ຕາມ Yonhap ແລ້ວ, ນີ້ແມ່ນການຍິງສົ່ງ ICBM ຄັ້ງທຳອິດນັບແຕ່ເດືອນທັນວາປີກາຍນີ້. ກອງທັບເກົາຫຼີໃຕ້ກ່າວວ່າ ລູກສອນໄຟລູກນີ້ໄດ້ຍິງຂຶ້ນສູ່ໄລຍະທາງທີ່ສູງ, ບິນປະມານ 1,000 ກິໂລແມັດກ່ອນຈະຕົກໃນທະເລລະຫວ່າງແຫຼມເກົາຫຼີກັບຍີ່ປຸ່ນ. ອີງຕາມການປະເມີນໃນເບື້ອງຕົ້ນຂອງກຸງໂຊລ, ມັນອາດຈະເປັນລູກສອນໄຟຂີປະນາວຸດໄລຍະໄກເຊື້ອໄຟອັນໃໝ່. ຍີ່ປຸ່ນປະກາດວ່າ, ລູກສອນໄຟດັ່ງກ່າວໄດ້ບິນເປັນສະຖິຕິເວລາ 86 ນາທີ, ເຖິງລະດັບຄວາມສູງສຸດປະມານ 7,000 ກິໂລແມັດ.
ເກົາຫຼີເໜືອຍິງລູກສອນໄຟຂີປະນາວຸດ ICBM, Kim Jong-un ຢືນຢັນຈະເພີ່ມທະວີການສ້າງອາວຸດນິວເຄຼຍ
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong-un ກ່າວວ່າ ມັນເປັນ “ການກະທຳ ທາງທະຫານ ທີ່ເໝາະສົມ” ເພື່ອສະແດງເຖິງເຈດຕະນາຂອງເກົາຫຼີເໜືອ ທີ່ຈະຕອບໂຕ້ຕໍ່ຄູ່ແຂ່ງ ທີ່ເຈດຕະນາເຮັດໃຫ້ສະຖານະການໃນພາກພື້ນ ເພີ່ມຂຶ້ນ ແລະຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງພຽງຢາງ.
ເປັນການຕອບໂຕ້, ປະທານາທິບໍດີ ເກົາຫຼີໃຕ້ Yoon Suk Yeol ຮຽກຮ້ອງບັນດາມາດຕະການທີ່ເຂັ້ມງວດເພື່ອຮັບມືກັບ “ບັນດາການກະທຳຍຸຕິທຳ” ຂອງເກົາຫຼີເໜືອ ແລະ ໄດ້ອອກຄຳສັ່ງຫ້າມສົ່ງອອກໄປຍັງພຽງຢາງ ຂອງວັດສະດຸສຳລັບການຜະລິດລູກສອນໄຟນຳວິຖີນໍ້າມັນແຂງ.
ເກົາຫຼີເໜືອຍິງລູກສອນໄຟນຳວິຖີໃນວັນທີ 31 ຕຸລານີ້.
ພາບ: AFP
ຍີ່ປຸ່ນ ແລະ ສະຫະລັດ ໄດ້ປະນາມເກົາຫຼີເໜືອ. ມື້ດຽວກັນ, ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Lin Jian ໃຫ້ຮູ້ວ່າ: ປັກກິ່ງພວມຕິດຕາມບັນດາການພັດທະນາຢ່າງໃກ້ຊິດພາຍຫຼັງທີ່ສປປ ເກົາຫຼີ ທົດລອງລູກສອນໄຟ ICBM, ເນັ້ນໜັກວ່າ: ການຮັກສາ ສັນຕິພາບ ແລະສະຖຽນລະພາບແມ່ນຜົນປະໂຫຍດຂອງທຸກຝ່າຍ.
ທີ່ມາ: https://thanhnien.vn/dong-a-day-song-vi-trieu-tien-phong-ten-lua-185241031232658803.htm










(0)