![]() |
| ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະກັບຄູອາຈານດີເດັ່ນ ເນື່ອງໃນໂອກາດເຂົ້າຮ່ວມສະເຫຼີມສະຫຼອງ 43 ປີແຫ່ງວັນຄູຫວຽດນາມ ແລະ ກອງປະຊຸມໃຫຍ່ຜູ້ຮັກຊາດຄັ້ງທີ 8 ຂອງຂະແໜງ ການສຶກສາ . ພາບ: ກະຊວງສຶກສາ ແລະ ບຳລຸງສ້າງ |
ແຂວງ ດົ່ງນາຍ ໄດ້ຮັບກຽດມີ 2 ກຸ່ມ, 2 ບຸກຄົນ ຕາງໜ້າໃຫ້ສະຖາບັນການສຶກສາ ແລະ ຄູ-ອາຈານ ທັງໝົດ 1.113 ຄົນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະ ກອງປະຊຸມໃຫຍ່ຄັ້ງນີ້. ກ່ຽວກັບກຸ່ມ, ມີໂຮງຮຽນມັດທະຍົມ ເຈິ່ນບຽນ (ຕາມຮ່ຽບ) ແລະ ໂຮງຮຽນປະຖົມ Loc Dien A (ຕາແສງ Loc Hung). ກ່ຽວກັບສ່ວນບຸກຄົນ, ມີທ່ານນາງ Chu Thi Hang, ຄູສອນຢູ່ໂຮງຮຽນມັດທະຍົມລອງແທ່ງ (ຕາແສງ ລອງແທ່ງ) ແລະ ທ່ານນາງ Nong Ich Son, ຄູສອນຢູ່ໂຮງຮຽນມັດທະຍົມກວ໋າງເຈືອງ (ຕາແສງ ຖ໋າຍເຊີນ). ນີ້ແມ່ນບັນດາກຸ່ມ, ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງການຮຽນ-ການສອນຫຼາຍປີຕິດຕໍ່ກັນ ແລະ ໄດ້ຮັບລາງວັນຫຼາຍລາງວັນເຊັ່ນ: ໃບຍ້ອງຍໍຈາກກອງບັນຊາການ ປກສ ແຂວງ, ທຸງຊົມເຊີຍດີເດັ່ນຈາກຄະນະປະຈຳພັກແຂວງ...
ໃນລາຍການສະເຫຼີມສະຫຼອງ 43 ປີແຫ່ງວັນຄູ ຫວຽດນາມ 20 ພະຈິກ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂະແໜງການສຶກສາຄັ້ງທີ 8, ຕອນບ່າຍວັນທີ 15/11, ຜູ້ຕາງໜ້າບັນດາຄູອາຈານດີເດັ່ນໄດ້ເປັນກຽດໃຫ້ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເຂົ້າຢ້ຽມຂ່ຳນັບສົ່ງເສີມກຳລັງໃຈຢູ່ ຫ້ອງວ່າການລັດຖະບານ . ຕອນຄ່ຳວັນທີ 16/11, ຢູ່ໂທລະພາບ ຫວຽດນາມ, ຈະດຳເນີນລາຍການພົບປະແລກປ່ຽນສິລະປະ “ແທນຄວາມກະຕັນຍູ” ໂດຍກະຊວງສຶກສາ ແລະ ບຳລຸງສ້າງ ສົມທົບກັບໂທລະພາບ ຫວຽດນາມ ຈັດຕັ້ງ.
ຍຸຕິທຳ
ທີ່ມາ: https://baodongnai.com.vn/xa-hoi/giao-duc/202511/dong-nai-co-2-tap-the-va-2-giao-vien-du-dai-hoi-thi-dua-nganh-giao-duc-lan-thu-viii-b6f0c52/







(0)