ເຖິງຢ່າງໃດກໍຕາມ, ໃນ “ການແຂ່ງຂັນ” ທີ່ນັບມື້ນັບແຂງແຮງກັບບັນດາຄູ່ແຂ່ງໃໝ່ ແລະ ບັນດານະໂຍບາຍການຄ້າທີ່ມີການປ່ຽນແປງ, ບັນດາວິສາຫະກິດ ຫວຽດນາມ ຕ້ອງປັບປຸງກຳລັງພາຍໃນ, ສ້າງມາດຕະຖານການຜະລິດ ແລະ ຫັນເປັນຢ່າງແຂງແຮງ.

ຕະຫຼາດໃຫຍ່ແຕ່ສິ່ງທ້າທາຍຫຼາຍ
ພາຍຫຼັງເກືອບ 7 ປີແຫ່ງການຜັນຂະຫຍາຍ, ສັນຍາ CPTPP ໄດ້ນຳມາເຊິ່ງໝາກຜົນອັນຈະແຈ້ງໃຫ້ແກ່ການເຄື່ອນໄຫວສົ່ງອອກຂອງຫວຽດນາມ. ບົດລາຍງານຂອງ ກະຊວງອຸດສາຫະກຳການຄ້າ ໃຫ້ຮູ້ວ່າ: ວົງເງິນສົ່ງອອກໄປຍັງປະເທດສະມາຊິກເພີ່ມຂຶ້ນຢ່າງວ່ອງໄວ, ໂດຍສະເພາະແມ່ນບັນດາຜະລິດຕະພັນທີ່ສຳຄັນຄື: ເອເລັກໂຕຼນິກ, ແຜ່ນແພ, ເກີບໜັງ, ຜະລິດຕະພັນກະເສດ ແລະ ອາຫານທະເລ...
ຕາມຂໍ້ມູນຂອງດ່ານພາສີຫວຽດນາມ, ໃນປີ 2024, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະ ບັນດາປະເທດ CPTPP ຈະບັນລຸ 102,1 ຕື້ USD, ເພີ່ມຂຶ້ນ 6,8% ເມື່ອທຽບໃສ່ປີ 2023. ໃນນັ້ນ, ຫວຽດນາມ ຈະມີວົງເງິນການຄ້າເກີນດຸນ 9,4 ຕື້ USD, ເພີ່ມຂຶ້ນທົບສອງເທົ່າຂອງປີກາຍ 4,7 ຕື້ USD. ຂໍ້ມູນຈາກກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: 5 ເດືອນຕົ້ນປີ 2025, ວົງເງິນສົ່ງອອກໄປຍັງຕະຫຼາດ CPTPP ບັນລຸເກືອບ 27,2 ຕື້ USD, ເພີ່ມຂຶ້ນ 22,6%, ກວມເອົາ 15,1% ຂອງວົງເງິນສົ່ງອອກທັງໝົດຂອງປະເທດ.
ທ່ານຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ (ກະຊວງອຸດສາຫະກຳ ແລະ ການຄ້າ) Trinh Thi Thu Hien ຕີລາຄາວ່າ: ໝາກຜົນນີ້ບັນລຸໄດ້ຍ້ອນການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງອັດຕາສິນຄ້າສົ່ງອອກທີ່ໄດ້ຮັບໃບຢັ້ງຢືນຕົ້ນກຳເນີດ (C/O) ເພື່ອໄດ້ຮັບການຊຸກຍູ້ດ້ານພາສີຈາກ CPTPP. “ຖ້າໃນປີ 2019, CPTPP ປີທຳອິດມີຜົນສັກສິດ, ວົງເງິນສົ່ງອອກ C/O ໄດ້ພຽງແຕ່ 0,7 ຕື້ USD ເທົ່າກັບ 2% ຍອດມູນຄ່າການຄ້າ, ຈາກນັ້ນຮອດປີ 2024, ຕົວເລກນີ້ບັນລຸ 5 ຕື້ USD, ກວມ 8,8%”.
ເປັນໜ້າສັງເກດ, ບັນດາຕະຫຼາດທີ່ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ກັບຫວຽດນາມເປັນຄັ້ງທຳອິດເຊັ່ນເມັກຊິໂກ ແລະ ການາດາ ພວມມີການເຕີບໂຕຢ່າງຕັ້ງໜ້າ. ອັດຕາການສົ່ງອອກດ້ວຍການບຸລິມະສິດ C/O ໄປຍັງເມັກຊິໂກໄດ້ເພີ່ມຂຶ້ນຈາກ 7% ໃນປີ 2015 ຂຶ້ນເປັນ 47% ໃນປີ 2024, ໃນນັ້ນອາຫານທະເລບັນລຸເກືອບ 80% ແລະ ເຄື່ອງໜັງ, ເກີບໜັງບັນລຸກວ່າ 80%. ໃນປະເທດການາດາ, ອັດຕາ C/O ບຸລິມະສິດສໍາລັບກະເປົາ, ກະເປົ໋າ, ຜະລິດຕະພັນຫວາຍ, ໄມ້ໄຜ່, ຜ້າປູທີ່ນອນບັນລຸ 42-45%, ໃນຂະນະທີ່ອາຫານທະເລບັນລຸປະມານ 80%.
ຕາມທ່ານຮອງກົງສຸນໃຫຍ່ ຫວຽດນາມ ປະຈຳ Sydney, ຫົວໜ້າຫ້ອງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ ເຈີ່ນດ້າຍກວາງ ແລ້ວ, ໃນປີ 2019, ການສົ່ງອອກສິນຄ້າຂອງ ຫວຽດນາມ ໄປ ອົດສະຕາລີ ບັນລຸ 3,5 ຕື້ USD, ຮອດປີ 2024 ຈະບັນລຸ 6,5 ຕື້ USD, ເພີ່ມຂຶ້ນ 83% ເມື່ອທຽບໃສ່ປີທຳອິດ.
ຈາກທັດສະນະວິສາຫະກິດ, ຜູ້ອຳນວຍການຝ່າຍສົ່ງອອກບໍລິສັດ Lenger Seafood Vietnam ຈຳກັດ, ທ່ານ Do Thi Phuong Thao ຕີລາຄາວ່າ CPTPP ໄດ້ຊ່ວຍໃຫ້ວິສາຫະກິດຂະຫຍາຍເຄືອຂ່າຍລູກຄ້າ ແລະ ເຂົ້າເຖິງຕະຫລາດທີ່ມີມາດຕະຖານສູງ. ໃນຕະຫຼາດຍີ່ປຸ່ນ, ບໍລິສັດມີລູກຄ້າໃນໄລຍະຍາວ. ທຸລະກິດແມ່ນສຸມໃສ່ການຄົ້ນຄວ້າລູກຄ້າທີ່ມີທ່າແຮງເພື່ອໃຫ້ສາມາດເຈາະຕະຫຼາດການາດາແລະອົດສະຕາລີ.
ທ່ານຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ (ກະຊວງອຸດສາຫະກຳ ແລະ ການຄ້າ) Trinh Thi Thu Hien ໃຫ້ຮູ້ວ່າ: ບັນດາໝາກຜົນດັ່ງກ່າວສະແດງໃຫ້ເຫັນວ່າ ບັນດາວິສາຫະກິດ ຫວຽດນາມ ພວມຕັ້ງໜ້າປະຕິບັດບັນດາລະບຽບການກ່ຽວກັບແຫຼ່ງກຳເນີດ ແລະ ນຳໃຊ້ກາລະໂອກາດຈາກ CPTPP ໃຫ້ດີຂຶ້ນ, ຜ່ານນັ້ນໄດ້ຍົກສູງຄວາມສາມາດແກ່ງແຍ້ງ ແລະ ເປີດກວ້າງສ່ວນຕະຫຼາດ.
ຄາດຄະເນວ່າ, ໃນໄລຍະຈະມາເຖິງ, ຄວາມຕ້ອງການນຳເຂົ້າຂອງບັນດາຕະຫຼາດໃຫຍ່ຄື: ອົດສະຕາລີ, ຍີ່ປຸ່ນ, ສິງກະໂປ ແລະ ການາດາ ຈະສືບຕໍ່ຮັກສາລະດັບສູງ. ພິເສດ, ເລື່ອງອັງກິດປະຕິບັດ CPTPP ເປັນທາງການຈະນຳມາເຊິ່ງກາລະໂອກາດຫຼາຍຢ່າງເພື່ອເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າຫວຽດນາມ.

ເພີ່ມທະວີການແຂ່ງຂັນຈາກຊັບພະຍາກອນພາຍໃນ
ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, CPTPP ໄດ້ເປີດກວ້າງກາລະໂອກາດສົ່ງອອກ, ແຕ່ລະດັບແຮງຈູງໃຈດ້ານພາສີທີ່ບັນດາວິສາຫະກິດຫວຽດນາມ ປະຕິບັດແມ່ນຍັງຈຳກັດຢູ່ເມື່ອທຽບໃສ່ບາງ FTA ອື່ນໆ. ສາເຫດຕົ້ນຕໍແມ່ນຍ້ອນການແລກປ່ຽນກັບ FTA ອື່ນໆໃນຕະຫຼາດດຽວກັນ, ນອກຈາກສະຖານະການທີ່ຫຼາຍອຸດສາຫະກໍາຍັງບໍ່ທັນມີການເຄື່ອນໄຫວໃນຕ່ອງໂສ້ການສະຫນອງວັດຖຸດິບແລະການຜະລິດເພື່ອເພີ່ມທະວີການສົ່ງອອກ.
