ລັດຖະບານ ຫາກໍ່ໄດ້ອອກມະຕິເລກທີ 44/NQ-CP ກ່ຽວກັບກອງປະຊຸມລັດຖະບານປະຈຳເດືອນ 3/2024 ແລະ ກອງປະຊຸມຜ່ານທາງອອນລາຍຂອງລັດຖະບານກັບທ້ອງຖິ່ນ.
ໃນນັ້ນ, ລັດຖະບານໄດ້ມອບໝາຍໃຫ້ ກະຊວງພາຍໃນ ເປັນປະທານ, ສົມທົບກັບບັນດາອົງການ, ທ້ອງຖິ່ນ:
ເປັນປະທານ ແລະ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງການເງິນ, ແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເລັ່ງປັບປຸງ ແລະ ປະກອບບົດລາຍ ງານຕໍ່ ກົມການເມືອງ ເນື້ອໃນສະເພາະຂອງລະບອບໃໝ່, ເງິນອຸດໜູນບໍານານ, ເງິນອຸດໜູນປະກັນສັງຄົມ, ບຸລິມະສິດໃຫ້ປະຊາຊົນມີຄຸນງາມຄວາມດີ ແລະ ການຊ່ວຍເຫຼືອສັງຄົມ, ຮັບປະກັນຄຸນນະພາບ. ຕັ້ງໜ້າຜັນຂະຫຍາຍບັນດາລະບຽບການ ແລະ ວຽກງານສະເພາະ ເພື່ອປະຕິບັດນະໂຍບາຍເງິນເດືອນໃໝ່.
ຮຽກຮ້ອງໃຫ້ທ້ອງຖິ່ນປະກອບເອກະສານ ແລະ ຈັດຕັ້ງການຕີລາຄາໃຫ້ທັນການ, ຕາມລະບຽບການ, ສຳລັບບັນດາໂຄງການປະຕິບັດການຈັດຕັ້ງຫົວໜ່ວຍບໍລິຫານຂອງທ້ອງຖິ່ນ.
ສັງລວມໝາກຜົນການກໍ່ສ້າງ ແລະ ອະນຸມັດຕຳແໜ່ງວຽກງານຂອງກະຊວງ, ອົງການ ແລະ ທ້ອງຖິ່ນ ໂດຍສຸມໃສ່ຊີ້ແຈງຂໍ້ຫຍຸ້ງຍາກ, ອຸປະສັກ ແລະ ຂໍ້ຂາດຕົກບົກພ່ອງ ແລະ ສະເໜີວິທີແກ້ໄຂ ເພື່ອຍົກອອກມາ ແລະ ລາຍງານຕໍ່ນາຍົກລັດຖະມົນຕີ ກ່ອນວັນທີ 25 ເມສາ 2024.
ເປັນປະທານ ແລະ ສົມທົບກັບຄະນະບໍລິຫານງານສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາກະຊວງ, ອົງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອກະກຽມໃຫ້ດີພິທີເປີດເຜີຍແຜ່ການເຄື່ອນໄຫວ “ລົບລ້າງເຮືອນຢູ່ຊົ່ວຄາວ ແລະ ເສຍຫາຍ” ໃນທົ່ວປະເທດຮອດປີ 2025.
ລັດຖະບານຕົກລົງເຫັນດີກັບຂໍ້ສະເໜີຂອງກະຊວງພາຍໃນໃຫ້ຢຸດຕິການພັດທະນາໂຄງການດັ່ງນີ້: ໂຄງການຮູບແບບການຈັດຕັ້ງລັດຖະບານເມືອງຂຶ້ນກັບຂັ້ນແຂວງ; ໂຄງການຕີລາຄາການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດຖະບານຂັ້ນບ້ານ ໄລຍະ 2016 - 2021, ທິດພັດທະນາຮອດປີ 2030; ໂຄງການເຊື່ອມຕໍ່ຄະນະກຳມະການຂັ້ນເມືອງ ແລະ ພະນັກງານຂັ້ນເມືອງ ແລະ ຂັ້ນແຂວງ.
ທີ່ມາ






(0)