ກະຊວງປ້ອງກັນປະເທດເຢຍລະມັນປະກາດວ່າ, ເຢຍລະມັນຈະເພີ່ມກຳລັງທະຫານສອງເທົ່າເຂົ້າໃນກອງກຳລັງ ຮັກສາສັນຕິພາບ ສາກົນທີ່ນຳພາໂດຍ NATO ຢູ່ Kosovo ເພື່ອສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຕົນຕໍ່ຄວາມໝັ້ນຄົງຂອງພາກພື້ນ.
ການຕັດສິນໃຈດັ່ງກ່າວມີຂຶ້ນໃນຂະນະທີ່ລັດຖະມົນຕີປ້ອງກັນປະເທດເຢຍລະມັນ Boris Pistorius ມີກຳນົດຈະໄປຢ້ຽມຢາມ Kosovo ແລະ Serbia ໃນເດືອນໜ້າ.
ໃນຖະແຫຼງການສະບັບໜຶ່ງທີ່ອອກມາໃນວັນນີ້, ທ່ານລັດຖະມົນຕີ Pistorius ປະກາດວ່າ ຈະເພີ່ມກຳລັງທະຫານປະມານ 100 ຄົນເຂົ້າໃນຈຳນວນກຳລັງຮັກສາສັນຕິພາບສາກົນ, ປະຈຸບັນມີເກືອບ 4.500 ຄົນ, ພ້ອມທັງຢືນຢັນວ່າ ພ້ອມແລ້ວທີ່ຈະລະດົມກຳລັງເພີ່ມອີກ ຖ້າຫາກຈຳເປັນ.
ທະຫານເຢຍລະມັນຢູ່ໂຄໂຊໂວ (ພາບ: DW)
ກ່ອນການໂຈມຕີຢ່າງຮຸນແຮງ 2 ຄັ້ງໃນທ້າຍປີກາຍນີ້ ທີ່ເຮັດໃຫ້ສາຍພົວພັນລະຫວ່າງ Kosovo ແລະ Serbia ເຄັ່ງຕຶງ, ຈຳນວນກຳລັງຮັກສາສັນຕິພາບສາກົນຢູ່ Kosovo ຢືນຢູ່ປະມານ 3,800 ຄົນ.
ປະຈຸບັນ, ການເຈລະຈາໂດຍສະຫະພາບເອີລົບ (ອີຢູ) ກ່ຽວກັບການເຮັດໃຫ້ການພົວພັນລະຫວ່າງ Kosovo ແລະ Serbia ເປັນປົກກະຕິຍັງຄົງຢູ່ໃນສະພາບຢຸດສະງັກ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຢືນຢັນວ່າ ການເຈລະຈາລະຫວ່າງ 2 ຝ່າຍແມ່ນວິທີດຽວ ແລະ ທາງອອກທີ່ເໝາະສົມທີ່ສຸດເພື່ອປະກອບສ່ວນຮັກສາສະຖຽນລະພາບໃນທົ່ວພາກພື້ນ, ເປີດປະຕູກ້ວາງຂວາງໃຫ້ Kosovo ເຂົ້າຮ່ວມ EU.
ໃນຕົ້ນປີ 2023, ອີຢູ ໄດ້ປະກາດຂໍ້ສະເໜີຂອງຝະຣັ່ງ ແລະ ເຢຍລະມັນ ກ່ຽວກັບ “ເສັ້ນທາງກ້າວສູ່ສະພາບປົກກະຕິ” ຂອງການພົວພັນລະຫວ່າງ 2 ຝ່າຍ, ເຊີເບຍ ແລະ ໂກໂຊໂວ ຈະພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ເປັນປົກກະຕິເຊິ່ງກັນ ແລະ ກັນ ບົນພື້ນຖານສິດສະເໝີພາບ, ໃນນັ້ນມີການແລກປ່ຽນຕົວແທນຖາວອນ ແລະ ຮັບຮູ້ບັນດາເອກະສານຄື: ໜັງສືຜ່ານແດນ, ໃບປະກາດສະນີຍະບັດ ຫຼືປ້າຍທະບຽນສານ.
PV (VOV1)
ທີ່ມາ
(0)