ວັນທີ 8 ເມສາ 2024, ທີ່ສໍານັກງານໃຫຍ່ VFF, ໄດ້ມີພິທີປະກາດຜູ້ສະໜັບສະໜູນຫຼັກການແຂ່ງຂັນບານເຕະຍິງແຫ່ງຊາດ ໄລຍະ 2024 – 2026 ແລະ ການຈັບສະຫຼາກ ລະດູການ 2024 ໄດ້ຈັດຂຶ້ນ. ຜູ້ສະໜັບສະໜູນຫຼັກຂອງງານແຂ່ງຂັນປີນີ້ແມ່ນບໍລິສັດການຄ້າອຸປະກອນໄຟຟ້າໄທເຊີນແບກຈຳກັດ. ນີ້ແມ່ນເປັນປີທີ 13 ທີ່ໜ່ວຍນີ້ໄດ້ເປັນຜູ້ສະໜັບສະໜູນຫຼັກຂອງການແຂ່ງຂັນ.
ງານແຂ່ງຂັນປີນີ້ມີ 8 ທີມເຂົ້າຮ່ວມຄື: ນະຄອນໂຮ່ຈີມິນ 1, ຖ່ານຫີນແລະບໍ່ແຮ່ແຫ່ງຊາດຫວຽດນາມ, ຮ່າໂນ້ຍ 1, ຮ່ານາມ , ຮ່າໂນ້ຍ 2, ເຊີນລາ, ນະຄອນໂຮ່ຈິມິນ 2 ແລະ ໄທ ຫງວຽນທີ 1.
ທີມຕ່າງໆຈະແຂ່ງຂັນໃນຮູບແບບຮອບ (ຮອບທີ 1 ແລະ ຂາທີ 2) ທີ່ເຂັ້ມຂຸ້ນຢູ່ໃນທ້ອງຖິ່ນຂອງເຈົ້າພາບເພື່ອຍາດເອົາຄະແນນ, ອັນດັບທີ 1 ຫາທີ 8. ແຕ່ລະທີມສາມາດປ່ຽນຜູ້ຫຼິ້ນໄດ້ສູງສຸດ 5 ຄົນ ໃນການປ່ຽນຕົວສູງສຸດ 3 ຄົນຕໍ່ນັດ. ນັດທີ 1 ຈະເລີ່ມແຕ່ວັນທີ 1 ພຶດສະພາ ຫາ ວັນທີ 1 ມິຖຸນາ 2024 ທີ່ແຂວງ ບາເຣັຍ ຫວຸງເຕົ່າ, ນັດທີ 2 ແມ່ນຈະດຳເນີນແຕ່ວັນທີ 2 ກໍລະກົດ ຫາ ວັນທີ 2 ສິງຫາ 2024 ຢູ່ສະຖານທີ່ພາກເໜືອ.
ການແຂ່ງຂັນນັດທີ 1 ທີ່ຈັດຂຶ້ນຢູ່ ບາເລຍຫວຸງເຕົ່າ ໃຫ້ຄຳໝັ້ນສັນຍາວ່າ ຈະຊ່ວຍໃຫ້ບັນດານັກກິລາຍິງມີເງື່ອນໄຂສະດວກກວ່າອີກໃນການແຂ່ງຂັນ ເພາະສະໜາມກິລາ ບາເລຍຫວຸງເຕົ່າ ແມ່ນໜຶ່ງໃນສະໜາມກິລາທີ່ມີຫຍ້າງາມທີ່ສຸດຂອງຫວຽດນາມ.
ທີມແຊ້ມຈະໄດ້ຮັບເງິນລາງວັນ 500 ລ້ານດົ່ງ, ອັນດັບ 2 ທີມລະ 300 ລ້ານດົ່ງ ແລະ ທີມອັນດັບ 3 200 ລ້ານດົ່ງ. ທີມແຊ້ມຈະມີໂອກາດເຂົ້າຮ່ວມການແຂ່ງຂັນເຕະບານຍິງອາຊີ C1 ໃນລະດູການຕໍ່ໄປ.
ທີ່ມາ
(0)