ກອງບັນຊາການທະຫານຮ່ວມຂອງສ.ເກົາຫຼີ (JCS) ແລະ ກອງບັນຊາການທະຫານປະສົມ ສ.ເກົາຫຼີ-ອາເມລິກາ ປະກາດໃນວັນທີ 12 ສິງຫານີ້ວ່າ, ຈະດຳເນີນການຊ້ອມຮົບ Ulchi Freedom Shield (UFS) ແຕ່ວັນທີ 19-29 ສິງຫາ.
ການຊ້ອມຮົບ UFS ປີນີ້ຈະອີງໃສ່ສະຖານະການສົງຄາມເຕັມຮູບແບບ ເຊິ່ງລວມມີການຝຶກຊ້ອມຫຼັງຄຳສັ່ງຈຳລອງໃນຄອມພິວເຕີທີ່ສຳຄັນ, ການຝຶກອົບຮົມໃນສະໜາມພ້ອມໆກັນ, ແລະ ການຊ້ອມຮົບປ້ອງກັນພົນລະເຮືອນ. (ທີ່ມາ: Army.mil) |
ຕາມທ່ານພົນເອກ Lee Sung-Jun, ໂຄສົກຂອງ JCS ແລ້ວ, ຄາດວ່າຈະມີທະຫານກວ່າ 19.000 ຄົນຂອງທັງສອງຝ່າຍເຂົ້າຮ່ວມການຊ້ອມຮົບ, ດ້ວຍເນື້ອໃນການຝຶກຊ້ອມທັງໝົດ 48 ປະເພດຄື: ການຊ້ອມຮົບຮ່ວມຢູ່ກາງແຈ້ງ, ການຊ້ອມຮົບທາງທະເລ, ການຊ້ອມຮົບຍິງປືນ ແລະ ການຊ້ອມຮົບລະຫວ່າງກຳລັງທະເລສອງປະເທດ.
ພິເສດ, ກອງທັບ ສ.ເກົາຫຼີ - ອາເມລິກາ ຈະສຸມໃສ່ຮັບມືກັບບັນດາອາວຸດຍຸດໂທປະກອນ ແລະ ການປະຕິບັດໜ້າທີ່ຫຼາຍຝ່າຍ ດ້ວຍບັນດາກຳລັງອາວຸດທີ່ຫຼາກຫຼາຍ, ພ້ອມກັນນັ້ນກໍ່ເສີມຂະຫຍາຍກຳລັງຄວາມສາມາດ ແລະ ຄວາມພ້ອມຂອງກຳລັງຮ່ວມຂອງ 2 ປະເທດ.
ນອກຈາກທະຫານ ສ.ເກົາຫຼີ ແລະ ອາເມລິກາ ແລ້ວ, ບັນດາປະເທດສະມາຊິກຂອງກອງບັນຊາການ ສປຊ (UNC) ຈະເຂົ້າຮ່ວມການຊ້ອມຮົບຄັ້ງນີ້, ຄະນະກຳມະການກວດກາຂອງສະຫະປະຊາຊາດເປັນກາງຈະດຳເນີນການກວດກາເພື່ອຮັບປະກັນການປະຕິບັດຕາມສັນຍາຢຸດຕິສົງຄາມເກົາຫຼີ.
“ການຊ້ອມຮົບ Ulchi Freedom Shield” ແມ່ນການຊ້ອມຮົບໃຫຍ່ອັນດັບໜຶ່ງໃນພາກພື້ນອິນ ໂດປາຊີຟິກ .
ນີ້ກໍ່ແມ່ນຄັ້ງທຳອິດທີ່ ສ.ເກົາຫຼີ ແລະ ອາເມລິກາ ດຳເນີນການຊ້ອມຮົບຄັ້ງນີ້ ນັບແຕ່ສອງປະເທດໄດ້ຮັບຮອງເອົາຂໍ້ແນະນຳຮ່ວມກ່ຽວກັບການປະຕິບັດການປ້ອງກັນນິວເຄຼຍຢູ່ແຫຼມເກົາຫຼີ.
ທີ່ມາ: https://baoquocte.vn/han-quoc-va-my-sap-to-chuc-cuoc-tap-tran-lon-nhat-khu-vuc-an-do-duong-thai-binh-duong-282383.html
(0)