ສາຍການບິນຫວຽດນາມ ຈະຟື້ນຟູຖ້ຽວບິນຂ້າມອິນດູຈີນແຕ່ວັນທີ 1/7 ດ້ວຍເສັ້ນທາງ ຮ່າໂນ້ຍ - ຫຼວງພະບາງ (ລາວ) - ສຽມຣຽບ (ກຳປູເຈຍ) ແລະ ກົງຂ້າມ.
ຄວາມຖີ່ຂອງຖ້ຽວບິນແມ່ນ 3 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກໂດຍໃຊ້ເຮືອບິນ Airbus A321.
ນັບແຕ່ວັນທີ 30 ຕຸລາເປັນຕົ້ນໄປ, ສາຍການບິນມີແຜນຈະເພີ່ມຄວາມຖີ່ເປັນ 5 ຖ້ຽວຕໍ່ອາທິດໃນເສັ້ນທາງນີ້.
ສາຍການບິນຫວຽດນາມ ຍັງດຳເນີນການບິນຂ້າມອິນດູຈີນອີກເສັ້ນໜຶ່ງ, ເສັ້ນທາງລະຫວ່າງ ຮ່າໂນ້ຍ - ວຽງຈັນ (ລາວ) - ພະນົມເປັນ (ກຳປູເຈຍ) - ໂຮ່ຈີມິນ ດ້ວຍຄວາມຖີ່ 7 ຖ້ຽວຕໍ່ອາທິດ ດ້ວຍເຮືອບິນ Airbus A321.
ການຟື້ນຟູຖ້ຽວບິນຂ້າມອິນໂດຈີນພາຍຫຼັງຢຸດຕິໄລຍະໜຶ່ງຍ້ອນພະຍາດລະບາດຈະນຳມາເຊິ່ງຄວາມສະດວກຫຼາຍຢ່າງໃຫ້ແກ່ນັກທ່ອງທ່ຽວໄປທ່ຽວຊົມມໍລະດົກວັດທະນະທຳ ໂລກ .
ນອກຈາກນັ້ນ, ບໍລິສັດການບິນຫວຽດນາມ ພວມສືບຕໍ່ໂຄສະນາບັນດາຜະລິດຕະພັນການບິນສາກົນ, ໃນນັ້ນມີການເປີດເສັ້ນທາງບິນໃໝ່, ເພີ່ມທະວີຄວາມຖີ່ ແລະ ບູລະນະເສັ້ນທາງຫຼາຍສາຍເພື່ອຮັບໃຊ້ນັກທ່ອງທ່ຽວໃນລະດູຮ້ອນ .
ພູທອນ
ທີ່ມາ
(0)