Vietnam.vn - Nền tảng quảng bá Việt Nam

ສະ​ເໜີ​ຍີ່​ປຸ່ນ​ພິ​ຈາ​ລະ​ນາ​ບັນ​ດາ​ຂັ້ນ​ຕອນ​ການ​ເຂົ້າ​ອອກ​ຂອງ​ພົນ​ລະ​ເມືອງ​ຫວຽດ​ນາມ​ງ່າຍ​ຂຶ້ນ

Báo Quốc TếBáo Quốc Tế10/10/2023

ຕອນ​ບ່າຍ​ວັນ​ທີ 10/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Kamikawa Yoko ທີ່​ພວມ​ຢ້ຽມ​ຢາມ​ຫວຽດ​ນາມ ແຕ່​ວັນ​ທີ 10-11/10.
Đề nghị Nhật Bản xem xét đơn giản hóa thủ tục nhập cảnh cho công dân Việt Nam
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ຊົມ​ເຊີຍ​ທ່ານ​ນາງ Kamikawa ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຫວຽດ​ນາມ - ຍີ່​ປຸ່ນ ໃນ​ຫຼາຍ​ປີ​ມາ​ນີ້. (ທີ່ມາ: VNA)

ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ຍີ່ປຸ່ນ ຢ່າງ​ເຂັ້ມ​ແຂງ, ​ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ; ຕີລາຄາສູງຄວາມສຳຄັນຂອງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດໃນປີ 2023, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ; ​ແລະ​ສະ​ເໜີ​ໃຫ້​ສອງ​ປະ​ເທດ​ຊຸກຍູ້​ການ​ຢ້ຽມຢາມ ​ແລະ ການ​ພົວພັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ເປັນ​ປະຈຳ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ສະ​ເໜີ​ໃຫ້ ຍີ່​ປຸ່ນ ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ກໍ່​ສ້າງ​ເສດ​ຖະ​ກິດ​ເອ​ກະ​ລາດ ແລະ ເປັນ​ເຈົ້າ​ຕົນ​ເອງ, ດຳ​ເນີນ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ; ​ແລະ ຍີ່ປຸ່ນ​ສະໜອງ ODA ຮຸ່ນ​ໃໝ່​ໃຫ້​ແກ່​ບັນດາ​ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​ຂະໜາດ​ໃຫຍ່​ຢູ່​ຫວຽດນາມ ​ເຊັ່ນ: ຖະໜົນ​ຫົນທາງ, ທາງ​ລົດ​ໄຟ.

ຕີລາຄາສູງແຫຼ່ງທຶນ ODA ທີ່ລັດຖະບານ ຍີ່ປຸ່ນ ມອບໃຫ້ ຫວຽດນາມ ໃນໄລຍະມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ບັນດາຄວາມຄືບໜ້າຂອງບັນດາໂຄງການກໍ່ສ້າງທາງລົດໄຟໃນຕົວເມືອງຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ໂຄງການໂຮງໝໍ Cho Ray 2 ແລະ ອື່ນໆ.

Đề nghị Nhật Bản xem xét đơn giản hóa thủ tục nhập cảnh cho công dân Việt Nam
ພາບລວມຂອງການຕ້ອນຮັບ. (ທີ່ມາ: VNA)

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສະຖາບັນນະໂຍບາຍ, ລະບົບພື້ນຖານໂຄງລ່າງ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ​ແລະ ຮຽກຮ້ອງ​ໃຫ້​ລັດຖະບານ ຍີ່ປຸ່ນ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ​ໃນ​ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກ​ຂອງ ຍີ່ປຸ່ນ.

ກ່ຽວ​ກັບ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້ ຍີ່​ປຸ່ນ ພິ​ຈາ​ລະ​ນາ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ລະບຽບ​ການ​ເຂົ້າ​ອອກ​ຂອງ​ພົນລະ​ເມືອງ ຫວຽດນາມ ​ໃຫ້​ງ່າຍ ​ແລະ ຍົກ​ເວັ້ນພາສີ​ລາຍ​ຮັບ ​ແລະ ພາສີ​ທີ່​ຢູ່​ອາ​ໄສ​ໃຫ້​ບັນດາ​ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ເຮັດ​ວຽກ​ຢູ່ ຍີ່ປຸ່ນ.

ທ່ານ​ລັດຖະມົນຕີ Kamikawa ຂອບ​ອົກ​ຂອບ​ໃຈ​ບັນດາ​ການ​ນຳ​ຫວຽດນາມ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ຄວາມ​ຮັກ​ແພງ; ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມຫວຽດນາມອີກຄັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ; ຢືນຢັນວ່າ ຍີ່ປຸ່ນ ຈະສົມທົບກັນຢ່າງແໜ້ນແຟ້ນ, ໜູນຊ່ວຍຫວຽດນາມ ບັນລຸເປົ້າໝາຍກາຍເປັນປະເທດອຸດສາຫະກຳພັດທະນາ, ມີລາຍຮັບສູງໃນປີ 2045; ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຫັນ​ເປັນ​ສີຂຽວ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ຕອບ​ສະໜອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຊຸກຍູ້​ວິ​ສາ​ຫະກິດ ຍີ່ປຸ່ນ ສືບ​ຕໍ່​ລົງທຶນ​ເຂົ້າ​ຫວຽດນາມ.

ເນັ້ນໜັກວ່າ, ລັດຖະບານຍີ່ປຸ່ນໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານບຳລຸງສ້າງຊັບພະຍາກອນມະນຸດກັບຫວຽດນາມ, ທ່ານລັດຖະມົນຕີ Kamikawa ປາດຖະໜາວ່າ 2 ຝ່າຍຈະສົມທົບກັນກໍ່ສ້າງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ກາຍເປັນໂຄງການສັນຍາລັກໃນການພົວພັນສອງຝ່າຍ. ທ່ານ​ລັດຖະມົນຕີ​ກໍ່​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ການ​ປະກອບສ່ວນ​ອັນ​ດີງາມ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ເກືອບ 500.000 ຄົນ ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ຂອງ ຍີ່ປຸ່ນ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້; ຢືນຢັນ​ວ່າ, ລັດຖະບານ ຍີ່ປຸ່ນ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ, ສຶກສາ ​ແລະ ​ເຮັດ​ວຽກ​ຢູ່ ຍີ່ປຸ່ນ.

ກ່ຽວ​ກັບ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ​ເຫັນ​ດີ​ກັບ​ຄຳ​ເຫັນ​ຂອງ​ທ່ານ​ລັດຖະມົນຕີ Kamikawa, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ປາດ​ຖະໜາ​ວ່າ 2 ຝ່າຍ​ສືບ​ຕໍ່​ແລກປ່ຽນ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ; ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ວ່າ ຫວຽດນາມ ສະໜັບສະໜູນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ຍີ່ປຸ່ນ ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ - ຍີ່ປຸ່ນ ​ໃນ​ທ້າຍ​ປີ 2023 ຢ່າງ​ສຳ​ເລັດ​ຜົນ.



ທີ່ມາ

(0)

ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.
ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ມໍລະດົກ

ຮູບ

ທຸລະກິດ

ຮ້ານກາເຟ ດາລາດ ເຫັນວ່າມີລູກຄ້າເພີ່ມຂຶ້ນ 300% ຍ້ອນວ່າ ເຈົ້າຂອງຫຼິ້ນລະຄອນ 'ລະຄອນສິລະປະການຕໍ່ສູ້'

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC