ກປ.ອອນໄລ - ວັນທີ 30 ສິງຫາ, ສະພາກາແດງແຂວງ ນິງບິ່ງ ໄດ້ສົມທົບກັບຄະນະຊາວໜຸ່ມສໍານັກຂ່າວສານຫວຽດນາມ, ກອງທຶນ ທຽນເຍີນ ແລະ ເພື່ອນມິດ ຈັດຕັ້ງພິທີມອບຂອງຂວັນໃຫ້ບັນດານັກຮຽນກໍາພ້າທີ່ປະສົບກັບຄວາມຫຍຸ້ງຍາກໃນແຂວງ.
ຕາມນັ້ນແລ້ວ, ສະພາກາແດງແຂວງ ແລະ ຄະນະຊາວໜຸ່ມສຳນັກຂ່າວສານຫວຽດນາມ ໄດ້ມອບຂອງຂວັນ 10 ພູດ; ກອງທຶນ ທ້ຽນເຍີນ ແລະ ໝູ່ເພື່ອນ ໄດ້ມອບທຶນສຶກສາ ເພື່ອໜູນຊ່ວຍຊີວິດການເປັນຢູ່ເປັນປົກກະຕິ 6 ລ້ານດົ່ງ/ປີ ໃຫ້ນັກຮຽນກຳພ້າ 5 ຄົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ໃນແຕ່ລະປີ ແລະ ຈົນຮອດອາຍຸ 18 ປີ.
ໃຫ້ຮູ້ວ່າ, ການເຄື່ອນໄຫວຂອງກອງທຶນ ທຽນເຍີນ ແລະ ໝູ່ເພື່ອນ ໄດ້ດຳເນີນມາແຕ່ເດືອນທັນວາ 2017, ດ້ວຍການໜູນຊ່ວຍເດັກນ້ອຍໃນສະພາບຄວາມຫຍຸ້ງຍາກ, ກວດ ແລະ ຜ່າຕັດສ້າງອະໄວຍະວະເພດໃຫ້ເດັກນ້ອຍໃນໂຄງການ ທຽນເຍີນ ແລະ ເພື່ອນ.
ກອງທຶນໄດ້ລະດົມທຶນຈາກບຸກຄົນ, ອົງການ, ຫົວໜ່ວຍຊ່ວຍເຫຼືອ ແລະ ນຳໃຊ້ເພື່ອໜູນຊ່ວຍເດັກໃນສະພາບການຫຍຸ້ງຍາກ ໂດຍສະເພາະແມ່ນຮັບປະກັນຊີວິດການເປັນຢູ່ຂັ້ນພື້ນຖານ, ການສຶກສາ ແລະ ສຸຂະພາບຕາມລະບຽບການຂອງລັດ. ຄຽງຄູ່ກັບການໜູນຊ່ວຍຄ່າຄອງຊີບ 6 ລ້ານດົ່ງຕໍ່ປີ, ໂຄງການຈະໜູນຊ່ວຍຄ່າຮຽນ ແລະ ສຸຂະພາບໃຫ້ແກ່ລູກຫຼານຈົນຮອດອາຍຸ 18 ປີ.
ຂ່າວ ແລະ ພາບ: ຮືງຮ່ວາງ
ທີ່ມາ










(0)