
ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທຳອິດປີ 2025 ໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າພາບ, ໄດ້ເປີດກາລະໂອກາດອັນໃຫຍ່ຫຼວງໃຫ້ບັນດາວິສາຫະກິດຫວຽດນາມ ເຊື່ອມໂຍງ, ຊອກຫາຄູ່ຮ່ວມມື, ເປີດກວ້າງຕະຫຼາດສົ່ງອອກ.
ງານຕະຫຼາດນັດດຳເນີນໄປແຕ່ວັນທີ 25/10 ຫາວັນທີ 4/11 ຢູ່ສູນວາງສະແດງສິນຄ້າແຫ່ງຊາດ (ຮ່າໂນ້ຍ), ໂດຍທ່ານນາຍົກລັດຖະມົນຕີ ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານ, ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ບັນດາກະຊວງ, ສາຂາ ແລະ ທ້ອງຖິ່ນ.
ງານຕະຫຼາດນັດແມ່ນເຫດ ການເສດຖະກິດ , ວັດທະນະທຳລະດັບຊາດ, ບໍ່ພຽງແຕ່ແມ່ນບ່ອນພົບປະແລກປ່ຽນການຄ້າຂະໜາດໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳຫວຽດນາມ, ເຊື່ອມໂຍງເຂົ້າກັບການຜະລິດ, ມີຫົວຄິດປະດິດສ້າງ ແລະ ການເຊື່ອມໂຍງ.
ນັບແຕ່ມື້ທຳອິດ, ຮ້ານຄ້າຂອງວິສາຫະກິດສົ່ງອອກຫຼາຍແຫ່ງໄດ້ດຶງດູດນັກທ່ອງທ່ຽວ ແລະ ຜູ້ຊື້ເປັນຈຳນວນຫຼວງຫຼາຍ. ບັນດາວິສາຫະກິດທີ່ເຂົ້າຮ່ວມໄດ້ສະແດງຄວາມຫວັງຢ່າງຈະແຈ້ງກ່ຽວກັບການຊອກຫາຜູ້ນຳເຂົ້າໃໝ່ ແລະ ສ້າງຕັ້ງເຄືອຂ່າຍຄູ່ຮ່ວມມືຈຳໜ່າຍຢູ່ບັນດາຕະຫຼາດທີ່ມີທ່າແຮງ.
ທີ່ງານຕະຫຼາດນັດ, ມີຫຼາຍວິສາຫະກິດຈາກບັນດາຂະແໜງຜະລິດຕະພັນກະເສດ, ອາຫານທະເລ, ອາຫານປຸງແຕ່ງ, ເຄື່ອງດື່ມ, ເຄື່ອງອຸປະໂພກ, ບໍລິໂພກ, ອຸດສາຫະກຳໜູນຊ່ວຍ, ຫັດຖະກຳໄດ້ນຳເອົາບັນດາຜະລິດຕະພັນທີ່ມີຄຸນນະພາບສູງທີ່ໄດ້ມາດຕະຖານສົ່ງອອກ, ໃນນັ້ນມີສິນຄ້າຫຼາຍປະເພດທີ່ໄດ້ຮັບການຢັ້ງຢືນມາດຕະຖານ OCOP 4 ດາວ ແລະ 5 ດາວ ແລະ ມາດຕະຖານ ISO, HACCP ແລະ GlobalGAP.
ອີງຕາມຜູ້ຕາງຫນ້າທຸລະກິດຈໍານວນຫຼາຍ, ຄວາມແຕກຕ່າງຂອງງານວາງສະແດງດູໃບໄມ້ລົ່ນແມ່ນວິທີການ, ເປັນມືອາຊີບແລະປະສິດທິພາບຂອງການປະຕິບັດໂດຍກະຊວງອຸດສາຫະກໍາແລະການຄ້າແລະອົງການສົ່ງເສີມການຄ້າ. ແທນທີ່ຈະພຽງແຕ່ຢຸດຢູ່ໃນກິດຈະກໍາງານວາງສະແດງ, ງານວາງສະແດງປີນີ້ຈະຖືກຈັດຕັ້ງໃນທິດທາງເຊື່ອມຕໍ່ຢ່າງມີປະສິດທິຜົນແລະຍາວນານ.
ຕາມທ່ານ ດັ້ງຮູກຽນ, ທີ່ປຶກສາອາວຸໂສຂອງວິສາຫະກິດອາຫານທະເລ ຫວຽດນາມ ແລ້ວ, ໃນໄລຍະມໍ່ໆມານີ້, ກະຊວງອຸດສາຫະກຳ ແລະ ການຄ້າມີວິທີການຫຼາຍຢ່າງ, ເຊື່ອມໂຍງກ່ອນ, ໃນ ແລະ ພາຍຫຼັງງານຕະຫຼາດນັດ, ຊ່ວຍໃຫ້ຜູ້ຂາຍເຂົ້າເຖິງຜູ້ຊື້, ຝ່າຍຕ່າງໆສືບຕໍ່ຮັກສາການຮ່ວມມືພາຍຫຼັງເຫດການ. ສິ່ງດັ່ງກ່າວສ້າງຄວາມຍືນຍົງໃຫ້ແກ່ການເຄື່ອນໄຫວສົ່ງເສີມການຄ້າ, ເປີດກວ້າງທິດທາງພັດທະນາໄລຍະຍາວໃຫ້ບັນດາວິສາຫະກິດຫວຽດນາມ.
