ພາຍຫຼັງໄດ້ຢຸດສະງັກເປັນເວລາ 2 ປີຍ້ອນໂລກລະບາດໂຄວິດ-19, ງານວາງສະແດງສິນຄ້າສາກົນຫວຽດນາມ-ຈີນໄດ້ຈັດຂຶ້ນອີກດ້ວຍການເຂົ້າຮ່ວມຂອງປະຊາຄົມວິສາຫະກິດແຂວງ ລາວກາຍ ແລະແຂວງຢຸນນານ (ຈີນ).
ງານວາງສະແດງສິນຄ້າສາກົນຫວຽດນາມ-ຈີນໄດ້ຈັດຂຶ້ນຢູ່ແຂວງລາວກາຍ (ຫວຽດນາມ) ແລະແຂວງຢຸນນານຈີນແຕ່ປີ 2001. ພາຍຫຼັງໄດ້ຢຸດສະງັກເປັນເວລາ 2 ປີຍ້ອນໂລກລະບາດໂຄວິດ-19, ງານວາງສະແດງສິນຄ້າປີນີ້ໄດ້ຈັດຂຶ້ນແຕ່ວັນທີ 10 – 15 ພະຈິກ 2023, ຢູ່ສູນວາງສະແດງກິມແທ່ງ, ແຂວງຫາຍເຢືອງ. ຕາມການບັນທຶກໃນວັນທີ 7 ພະຈິກນີ້, ເຖິງວ່າຍັງບໍ່ທັນໄດ້ເປີດບໍລິການກໍ່ຕາມ, ແຕ່ຮ້ານວາງສະແດງສິນຄ້າ 697 ແຫ່ງ ແລະ ເນື້ອທີ່ຫວ່າງ 2.000 ຕາແມັດຢູ່ເຂດວາງສະແດງສິນຄ້າກິມແທ່ງໄດ້ເຕັມໄປແລ້ວ. ບໍ່ພຽງແຕ່ມີຈຳນວນບູດນັບມື້ນັບເພີ່ມຂຶ້ນເທົ່ານັ້ນ, ຫາກຍັງໄດ້ດຶງດູດຫຼາຍທ້ອງຖິ່ນໃນທົ່ວປະເທດ ແລະ ສາກົນມາລົງທະບຽນເຂົ້າຮ່ວມງານຕະຫຼາດນັດ. ຕາມສະຖິຕິຂອງຄະນະກຳມະການຈັດຕັ້ງງານວາງສະແດງ, ໄດ້ມີ 46 ແຂວງ, ນະຄອນຂອງຫວຽດນາມ ແລະ ແຂວງຢຸນນານ ແລະ ເຂດນອກແຂວງຢຸນນານ; ປະເທດທີສາມຈາກອາຊີ (ເກົາຫຼີ, ລາວ, ປາກິດສະຖານ), ເອີຣົບ (ລັດເຊຍ), ອາຟຣິກາ (ການາ) ... ລົງທະບຽນເຂົ້າຮ່ວມ. ເຂົ້າຮ່ວມງານວາງສະແດງຄັ້ງນີ້, ບັນດາວິສາຫະກິດນຳເອົາສິນຄ້າທີ່ມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນ, ເປັນຈຳນວນຫຼວງຫຼາຍຂອງບັນດາປະເທດລວມມີ: ກະສິກຳ - ປ່າໄມ້ - ອາຫານທະເລ, ສະບຽງອາຫານ, ວັດຖຸຢາ; ເຄື່ອງຈັກ, ອຸປະກອນ, ວັດຖຸດິບ, ເຄມີ, ວັດສະດຸກໍ່ສ້າງ; ເອເລັກໂຕຣນິກ, ຕູ້ເຢັນ, ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ, ເຄື່ອງໃຊ້ໃນຄົວເຮືອນ; ເກີບ; ສິນຄ້າອຸປະໂພກ; ເຄື່ອງເຟີນີເຈີເຮືອນໄມ້, ຫັດຖະກຳ… ຄຽງຄູ່ກັນນັ້ນ, ເຂົ້າຮ່ວມງານວາງສະແດງຍັງມີບັນດາຮ້ານວາງສະແດງສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ, ໃຫ້ບຸລິມະສິດບັນດາຜະລິດຕະພັນທີ່ມີຄວາມຕ້ອງການນໍາເຂົ້າ – ສົ່ງອອກຜ່ານດ່ານຊາຍແດນແຂວງ ລາວກາຍ, ຜະລິດຕະພັນປະກອບສ່ວນສົ່ງເສີມການທ່ອງທ່ຽວລາວກາຍ. ໂດຍເນັ້ນໜັກເຖິງຄວາມສຳຄັນຂອງງານຕະຫຼາດນັດການຄ້າສາກົນ ຫວຽດນາມ - ຈີນ ຄັ້ງທີ 23 (ລາວກາຍ) ໃນປີ 2023, ທ່ານ ເຈີ່ນຊວນເຈືອງ, ປະທານຄະນະກຳມະການປະຊາຊົນແຂວງລາວກາຍ ຢືນຢັນວ່າ: “ງານຕະຫຼາດນັດບໍ່ພຽງແຕ່ແມ່ນໂອກາດເພື່ອເຊື່ອມໂຍງດ້ານການຄ້າເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໂຄສະນາພາບພົດ ແລະ ວັດທະນະທຳຂອງແຂວງ ລາວກາຍ”. ພິເສດ, ໃນຂອບເຂດງານຕະຫຼາດນັດ, ຈະດຳເນີນການເຄື່ອນໄຫວສຳຄັນຫຼາຍຢ່າງ, ຄື: ຈັດຕັ້ງຄະນະຜູ້ແທນວິສາຫະກິດກະສິກຳ, ປ່າໄມ້ ແລະ ການປະມົງ ຈີນ ແລະ ຫວຽດນາມ ດຳເນີນທຸລະກິດການຄ້າຢູ່ແຂວງ ລາວກາຍ ໃນປີ 2023; ການເຈລະຈາຮ່ວມມື ດ້ານເສດຖະກິດ - ການຄ້າລະຫວ່າງ ລາວກາຍ (ຫວຽດນາມ) ແລະ ຢຸນນານ (ຈີນ); ເວທີປາໄສແລກປ່ຽນນະໂຍບາຍດຶງດູດການລົງທຶນ ແລະ ການເຄື່ອນໄຫວຂົນສົ່ງ, ນຳເຂົ້າ - ສົ່ງອອກ ຫວຽດນາມ - ຈີນ; ຢ້ຽມຢາມ ແລະ ສຳຫຼວດສະຖານທີ່ທ່ອງທ່ຽວບາງແຫ່ງຂອງແຂວງ ລາວກາຍ...
(0)