Vietnam.vn - Nền tảng quảng bá Việt Nam

ສ.​ເກົາຫຼີ ຖື ຫວຽດນາມ ​ແມ່ນ​ທິດ​ທາງ​ບຸລິມະສິດ​ໃນ​ການ​ພົວພັນ ...

Việt NamViệt Nam20/03/2024

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ຕ້ອນ​ຮັບ​ທ່ານ Choi Young Sam ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາ​ຫຼີ ປະ​ຈຳ​ຫວຽດ​ນາມ.

ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ ປະຈຳ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ພົວພັນ ຫວຽດນາມ - ສ.​ເກົາຫຼີ; ຍິນ​ດີ​ທີ່​ສອງ​ປະ​ເທດ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ກັນ; ​ແລະ ຢືນຢັນ​ວ່າ, ລັດຖະບານ​ຫວຽດນາມ ຈະ​ພ້ອມ​ກັບ ​ແລະ ສະໜັບສະໜູນ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເພື່ອ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ສຳ​ເລັດ​ຜົນ.

ທ່ານນາຍົກລັດຖະມົນຕີ ຖືວ່າ, 2 ຝ່າຍຕ້ອງເພີ່ມທະວີການພົວພັນ ດ້ານການເມືອງ ແລະ ການຮ່ວມມືໃນຂົງເຂດພັດທະນາໃຫ້ແທດເໝາະກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນນັ້ນມີການຮັກສາບັນດາການຢ້ຽມຢາມ ແລະ ຕິດຕໍ່ພົວພັນຢ່າງເປັນປົກກະຕິໃນລະດັບສູງ ແລະ ທຸກຂັ້ນດ້ວຍຫຼາຍຮູບຫຼາຍແບບ; ຮັກສາ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ ພ້ອມ​ທັງ​ປະຕິບັດ “​ໂຄງການ​ປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ” ຢ່າງ​ມີ​ປະສິດທິ​ຜົນ.

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫ້​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ຍືນ​ຍົງ; ຊຸກຍູ້​ໃຫ້​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ສືບ​ຕໍ່​ຜັນ​ຂະຫຍາຍ​ຂະ​ແໜງ​ການ​ລົງທຶນ, ສຸມ​ໃສ່​ບັນດາ​ຂົງ​ເຂດ​ທີ່ ສ.​ເກົາຫຼີ ມີ​ທ່າ​ແຮງ​ຄື: ອຸດສາຫະກຳ​ວັດທະນະທຳ, ​ເອ​ເລັກ​ໂຕ​ນິກ, ກໍ່ສ້າງ​ກຳ​ປັ່ນ ​ແລະ ບັນດາ​ຂົງ​ເຂດ​ທີ່​ພົ້ນ​ເດັ່ນ​ຄື: semiconductors, AI ​ເປັນ​ຕົ້ນ; ສ້າງ​ສູນ​ຄົ້ນຄວ້າ ​ແລະ ພັດທະນາ (R&D) ​ແລະ ​ໂອນ​ເຕັກ​ໂນ​ໂລ​ຊີ​ໃຫ້​ຫວຽດນາມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ຕ້ອນ​ຮັບ​ທ່ານ Choi Young Sam ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາ​ຫຼີ ປະ​ຈຳ​ຫວຽດ​ນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ Choi Young Sam ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ມາ​ປະຕິບັດ​ໜ້າ​ທີ່​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ທີ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກ່ວາ​ອີກ ພາຍຫຼັງ​ໄດ້​ຮັບ​ການ​ຍົກ​ລະດັບ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ຕີ​ລາຄາ​ສູງ​ບັນດາ​ບາດກ້າວ​ພັດທະນາ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ວ່າ: ລັດຖະບານ ສ.​ເກົາຫຼີ ຖື ຫວຽດນາມ ​ແມ່ນ​ທິດ​ທາງ​ບຸລິມະສິດ​ໃນ​ການ​ພົວພັນ​ຕ່າງປະ​ເທດ​ຂອງ ສ.​ເກົາຫຼີ ​ໃນ​ປະຈຸ​ບັນ, ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ​ກັບ ຫວຽດນາມ ​ແລະ ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບັນດາ​ທິດ​ທາງ​ການ​ຮ່ວມ​ມື​ຂອງ​ທ່ານ​ນາຍົກລັດຖະມົນຕີ Pham Minh Chinh, ພິ​ເສດ​ແມ່ນ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ.

