ຮັບປະກັນລາຄາສິນຄ້າຄົງທີ່
ນັບແຕ່ຕົ້ນປີມາ, ລາຄາສິນຄ້າຢູ່ນະຄອນ ໂຮ່ຈີມິນ ໄດ້ມີການຜັນແປຍ້ອນລາຄາວັດຖຸດິບເພີ່ມຂຶ້ນ ແລະ ຄ່າຂົນສົ່ງສູງ. ລາຄາສິນຄ້າທີ່ຈຳເປັນຈຳນວນໜຶ່ງເຊັ່ນ: ຊີ້ນໝູ ແລະ ເຂົ້າ ໄດ້ມີການປັບຕົວເພີ່ມຂຶ້ນຕາມການພັດທະນາຕະຫຼາດທົ່ວໄປ.
ທ່ານນາງ ເຈີ່ນກິມງາ, ຜູ້ອຳນວຍການຝ່າຍພົວພັນກັບຕ່າງປະເທດຂອງບໍລິສັດ MM Mega Market ຈຳກັດໃຫ້ຮູ້ວ່າ, ໃນສະພາບ ເສດຖະກິດ ມີຄວາມຫຍຸ້ງຍາກ, ປະຊາຊົນໄດ້ຮັດແໜ້ນການໃຊ້ຈ່າຍ. ບັນດາວິສາຫະກິດຍັງຮັກສາລາຄາໃຫ້ໝັ້ນຄົງ ແລະ ສຸມໃສ່ບັນດາເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນ. ພ້ອມກັນນັ້ນ, ກໍມີບັນດາໂຄງການໂຄສະນາ, ສຸມໃສ່ບັນດາເຄື່ອງໝາຍຂອງວິສາຫະກິດຂອງຕົນ.
ໃນຂະນະດຽວກັນ, ທ່ານນາງ ເລທິທູເຍີດມາ, ຜູ້ອຳນວຍການຝ່າຍສື່ສານຂອງບໍລິສັດ P&G ຫວຽດນາມ ໃຫ້ຮູ້ວ່າ: ແຮງຊື້ຂອງຕະຫຼາດໃນເດືອນທຳອິດຂອງປີພວມເພີ່ມຂຶ້ນຢ່າງຕັ້ງໜ້າ. “ໄລຍະຈະມາເຖິງແມ່ນລະດູການຄ້າ, ພິເສດແມ່ນບັນດາໂຄງການຊຸກຍູ້ຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ, ພວກເຮົານຳມາເຊິ່ງບັນດາຜະລິດຕະພັນທີ່ສຳຄັນ, ຄຸນນະພາບ ດ້ວຍບັນດາສິ່ງຈູງໃຈທີ່ດຶງດູດໃຫ້ຜູ້ບໍລິໂພກນັບມື້ນັບຫຼາຍຂຶ້ນ, ຫວັງວ່າກຳລັງການຊື້ຈະດີຂຶ້ນ” - ນາງ ມາຍ ໃຫ້ຮູ້ວ່າ.
ບັນດາຮ້ານສັບພະສິນຄ້າຢູ່ນະຄອນໂຮ່ຈີມິນເຊັ່ນ: Saigon Co.op , SATRA, Go!, Big C... ກໍ່ໄດ້ປະຕິບັດມາດຕະການຮັກສາສະຖຽນລະພາບຂອງລາຄາ, ຊ່ວຍໃຫ້ຜູ້ບໍລິໂພກແບ່ງເບົາພາລະການໃຊ້ຈ່າຍໃນຊ່ວງເວລາທີ່ເສດຖະກິດຫຍຸ້ງຍາກ. ທ່ານຮອງຜູ້ອຳນວຍການໃຫຍ່ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: “ລາຄາສິນຄ້າທີ່ຈຳເປັນຢູ່ລະບົບຂາຍຍ່ອຍຂອງພວກເຮົາແມ່ນໝັ້ນທ່ຽງຍ້ອນຮັບປະກັນການສະໜອງສິນຄ້າ ແລະ ເຊັນສັນຍາໄລຍະຍາວລ່ວງໜ້າ.
