ການແຂ່ງຂັນໄດ້ດຳເນີນແຕ່ວັນທີ 11 – 13 ສິງຫາ ຢູ່ ນະຄອນແຄມທະເລ ແຂວງ ແຄ໋ງຮ່ວາ, ແລະ ເປັນເຫດການທີ 2 ໃນລະບົບມາລາທອນ ໂດຍ VnExpress ຈັດຕັ້ງ, ບັນລຸໄດ້ບັນດານັກກິລາພາຍໃນ ແລະ ຕ່າງປະເທດ 11.000 ຄົນເຂົ້າຮ່ວມ.
VnExpress Marathon Marvelous Nha Trang ດຶງດູດນັກກິລາ 11.000 ຄົນ
ທ່ານ ຫວູວັນຖາງ, ຜູ້ອຳນວຍການໃຫຍ່ບໍລິສັດ Herbalife ຫວຽດນາມ ແລະ ກຳປູເຈຍ ກ່າວວ່າ: ດ້ວຍການສະໜັບສະໜູນອັນຍາວນານຂອງພວກເຮົາສຳລັບກິດຈະກຳແລ່ນມາຣາທອນ, ພວກເຮົາສືບຕໍ່ປະກອບສ່ວນສ້າງຈິດສຳນຶກຂອງປະຊາຊົນກ່ຽວກັບຄວາມສຳຄັນຂອງການອອກກຳລັງກາຍເປັນປະຈຳ ສົມທົບກັບໂພຊະນາການທີ່ສົມດູນເພື່ອຊີວິດສຸຂະພາບ.
ເຂົ້າຮ່ວມ VnExpress Marathon Marvelous Nha Trang 2023 ລວມມີບັນດານັກກິລານັກກິລາມືອາຊີບທັງພາຍໃນ ແລະ ຕ່າງປະເທດ ແລະ ນັກກິລາສະໝັກຫຼິ້ນ ເຂົ້າຮ່ວມການແລ່ນໄລຍະສັ້ນ, ກາງ ແລະ ໄລຍະຍາວ ລວມມີ 5 ກິໂລແມັດ, 10 ກິໂລແມັດ, 21 ກິໂລແມັດ ແລະ 42 ກິໂລແມັດ. ເສັ້ນທາງແລ່ນຍັງໄດ້ເປີດໂອກາດໃຫ້ນັກກິລາໄດ້ສຳຜັດ ແລະ ທ່ອງທ່ຽວທັດສະນີຍະພາບທີ່ສວຍງາມ ແລະ ສະຖານທີ່ ທ່ອງທ່ຽວ ທີ່ມີຊື່ສຽງຂອງນະຄອນຢາຈາງ.
VnExpress Marathon Marvelous Nha Trang 2023 ແມ່ນນັດທີ 3, ຖັດຈາກ VnExpress Marathon Imperial Hue 2023 ແລະ VnExpress Marathon Sparkling Quy Nhon 2023, ໃນຊຸດຂອງການແຂ່ງຂັນ VnExpress ທີ່ບໍລິສັດ Herbalife ຫວຽດນາມ ຈະເປັນຜູ້ສະໜັບສະໜູນໃນປີນີ້. ການແຂ່ງຂັນຄັ້ງຕໍ່ໄປຈະຈັດຂຶ້ນຢູ່ຮ່າລອງໃນເດືອນກັນຍາແລະ Hai Phong ໃນເດືອນທັນວາ.
ທີ່ມາ
(0)