ທ່ານ​ເອກ​ອັກຄະ​ລັດຖະທູດ Choi Young Sam ປາດ​ຖະໜາ​ວ່າ ລັດຖະບານ ຫວຽດນາມ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ​ໂດຍ​ສະ​ເພາະ ​ແລະ ພົນລະ​ເມືອງ ສ.​ເກົາຫຼີ ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ​ຢູ່ ຫວຽດນາມ, ຜ່ານ​ນັ້ນ ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ ​ແລະ ການ​ແລກປ່ຽນ​ປະຊາຊົນ.

ສາກຕ້ອນຮັບ.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ ບັນດາ​ອົງການ, ທ້ອງ​ຖິ່ນ​ຂອງ ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ແລກປ່ຽນ ​ແລະ ຮັບ​ຟັງ​ຄຳ​ເຫັນ​ເພື່ອ​ສົມທົບ​ກັບ ສ.​ເກົາຫຼີ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ຈຸດໝາຍ​ລວມຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ, ບັນລຸ​ໄດ້​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ​ບົນ​ຈິດ​ໃຈ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ແບ່ງປັນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ​ຮຽກ​ຮ້ອງ​ໃຫ້​ຝ່າຍ ສ.​ເກົາ​ຫຼີ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ; ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ; ໜູນ​ຊ່ວຍ​ການ​ຝຶກ​ອົບ​ຮົມ ​ແລະ ​ເພີ່ມ​ທະວີ​ການ​ຕ້ອນຮັບ​ຄົນ​ງານ​ຫວຽດນາມ ​ທີ່​ມີ​ຄຸນ​ນະພາ​ບສູງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ ລັດ​ຖະ​ບານ ສ.ເກົາ​ຫຼີ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ສ.​ເກົາຫຼີ ໃນ​ໄລ​ຍະ​ຍາວ​ນານ; 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ​ໃນ​ນັ້ນ​ມີ ສ.​ເກົາຫຼີ ສະໜັບສະໜູນ ຫວຽດນາມ ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ຄູ່​ຮ່ວມ​ມື​ເພື່ອ​ການ​ເຕີບ​ໂຕ​ສີຂຽວ ​ແລະ ​ເປົ້າ​ໝາຍ​ທົ່ວ​ໂລກ 2030 (P4G) ​ໃນ​ປີ 2025.

ທ່ານ​ເອກ​ອັກຄະ​ລັດຖະທູດ Choi Young Sam ​ໄດ້​ຂອບ​ໃຈ​ທ່ານ​ນາຍົກລັດຖະມົນຕີ ​ເວົ້າ​ສະ​ເພາະ ​ແລະ ລັດຖະບານ ຫວຽດນາມ ​ໂດຍ​ທົ່ວ​ໄປ​ໄດ້​ເອົາ​ໃຈ​ໃສ່; ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງຢູ່ ຫວຽດນາມ.


ທີ່ມາ

(0)

ເຕັມ​ໄປ​ດ້ວຍ​ງານ​ແຕ່ງ​ດອງ​ທີ່​ຈັດ​ຂຶ້ນ​ເປັນ​ເວ​ລາ 7 ວັນ ແລະ ຄືນ​ຢູ່ ຝູ​ກວກ
ຂະບວນແຫ່ເຄື່ອງແຕ່ງກາຍບູຮານ: ຄວາມສຸກຮ້ອຍດອກໄມ້
Bui Cong Nam ແລະ Lam Bao Ngoc ແຂ່ງຂັນໃນສຽງສູງ
ຫວຽດນາມ​ແມ່ນ​ຈຸດໝາຍ​ປາຍທາງ​ມໍລະດົກ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ໃນ​ປີ 2025

ມໍລະດົກ

ຮູບ

ທຸລະກິດ

ເຄາະ​ປະ​ຕູ​ປະ​ເທດ​ຟ້າ​ຂອງ​ໄທ​ຫງວຽນ​

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC