ຕາມຂໍ້ມູນຂອງ ກະຊວງການເງິນ , ໃນ 8 ເດືອນຕົ້ນປີ 2025, ບັນດານັກລົງທຶນຫວຽດນາມ ໄດ້ລົງທຶນຢູ່ຕ່າງປະເທດ 108 ໂຄງການ, ດ້ວຍຍອດຈຳນວນທຶນຈົດທະບຽນ 426,5 ລ້ານ USD, ໄດ້ຜັນຂະຫຍາຍທຶນລົງທຶນ 21 ສະບັບ, ດ້ວຍຍອດຈຳນວນທຶນລົງທຶນ 129,7 ລ້ານ USD.
ສະນັ້ນ, ຍອດຈຳນວນເງິນລົງທຶນຂອງຫວຽດນາມຢູ່ຕ່າງປະເທດໃນ 8 ເດືອນຜ່ານມາບັນລຸກວ່າ 556,1 ລ້ານ USD, ເພີ່ມຂຶ້ນ 3,8 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຂໍ້ມູນຈາກອົງການລົງທຶນຕ່າງປະເທດ ໃຫ້ຮູ້ວ່າ: ແຫຼ່ງທຶນການລົງທຶນຕ່າງປະເທດຂອງວິສາຫະກິດຫວຽດນາມ ຕົ້ນຕໍແມ່ນສຸມໃສ່ການຜະລິດ ແລະ ຈຳໜ່າຍໄຟຟ້າ, ອາຍແກັສ, ດ້ວຍຍອດຈຳນວນທຶນລົງທຶນກວ່າ 111,2 ລ້ານ USD, ກວມ 20% ຂອງຈຳນວນທຶນທັງໝົດ; ການຂົນສົ່ງ ແລະ ສາງສິນຄ້າ 109,1 ລ້ານ USD, ກວມເອົາ 19,6%; ແລະ ຂາຍສົ່ງ ແລະ ຂາຍຍ່ອຍ 78,5 ລ້ານ USD, ກວມເອົາ 14,1%.
ວິສາຫະກິດຫວຽດນາມ ໄດ້ຮັບໃບຢັ້ງຢືນການລົງທຶນ ແລະ ສັນຍາການລົງທຶນໃຫ້ລາວ ທີ່ກອງປະຊຸມຮ່ວມມືການລົງທຶນຫວຽດນາມ - ລາວ, ເດືອນ 01/2025. |
ຕາມຕະຫຼາດແລ້ວ, ໃນ 8 ເດືອນຜ່ານມາ, 33 ປະເທດ ແລະ ເຂດແຄວ້ນໄດ້ຮັບການລົງທຶນຈາກ ຫວຽດນາມ. ໃນນັ້ນ, ປະເທດທີ່ດຶງດູດທຶນລົງທຶນຈາກຫວຽດນາມຫຼາຍກວ່າໝູ່ແມ່ນ ລາວ - ດ້ວຍຍອດຈຳນວນທຶນ 150,3 ລ້ານ USD (ກວມ 27% ຂອງຈຳນວນທຶນທັງໝົດ); ຟີລິບປິນ - ມີທຶນ 61,8 ລ້ານ USD (ກວມເອົາ 11,1% ຂອງທຶນທັງໝົດ); ອິນໂດເນເຊຍ - ມີທຶນເກືອບ 60,45 ລ້ານ USD (ກວມເອົາ 10,9% ຂອງຈຳນວນທຶນທັງໝົດ).
ເຢຍລະມັນ ແລະ ອາເມລິກາ ແມ່ນສອງຕະຫຼາດຕໍ່ໄປ, ກວມ 9,1% ແລະ 5,7% ຍອດຈຳນວນທຶນລົງທຶນຕ່າງປະເທດຂອງຫວຽດນາມ ໃນ 8 ເດືອນຕົ້ນປີ 2025, ຕາມລຳດັບ.
ດັ່ງນັ້ນ, ຮອດທ້າຍເດືອນ 8/2025, ຫວຽດນາມ ມີ 1.929 ໂຄງການລົງທຶນຕ່າງປະເທດຖືກຕ້ອງ, ດ້ວຍຍອດຈຳນວນທຶນລົງທຶນຈາກຕ່າງປະເທດກວ່າ 23,17 ຕື້ USD.
ດ້ວຍທຶນຮອນນີ້, ບັນດານັກລົງທຶນຫວຽດນາມ ໄດ້ໄປລົງທຶນຢູ່ຕ່າງປະເທດໃນ 18/21 ຂະແໜງການ, ສຸມໃສ່ສ່ວນຫຼາຍແມ່ນຂຸດຄົ້ນບໍ່ແຮ່ (ເກືອບ 7,1 ຕື້ USD, ກວມເອົາ 31% ຂອງຈຳນວນທຶນທັງໝົດ); ກະສິກຳ, ປ່າໄມ້ ແລະ ການປະມົງ (ກວ່າ 3,4 ຕື້ USD, ກວມເອົາ 15% ຂອງຈຳນວນທຶນທັງໝົດ) ແລະ ຂໍ້ມູນຂ່າວສານ ແລະ ສື່ສານ (ກວ່າ 2,9 ຕື້ USD, ກວມເອົາ 13% ຂອງຈຳນວນທຶນທັງໝົດ).
ກ່ຽວກັບຄູ່ຮ່ວມມື, ມາຮອດເດືອນ 8/2025, ຫວຽດນາມ ໄດ້ລົງທຶນຢູ່ 84 ປະເທດ ແລະ ເຂດແຄ້ວນ. ທ້ອງຖິ່ນທີ່ໄດ້ຮັບການລົງທຶນຈາກຫວຽດນາມຫຼາຍກວ່າໝູ່ແມ່ນ ລາວ (ກວ່າ 5,8 ຕື້ USD, ກວມເອົາ 25,1% ຂອງຈຳນວນທຶນທັງໝົດ); ກຳປູເຈຍ (ກວ່າ 2,94 ຕື້ USD, ກວມເອົາ 12,7% ຂອງຈຳນວນທຶນທັງໝົດ); ເວເນຊູເອລາ (ເກືອບ 1,83 ຕື້ USD, ກວມເອົາ 7,9% ຂອງຈຳນວນທຶນທັງໝົດ)...
ທີ່ມາ: https://baodautu.vn/doanh-nghiep-viet-dau-tu-hon-nua-ty-usd-ra-nuoc-ngoai-do-nhieu-nhat-vao-lao-d379793.html
(0)