພະຍາກອນມະນຸດດ້ານໄອຊີທີ, ຈັດຕັ້ງປະຕິບັດໂຄງການ Huawei ICT Academy ໂດຍມີເປົ້າໝາຍໃນການຝຶກອົບຮົມນັກຮຽນ 300 ຄົນໃນແຕ່ລະປີ, ພ້ອມດຽວກັນກັບການປັບປຸງຄວາມສາມາດຂອງຄູສອນຜ່ານໂຄງການຝຶກອົບຮົມມາດຕະຖານສາກົນ ແລະ ສະໜອງອຸປະກອນການຮຽນໃຫ້ຟຣີ; ມະຫາວິທະຍາໄລ - ການເຊື່ອມຕໍ່ວິສາຫະກິດ ລວມທັງການຈັດ Office Tour, Job Fair, ກອງປະຊຸມວິຊາການ ແລະ ການຝຶກງານ - ໂຄງການຮັບສະໝັກນັກສຶກສາປີສຸດທ້າຍ ເພື່ອເພີ່ມປະສົບການພາກປະຕິບັດ ແລະ ຍົກລະດັບຄວາມສາມາດດ້ານວິຊາຊີບ.

ຮອງສາດສະດາຈານ ດຣ ຫງວຽນເຟືອງດ້ຽນ, ຮອງອະທິການບໍດີ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ເນັ້ນໜັກວ່າ, ສອງຝ່າຍຈະຮ່ວມມືຢ່າງແໜ້ນແຟ້ນໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ ICT ທີ່ມີຄຸນນະພາບສູງ, ຊ່ວຍໃຫ້ນັກສຶກສາເຂົ້າເຖິງບັນດາໂຄງການຝຶກອົບຮົມຂັ້ນສູງ, ໃບຢັ້ງຢືນວິຊາຊີບສາກົນ ແລະ ໂອກາດເຂົ້າຮ່ວມບັນດາໂຄງການທົ່ວໂລກເຊັ່ນ: Seeds for the Future ແລະ Huawei ICT Competition.
ບັນດາຜູ້ນໍາຂອງມະຫາວິທະຍາໄລໂພລີເທັກນິກຍັງໄດ້ຕີລາຄາສູງຕໍ່ໂອກາດທີ່ Huawei ສະໜອງໃຫ້ແກ່ນັກສຶກສາໂດຍຜ່ານໂຄງການຝຶກງານ, ງານຕະຫຼາດນັດອາຊີບ, ການສໍາມະນາດ້ານວິຊາການ ແລະກິດຈະກໍາເຄືອຂ່າຍກັບຜູ້ຊ່ຽວຊານຊັ້ນນໍາໃນອຸດສາຫະກໍາ. ບັນດາໂຄງການດັ່ງກ່າວຈະເສີມຂະຫຍາຍຂົວຕໍ່ລະຫວ່າງນັກສຶກສາ ແລະ ວິສາຫະກິດ, ເພື່ອຮັບປະກັນໃຫ້ນັກວິສະວະກອນຮຸ່ນຕໍ່ໄປພ້ອມດ້ວຍຄວາມຮູ້ ແລະ ທັກສະເພື່ອເອົາຊະນະສິ່ງທ້າທາຍດ້ວຍຄວາມໝັ້ນໃຈ ແລະ ມີຫົວຄິດປະດິດສ້າງ.
ຜູ້ຕາງຫນ້າ Huawei, ທ່ານ Ivan Liu - ຜູ້ອໍານວຍການໃຫຍ່ Huawei Vietnam ໃຫ້ຄໍາໝັ້ນສັນຍາທີ່ຈະສະຫນອງຊັບພະຍາກອນທາງວິຊາການຂັ້ນສູງຂອງ Huawei ICT Academy, ຊ່ວຍໃຫ້ນັກຮຽນແລະອາຈານເຂົ້າເຖິງຄວາມຮູ້ຫລ້າສຸດໃນ AI, Cloud Computing, Telecommunications ແລະ IT; ພ້ອມກັນນັ້ນ ໄດ້ຂະຫຍາຍໂອກາດໃນການຝຶກງານ ແລະ ພັດທະນາອາຊີບໃຫ້ແກ່ນັກສຶກສາ. Huawei ຍັງປະຕິບັດຂໍ້ລິເລີ່ມ Smart Education ຢູ່ ຫວຽດນາມ ແລະ ພ້ອມແລ້ວທີ່ຈະໄປພ້ອມກັບມະຫາວິທະຍາໄລໃນການສ້າງສະພາບແວດລ້ອມການຮຽນຮູ້ດີຈີຕອນທີ່ທັນສະໄໝ ແລະ ມີປະສິດທິຜົນກວ່າ.
ທີ່ມາ: https://doanhnghiepvn.vn/tin-tuc/giao-duc/dai-hoc-bach-khoa-thuc-day-chuyen-doi-so-trong-dao-tao-sinh-vien/20251206085456673










(0)