ຢ່າເພີ່ມລາຄາຢ່າງບໍ່ສົມເຫດສົມຜົນ
ຕາມທ່ານ ຫງວຽນຝູ໋ຈ້ອງ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນ ໂຮ່ຈີມິນ ແລ້ວ, ບັນດາການນຳຂອງນະຄອນ ຍູ້ແຮງການຈັດຕັ້ງ ແລະ ຮຽກຮ້ອງບັນດາຜູ້ຜະລິດ ແລະ ວິສາຫະກິດຮັກສາສະຖຽນລະພາບລາຄາ ເຂົ້າຮ່ວມແບ່ງປັນພາລະດ້ານການເງິນໃຫ້ຜູ້ບໍລິໂພກ. ນີ້ກໍ່ແມ່ນໂອກາດເພື່ອຊຸກຍູ້ການບໍລິໂພກ, ຊຸກຍູ້ການຜະລິດ ແລະ ດຳເນີນທຸລະກິດໃນສະພາບກຳລັງຊື້ຍັງອ່ອນແອ, ປະກອບສ່ວນຟື້ນຟູ ແລະ ພັດທະນາເສດຖະກິດ.
ກ່ຽວກັບໂຄງການຄວບຄຸມລາຄາຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນວັນຢຸງ - ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຕີລາຄາວ່າ: ເມື່ອເສດຖະກິດນະຄອນ ໂຮ່ຈີມິນ ຄ່ອຍໆຟື້ນຕົວ, ຜ່ານໂຄງການຮັກສາສະຖຽນລະພາບຂອງຕະຫຼາດ, ປະຊາຊົນສາມາດເຂົ້າເຖິງບັນດາສິນຄ້າທີ່ຈຳເປັນຫຼາຍຢ່າງດ້ວຍລາຄາທີ່ໝັ້ນຄົງ ແລະ ປະກອບສ່ວນຊຸກຍູ້ການຜະລິດ ແລະ ບໍລິໂພກ.
ພ້ອມກັນນັ້ນ, ຮັບປະກັນໃຫ້ຕະຫຼາດຜູ້ບໍລິໂພກໃນນະຄອນຮັກສາສະຖຽນລະພາບ, ກຳລັງຊື້ຂອງປະຊາຊົນເພີ່ມຂຶ້ນໃນໄລຍະຈະມາເຖິງເພື່ອບັນລຸຄາດໝາຍເຕີບໂຕຂອງນະຄອນໂຮ່ຈິມິນ.
ຜູ້ຕາງໜ້າຫ້ອງການສະຖິຕິນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ: ນະຄອນສືບຕໍ່ຊຸກຍູ້ການຂົນຂວາຍຜູ້ບໍລິໂພກ ແລະ ການທ່ອງທ່ຽວ ດ້ວຍການໜູນຊ່ວຍຂອງຫຼາຍຫົວໜ່ວຍ. ສິນຄ້າທີ່ຈຳເປັນຫຼາຍຢ່າງໄດ້ຫຼຸດລາຄາຢ່າງເລິກເຊິ່ງ, ຮັບປະກັນຄຸນນະພາບ, ດຶງດູດຄົນມາຊື້ເຄື່ອງເປັນຈຳນວນຫຼວງຫຼາຍ. ນະຄອນໂຮ່ຈິມິນ ກໍ່ຊີ້ນຳບັນດາເມືອງຕ້ອງຕິດຕາມສະພາບການຢ່າງໃກ້ຊິດ, ບັນດາວິສາຫະກິດຕະຫຼາດຄົງຕົວພ້ອມແລ້ວທີ່ຈະເສີມຂະຫຍາຍສະພາບຂາດເຂີນທ້ອງຖິ່ນ, ບໍ່ໃຫ້ການສະໜອງ ແລະ ຄວາມຕ້ອງການບໍ່ສົມດຸນ, ຮັບປະກັນການສະໜອງ, ການໄຫຼວຽນ, ແຈກຢາຍສິນຄ້າ... ໃນທຸກສະພາບການ.
ທີ່ມາ: https://laodong.vn/thi-truong/gia-hang-hoa-tai-tphcm-dan-on-dinh-1383534.ldo
(0)