ທ່ານກຽນເຊື່ອວ່າ, ສິ່ງສຳຄັນທີ່ສຸດແມ່ນຮັກສາງານວາງສະແດງສິນຄ້າສົ່ງເສີມການຄ້າເປັນແຕ່ລະໄລຍະ, ຊ່ວຍໃຫ້ວິສາຫະກິດແລະຜູ້ບໍລິໂພກໄດ້ມີໂອກາດພົບປະແລະເຊື່ອມໂຍງຢ່າງເປັນປົກກະຕິ. ຈາກນັ້ນ, ບໍ່ພຽງແຕ່ການບໍລິໂພກພາຍໃນປະເທດຈະໄດ້ຮັບການຜັນຂະຫຍາຍເທົ່ານັ້ນ, ການສົ່ງອອກອາຫານທະເລຂອງຫວຽດນາມຍັງຈະເຕີບໂຕຢ່າງແຂງແຮງ ແລະ ຍືນຍົງກວ່າອີກ.
ສາມາດເວົ້າໄດ້ວ່າ ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທຳອິດໃນປີ 2025 ບໍ່ພຽງແຕ່ເປັນບ່ອນວາງສະແດງສິນຄ້າເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມການຄ້າຫຼາຍດ້ານ, ເຊື່ອມຕໍ່ຜູ້ຜະລິດ-ຈຳໜ່າຍ-ນຳເຂົ້າ-ຜູ້ບໍລິໂພກ. ຜ່ານການເຄື່ອນໄຫວດັ່ງກ່າວ, ບັນດາວິສາຫະກິດ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈເຊື່ອມໂຍງຢ່າງຕັ້ງໜ້າ, ມຸ່ງໄປເຖິງມາດຖານຜະລິດຕະພັນ, ຍົກສູງກຳລັງການຜະລິດ - ປຸງແຕ່ງ - ສົ່ງອອກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງຕະຫຼາດສາກົນ.

ທ່ານກຽນຫວັງວ່າ: “ຖ້າງານວາງສະແດງສິນຄ້າສົ່ງເສີມການຄ້າໄດ້ຮັບການຈັດຕັ້ງເປັນປະຈຳ ແລະ ປະຈຳປີ, ບັນດາວິສາຫະກິດ ຫວຽດນາມ ຈະຄ່ອຍໆສ້າງທ່າແຮງໃນການເຊື່ອມໂຍງ, ຕັ້ງໜ້າຊອກຫາກາລະໂອກາດ ແລະ ສ້າງເຄື່ອງໝາຍຂອງຫວຽດນາມໃຫ້ເຂັ້ມແຂງຢູ່ຕະຫຼາດໂລກ”.
ແບ່ງປັນທັດສະນະດຽວກັນ, ທ່ານ ຫງວຽນດຶກກວາງ, ຜູ້ອໍານວຍການບໍລິສັດຜະລິດ ແລະບໍລິການອາຫານຫວຽດນາມ MERCI ຈໍາກັດ ໄດ້ຕີລາຄາສູງບົດບາດຂອງກະຊວງອຸດສາຫະກໍາ ແລະການຄ້າ ໃນການໜູນຊ່ວຍ ແລະສົມທົບກັບວິສາຫະກິດໃນໄລຍະມໍ່ໆມານີ້.
ທ່ານ ຫງວຽນດຶກກວາງ ໃຫ້ຮູ້ວ່າ: “ໃນຖານະນັກທຸລະກິດ, ພວກເຮົາຂອບໃຈກະຊວງອຸດສາຫະກຳ ແລະ ການຄ້າທີ່ສ້າງສະໜາມຫຼິ້ນຕົວຈິງຜ່ານງານຕະຫຼາດນັດລະດູໃບໄມ້ຫຼົ່ນ. ການໜູນຊ່ວຍຂອງກະຊວງໃນດ້ານທີ່ຕັ້ງ, ແຫຼ່ງທຶນ ແລະ ກາລະໂອກາດໃນການພົວພັນກັບຜູ້ບໍລິໂພກແມ່ນບາດກ້າວບຸກທະລຸສຳຄັນ ເພື່ອຊ່ວຍໃຫ້ບັນດາວິສາຫະກິດຄືພວກເຮົາພັດທະນາຢ່າງເຂັ້ມແຂງໃນອະນາຄົດ”.
ທີ່ມາ: https://baolaocai.vn/hoi-cho-mua-thu-co-hoi-cho-doanh-nghiep-ket-noi-tim-kiem-doi-tac-post885497.html






(0)