ທ່ານປະທານ ສະພາແຫ່ງຊາດ ຫວຽດນາມ ຫວູດິ່ງເຫ້ວ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ, ບໍ່ແຮ່ ແລະ ການຄ້າ ອີຣານ Abbas Aliabadi. (ທີ່ມາ: VNA) |
ຕອນບ່າຍວັນທີ 8/8, ໃນຂອບເຂດການຢ້ຽມຢາມ ອີຣານ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວູວັນດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ, ບໍ່ແຮ່ ແລະ ການຄ້າ ອີຣານ Abbas Aliabadi.
ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ຫວູວັນດິ່ງເຫ້ວ ໄດ້ຊົມເຊີຍທ່ານ Abbas Aliabadi ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງອຸດສາຫະກຳ, ບໍ່ແຮ່ ແລະ ການຄ້າ ອີຣານ ຄົນໃໝ່ໃນເດືອນມິຖຸນາປີນີ້; ຂອບໃຈການປະກອບສ່ວນຂອງກະຊວງອຸດສາຫະກຳ, ບໍ່ແຮ່ ແລະ ການຄ້າອີຣານ ແລະ ທ່ານລັດຖະມົນຕີ Abbas Aliabadi ໂດຍສ່ວນຕົວ, ໃນຖານະເປັນປະທານຄະນະກຳມະການຮ່ວມມືດ້ານການຄ້າ ຫວຽດນາມ - ອີຣານ ເວົ້າສະເພາະ ແລະ ການຮ່ວມມືລະຫວ່າງ 2 ປະເທດເວົ້າລວມ.
ທ່ານປະທານສະພາແຫ່ງຊາດຢືນຢັນວ່າ ການຮ່ວມມືດ້ານເສດຖະກິດ - ການຄ້າແມ່ນຂົງເຂດທີ່ການນຳຂອງ 2 ປະເທດຍາມໃດກໍ່ເອົາໃຈໃສ່ເປັນຢ່າງດີ.
ທ່ານລັດຖະມົນຕີ Abbas Aliabadi ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ອີຣານ ຢ່າງເປັນທາງການ, ສະແດງຄວາມປິຕິຊົມຊື່ນຕໍ່ການລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດເມື່ອບໍ່ດົນມານີ້.
ຄາດວ່າໃນການຢ້ຽມຢາມ, ສອງຝ່າຍຈະລົງນາມໃນເອກະສານຮ່ວມມືສຳຄັນຈຳນວນໜຶ່ງໃນຂົງເຂດສົ່ງເສີມການຄ້າ, ກະສິກຳ, ຍຸຕິທຳ ແລະ ອື່ນໆ, ການລົງນາມໃນເອກະສານຮ່ວມມືເຫຼົ່ານີ້ຈະສ້າງພື້ນຖານຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຫວຽດນາມ ແລະ ອີຣານ.
ທ່ານລັດຖະມົນຕີ Abbas Aliabadi ກໍ່ແຈ້ງໃຫ້ຊາບກ່ຽວກັບບາງໝາກຜົນທີ່ບັນລຸໄດ້ຈາກກອງປະຊຸມຄັ້ງທີ 9 ຂອງຄະນະກຳມາທິການຮ່ວມ ຫວຽດນາມ - ອີຣານ ແລະ ຫວັງວ່າ 2 ຝ່າຍຈະປະຕິບັດກອງປະຊຸມຄັ້ງທີ 10 ໂດຍໄວ.
ທ່ານປະທານສະພາແຫ່ງຊາດ ຫວູວັນດິ່ງເຫ້ວ ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳ, ບໍ່ແຮ່ ແລະ ການຄ້າອີຣານ Abbas Aliabadi ຖ່າຍຮູບທີ່ລະນຶກ. (ທີ່ມາ: VNA) |
ທ່ານປະທານສະພາແຫ່ງຊາດ ຫວູວັນດິ່ງເຫ້ວ ເນັ້ນໜັກວ່າ 2 ຝ່າຍຕ້ອງເພີ່ມທະວີຄວາມສາມາດບົ່ມຊ້ອນຮ່ວມມື, ຊຸກຍູ້ປະສິດທິຜົນບັນດາຄຳໝັ້ນສັນຍາ, ສ້າງເງື່ອນໄຂສະດວກໃຫ້ແກ່ການດຳເນີນທຸລະກິດ. ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສົມທົບກັບລັດຖະບານ ຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ອີຣານ ຢ່າງເລິກເຊິ່ງ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ແລະ ພັດທະນາຂອງສອງພາກພື້ນ.
ທີ່ການພົບປະ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບທິດທາງຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ, ອຸດສາຫະກຳ, ກະສິກຳ, ການທ່ອງທ່ຽວ, ສຶກສາ ແລະ ອື່ນໆ.
2 ຝ່າຍເຫັນດີເພີ່ມທະວີການເຮັດວຽກລະດັບວິຊາສະເພາະເພື່ອຊອກຫາກົນໄກຮ່ວມມືທີ່ເໝາະສົມ ແລະ ມີປະສິດທິຜົນລະຫວ່າງ 2 ປະເທດ, ພິເສດແມ່ນບັນດາກົນໄກເຊື່ອມຕໍ່ວິສາຫະກິດ ແລະ ບັນດາທ້ອງຖິ່ນກັບທ້ອງຖິ່ນ.
ລັດຖະບານ ແລະ ສະພາແຫ່ງຊາດຂອງສອງປະເທດສຸມໃສ່ສ້າງແລວທາງດ້ານກົດໝາຍ ແລະ ສະພາບແວດລ້ອມທີ່ສະດວກໃຫ້ບັນດາວິສາຫະກິດ ແລະ ທ້ອງຖິ່ນ ເພີ່ມທະວີການຮ່ວມມື. ພ້ອມກັນນັ້ນ, ສອງຝ່າຍສາມາດເປັນຂົວຕໍ່ໃຫ້ກັນແລະກັນໃນການບຸກເຂົ້າສູ່ຕະຫຼາດໃນພາກພື້ນ.
ທີ່ມາ
(0)