ໃນຕົວຈິງ, ສິນຄ້າຫວຽດນາມ ປະສົບກັບສິ່ງທ້າທາຍໃໝ່ຢູ່ຕະຫຼາດ CPTPP ຍ້ອນຫຼາຍປະເທດຍົກອອກບັນດານະໂຍບາຍການຄ້າຕ່າງຝ່າຍຕ່າງມີຜົນປະໂຫຍດ, ອາດຈະຫັນການນຳເຂົ້າ ແລະ ສົ່ງອອກ. ພ້ອມກັນນັ້ນ, ການແຂ່ງຂັນກໍເພີ່ມຂຶ້ນເມື່ອຄູ່ແຂ່ງກ້າວເຂົ້າສູ່ການຂຸດຄົ້ນ CPTPP ຫຼືເຂົ້າຮ່ວມ FTA ໃໝ່ເພື່ອຜັນຂະຫຍາຍຕ່ອງໂສ້ການສະໜອງ, ສ້າງຄວາມກົດດັນໃຫ້ວິສາຫະກິດຫວຽດນາມ.
ໃນສະພາບການດັ່ງກ່າວ, ທ່ານນາງ ດ່າວທິເຟືອງທາວ ໃຫ້ຮູ້ວ່າ: ບໍລິສັດໄດ້ຕັ້ງໜ້າກໍ່ສ້າງຕ່ອງໂສ້ການສະໜອງພາຍໃນປະເທດທີ່ປິດລ້ອມ, ເພີ່ມທະວີອັດຕາສ່ວນວັດຖຸດິບພາຍໃນປະເທດໃຫ້ເໝາະສົມກັບກົດລະບຽບ CPTPP. ບໍລິສັດຍັງໄດ້ປັບໂຄງສ້າງການຜະລິດ, ປັບປຸງຄວາມສາມາດໃນການແຂ່ງຂັນແລະແນໃສ່ການພັດທະນາແບບຍືນຍົງໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ.
ນັກຊ່ຽວຊານ ດ້ານເສດຖະກິດ ຫຼາຍທ່ານຖືວ່າ: ບັນດາວິສາຫະກິດ ຫວຽດນາມ ຕ້ອງປະດິດສ້າງຮູບແບບການຜະລິດ ແລະ ນຳໃຊ້ບັນດາມາດຕະການຊຸກຍູ້ CPTPP ເພື່ອຫັນຂໍ້ຕົກລົງດັ່ງກ່າວໃຫ້ກາຍເປັນຈຸດໝາຍຍຸດທະສາດ. ການເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ມູນຄ່າພາກພື້ນ, ການເຊື່ອມໂຍງກັບຜູ້ສະໜອງພາຍໃນປະເທດ ແລະ ປັບປຸງຄວາມສາມາດໃນການຄຸ້ມຄອງແມ່ນວິທີສຳຄັນເພື່ອເພີ່ມທະວີການແຂ່ງຂັນ.
ທ່ານຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ (ກະຊວງອຸດສາຫະກຳ ແລະ ການຄ້າ) Trinh Thi Thu Hien ປາດຖະໜາວ່າ ບັນດາວິສາຫະກິດບໍ່ຄວນຖືບັນດາຂໍ້ກຳນົດແຫຼ່ງກຳເນີດເປັນສິ່ງກີດຂວາງ, ແຕ່ແມ່ນມາດຖານເພື່ອມຸ່ງໄປເຖິງ. ນັ້ນແມ່ນກຳລັງໜູນຊ່ວຍໃຫ້ວິສາຫະກິດຍົກສູງກຳລັງຄວາມສາມາດ ແລະ ເຂົ້າເຖິງບັນດາລະບຽບການສາກົນ. ວິສາຫະກິດຕ້ອງສ້າງລະບົບຄຸ້ມຄອງແລະເກັບມ້ຽນເອກະສານຕົ້ນກຳເນີດທີ່ໂປ່ງໃສ, ກຽມພ້ອມພິສູດເມື່ອຖືກຮ້ອງຂໍ...
ໜູນຊ່ວຍບັນດາວິສາຫະກິດ, ກົມການນໍາເຂົ້າ-ສົ່ງອອກ ພວມປະຕິບັດບັນດາມາດຕະການແກ້ໄຂ, ໃນນັ້ນມີລັດຖະດຳລັດ ສະບັບເລກທີ 31/2018/ND-CP ຂອງລັດຖະບານ, ລະອຽດກ່ຽວກັບກົດໝາຍວ່າດ້ວຍການຄຸ້ມຄອງການຄ້າຕ່າງປະເທດແຫຼ່ງກຳເນີດສິນຄ້າ; ພ້ອມກັນນັ້ນ, ໄດ້ແບ່ງຂັ້ນຄຸ້ມຄອງອຳນາດການອອກ C/O ໃຫ້ທ້ອງຖິ່ນ, ເພື່ອຜ່ອນສັ້ນຜ່ອນຍາວໃນການປຸງແຕ່ງເອກະສານ, ທັງຫຼຸດຜ່ອນຕົ້ນທຶນບໍລິຫານໃຫ້ແກ່ວິສາຫະກິດສົ່ງອອກ.
ທີ່ມາ: https://hanoimoi.vn/hang-viet-truoc-cuoc-dua-moi-tai-thi-truong-cptpp-722664.html






(0)